ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-24 15:45:58    
ອ່ານ​ຈົດໝາຍ​ຜູ້​ຟັງ​ວັນ​ທີ21​ຕຸລາ(ສຽງ)

cri


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຕໍ່​ໄປ​ແມ່ນ​ໂມງ​ອ່ານ​ຈົດໝາຍ​ຜູ້​ຟັງ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ພວກ​ເຮົາ​ໄດ້​ຮັບອີ​ແມວ​ຈາກ​ນ້ອງ​ສຳ​ພັດ ​ເພັງ​ສະຫວັດ ທີ່​ບ້ານ​ເມືອງ​ງາ​ເມືອງ​ແລະ​ແຂວງ​ຫຼວງ​ພະ​ບາງ. ​ໃນ​ຈົດໝາຍ​ຂອງ​ນ້ອງ​ສຳ​ພັດ, ​ໄດ້​ເລົ່າ​ເລື່ອງ​ຕ່າງໆ​ກ່ຽວ​ກັບ​ການ​ທີ່​ນ້ອງ​ຮັບຟັງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ​ພວກ​ເຮົາ, ຕໍ່​ໄປ, ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ມາ​ສຳ​ຜັດ​ຄວາມ​ຮູ້ສຶກ​ຂອງ​ນ້ອງ​ສຳ​ພັດ​ໃນ​ການ​ຮັບ​ຟັງ​ວິທະຍຸ​ພວ​ກ​ເຮົາ.

ນ້ອງ​ສຳ​ພັດເປັນ​ມິດ​ລາຍການ​ຜູ້​ໜຶ່ງ​ທີ່​ຮັບ​ຟັງສຽງ​ທີ່​ມີ​ສາລະ​ໜ້າ​ຮູ້​ຂອງ​ພວກອ້າຍ​ເອື້ອຍ​ສະ​ເໝີ​ມາ, ​ເຖິງ​ແມ່ນ​ວ່າ​ບາງ​ຄັ້ງ​ນ້ອງ​ເປັນ​ໄຂ້​ກໍ​ຕາມ.

​ແຕ່​ພວກ​ອ້າຍ​ເອື້ອຍ​ຊິ​ຮູ້​ບໍ່​ວ່າ, ​ເມື່ອ​ຕອນ​ພວກ​ອ້າຍ​ເອື້ອຍ​ກຳລັງ​ອວຍພອນ​ວັນ​ຄ້າຍ​ວັນ​ເກີດ​ແກ່​ນ້ອງ​ໃນ​ລາຍການ​ຂົວ​ອາກາດ​ນັ້ນ, ກໍ​ຄື​ຕອນ​ນັ້ນ​ແຫຼະທີ່​ນ້ອງ​ກຳລັງ​ເປັນ​ໄຂ້​ແລະ​ບໍ່​ສະບາຍ​ຫຼາຍ, ​ແຕ່​​ເມື່ອ​ໄດ້​ຟັງ​ຄຳ​ອວຍພອນ​ຈາກ​ລາຍການ​ຂົວ​ອາກາດ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກໍ​ຄື​ສຽງ​ຂອງ​ພວກ​ອ້າຍ​ເອື້ອຍ​ນັ້ນ, ​ໄດ້​ຊ່ອຍ​ໃຫ້​ກຳລັງ​ໃຈ​ແກ່​ນ້ອງ​ເຊິ່ງມັນ​ເຮັດ​ໃຫ້​ນ້ອງ​ຮູ້ສຶກ​ຄອຍໆ​ມີ​ແຮງ​ຂຶ້ນ​ມາ​ເໝືອນ​ກັບ​ຄຳ​ກອນ​ບາດ​ນີ້:

ກຳລັງ​ໃຈ ​ໄດ້​ມາ ຄື​ຢາ​ປົວ​ຄົນ​ໄຂ້

​ໃຫ້​ເດີນ​ໄດ້ ​​ແລ່ນ​ໄປ ດັ່ງ​ໃຈ​ຫວັງ

ກຳລັງ​ໃຈ ຫັ້ນ​ແຫຼະ ຄື​ພະລັງ

ຊ່ອຍ​ສ້າງ​ຝັນ ວັນ​ຂ້າງ​ໜ້າຂອງ​ຂ້າ​ໃຫ້​ເປັນ​ຈິງ

ຂອບ​ໃຈ​ນ້ອງ​ສຳ​ພັດ​ທີ່​ໄດ້​ຕີ​ລາຄາ​ລາຍການ​ວິທະຍຸ​ພວກ​ເຮົາ​ຄື​ແນວ​ນີ້, ພ້ອມ​ນີ້, ພວກ​ເຮົາ​ກໍ​ດີ​ໃຈ​ທີ່​ສຸດ​ທີ່​ລາຍການ​ວິທະຍຸ​ພວກ​ເຮົາ​ໄດ້​ໃຫ້​ກຳລັງ​ໃຈ​ແກ່​ນ້ອງ​ສຳ​ພັດ, ພວກ​ເຣົາກໍ​ຫວັງ​ວ່າ​ລາຍການ​ຂອງ​ພວກ​ເຮົາ​ຈະ​​ເ​ປັນ​ປະ​ໂຫຍ​ດດ້ານ​ໃດ​ດ້ານ​ໜຶ່ງ​ແກ່​ຜູ້​ຟັງ​ທັງຫຼາຍ.

