ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-24 15:25:50    
ປາ​ແລັດ​ສະຕິ​ນປະກາດ​ວ່າ"​ກອງຜົນ​ນ້ອຍ​ທະຫານຜູ້​ເສຍສະຫລະ​ອາ​ກຊາ"ຈະ​ເຂົ້າ​ຮ່ວມ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​​​ໄພ​ປາ​ແລັດ​ສະຕິ​ນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ23 ຕຸລາ,ທ່ານ​ເນ​ເຊີ ຢູຊຶຟ໌ ລັດຖະມົນ​ຕີ​ກະຊວງ​ພາຍ​ໃນລັດຖະບານປາ​ແລັດ​ສະຕິ​ນປົກຄອງຕົນ​ເອງປະກາດ​ວ່າ,"ກອງ​ຜົນ​ນ້ອຍທະຫານ​ຜູ້​ເສຍສະຫລະ​ອາກຊາ"​ເຊິ່ງ​ເປັນ​ປະກອບ​ອາວຸດ​ປາ​ແລັດ​ສະຕິ​ນຈະ​ເຂົ້າ​ຮ່ວມ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​​ປາ​ແລັດ​ສະຕິ​ນ​ພາຍ​ໃນ​ບໍ່ເທົ່າໃດ​ອາ​ທິດ.

ທ່ານຢູຊຶຟ໌ກ່າວ​ວ່າ,ກອງ​ທະຫານ​ຮັກສາ​ຄວາມ​ປອດ​​ໄພ​ປາ​​ແລັດ​ສະຕິ​ນຈະ​ສ້າງ​​ຖານ​ທັບ​ເຝິກ​ຫັດ​ໃຫມ່5​ແຫ່ງ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນໃນ​ອາ​ທິດນີ້,​ເມື່ອສະມາຊິກ"ກອງ​ຜົນ​ນ້ອຍທະຫານ​ຜູ້​ເສຍສະຫລະ​ອາກຊາ"​ເຂົ້າ​​ຮ່ວມກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ,​ແລ້ວ​ກໍ​ເຂົ້າຮ່ວມການ​ເຝິກ​ຫັດ.

ມື້​ດຽວ​ກັນ,ທ່ານ​ຄູ​ເລ ນາ​ຍົກ​ລັດຖະມົນຕີ​ລັດຖະບານ​ປາ​ແລັດ​ສະຕິ​ນປົກຄອງ​ຕົນ​ເອງ,ທ່ານ​ຢູຊຶຟ໌ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ແລະ​ຜູ້​ຮັບຜິດຊອບກອງ​ທະຫາ​ນຮັກສາ​ຄວາມປອດ​ໄພ​ຈັດ​ກອງ​ປະຊຸມ​ປະສົມ.ຫລັງ​ກອງ​ປະຊຸມ,ທ່ານ​ຄູ​ເລ​ປະກາດ​ມາດ​ຕະການ​ທີ່​ເພີ່ມ​ທະວີ​ຄວາມ​ປອດ​ໄພຢ່າງ​ເປັນ​ລະບົບ​,​ຈັດ​ເອົາ"​ກອງຜົນ​ນ້ອຍ​ທະຫານຜູ້​ເສຍສະຫລະ​ອາ​ກຊາ"​​ເຂົ້າ​ໃນ​ກອງ​ທະຫານ​ຮັກສາຄວາມ​ປອດ​​ໄພກໍເ​ປັນ​ສ່ວນ​ຫນຶ່ງ​ໃນຫັ້ນ.