​ໃນ​ອີ​ແມ​ວສະບັບ​ນີ້, ນ້ອງ​ສຳ​ພັດ​ຍັງ​ໄດ້​ຕອບ​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ-​ເກາະ​ປະ​ເສີດ​ຂອງ​ຈີນ, ​ແລະ​ໄດ້​ຂຽນ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກ່ຽວ​ກັບ​ເກາະ​ໄຕ້​ຫວັນ​ມາ​ພ້ອມ. ຕໍ່​ໄປ​ ພວກ​ເຮົາພ້ອມ​ກັນ​ມາ​ຟັງ​ວ່າ, ​ໄຕ້​ຫວັນ-​ເກາະ​ປະ​ເສີດ​ຂອງ​ຈີນ​ໃນ​ສາຍຕາ​ຂອງ​ນ້ອງ​ສຳ​ພັດ​ຈະ​ເປັນ​ແນວ​ໃດ​ແດ່:

​ໄຕ້​ຫວັນ​ແມ່ນ​ເກາະ​ທີ່​ສວຍ​ງາມ​ຫຼາຍ​ທີ່​ໂອບ​ລ້ອມ​ໄປ​ດ້ວຍ​ທະ​ເລ​ແລະ​ທ້ອງຟ້າ​ສີ​ຄວາມ​ອັນ​ງາມ​ສະງ່າ​ແລະ​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ອັນ​ລ້ຳ​ຄ່າ​ທີ່​ຫາ​ໄດ້​ຕາມ​ທະ​ເລ​ແລະ​ບົນ​ພື້ນ​ແຜ່ນດິນ​ຂອງ​ໄຕ້​ຫວັນ​ທີ່​ມີ​ມາ​ຊ້າ​ນານ​ຈົນ​ເກີນ​ກວ່າ​ຈະ​ພັນ​ລະນາ​ໄດ້ ​ເຊິ່ງມັນສະ​ແດງ​ເຖິງ​ຄວາມ​ສວຍ​ງາມ​ຮັ່ງມີ​ຂອງ​ໄຕ້ຫວັນ-​ເກາະ​ປະ​ເສີດ​ຂອງ​ຈີນ​ແຫ່ງ​ນີ້. ສຳລັບ​ຄວາມ​ຮູ້ສຶກ​ຂ້າງ​ໃນ​ຂອງ​ປວງ​ຊົນ​ໄຕ້​ຫວັນ​ແລ້ວ, ຍາມ​ໃດ​ກໍ​ຄົງ​ຢາກ​ເຫັນ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ກັບ​​ແຜ່ນດິນ​ໃຫຍ່ ​ເຊິ່ງມັນ​ເປັນ​ຕົ້ນ​ກຳ​ເນີ​ດ​ແຫ່ງ​ບັນພະ​ບູລຸດ​ແລະ​ຄົງ​ບໍ່​ມີ​ວັນ​ຈະ​ຕັດ​ອອກ​ຈາກ​ກັນ​ໄດ້. ​ເຖິງ​ໃນ​ປະຈຸ​ບັນ​ນີ້​ອາດ​ມີ​ເລື່ອງ​ທີ່​ບໍ່​ເຂົ້າ​ໃຈ​ກັນ​ກໍ​ຕາມ, ​ແຕ່​ວັນ​ໜຶ່ງ​ຂ້າງ​ໜ້າ​ຖ້າ​ປະຊາຊົນ​ສອງ​ກ້ຳ​ຫາກ​ປາຖະໜາ​ອັນ​ແຮງ​ກ້າ​ຢູ່​ເຊັ່ນ​ນັ້ນ, ກໍ​ຄົງ​ຕ້ອງ​ມີ​ຜົນສຳ​ເລັດ​ໃນ​ວັນ​ໃດ​ວັນ​ໜຶ່ງ​ຂ້າງ​ໜ້າ​ຢ່າງ​ທ່ຽງ​ແທ້​​ແນ່ນອນ. ນ້ອງ​ເອງ​ຍາມ​ໃດ​ກໍ​ຢາກ​ເຫັນ​ລະ​ຫວ່າງ​ສອງ​ກ້ຳ​ສອງ​ຝ່າຍ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ບົນ​ຫຼັກການ​ພື້ນຖານ​ຂອງ​ລັດຖະບານ​ຈີນ​ທີ່​ວ່າ: ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ, ປະ​ເທດ​ດຽວ​ສອງ​ລະບອບ.

​ເອົາລະ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ລາຍການ​ໂມງ​ອ່ານ​ຈົດໝາຍ​ຂອງ​ພວກ​ເຮົາ​ພາກ​ນີ້​ຂໍ​ຈົບ​ລົງພ​ຽງ​ເທົ່າ​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.