ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-24 16:17:36    
ອ່ານ​ຈົດໝາຍ​ຜູ້​ຟັງ​ແລະ​ຕອບ​ຄຳ​ຖາມ​ຂອງ​ຜູ້​ຟັງ(ສຽງ)

cri

ທີ່​ນີ້,ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ,ລາຍການ​ອ່ານ​ຈົດໝາຍ​ຜູ້​ຟັງ​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີ​ຍ.​ໃນ​ລາຍການ​ພາກ​ນີ້,ກ່ອນ​ອື່ນ,ຂ້າພະ​ເຈົ້າ​ຈະອ່ານ​ຈົດໝາຍ​ກ້ານ​ໜຶ່ງ​ທີ່​ຝາກ​ມາ​ຈາກ​ທ້າວ​ວັນນະ​ຈິດ ກິດ​ຕິ​ຄຸນ ມິ​ດລາຍການ​ພວກ​ເຮົາ​ທີ່ຢູ່​ແຂວງ​ໄຊ​ຍະ​ບູລີ,​ໃນ​ຈົດໝາຍ,ທ້າວ​ຂຽນ​ວ່າ,ຜ່ານ​ຈາກ​ລາຍການ​ຂອງ​ພວກ​ເຮົາ​ໄດ້​ຮຽນຄວາມ​ຮູ້​ສາລະ​ຫຼາຍ​ຢ່າງ​ຫຼາຍ​ແນວ​ແລະ​ມີ​ຜົນ​ປະ​​ໂຫຍ​ດຫຼາຍ​ຕໍ່​ຊີວິດ​ການ​ເປັນ​ຢູ່,ສະ​ນັ້ນ,​ໃນ​ແຕ່​ລະ​ມື້,ທ້າວ​ກໍ​ນອນ​ຢູ່​​ເທິງ​ຕຽງຄອຍຖ້າ​ຮັບ​ຟັງ​ລາຍການ​ຂອງ​ພວກ​​ເຮົາ,ຕໍ່​ໄປ​ພວກ​ເຮົາ​ກໍ​ຈະ​ອ່ານ​ຈົດໝາຍທີ່​ກະຕືລື​ລົ້ນ​ກ້ານ​ນີ້​ສູ່​ທ່ານ​ຟັງ:

     ສະບາຍດີ ຄະນະ CRI ພາກ​ພາສາ​ລາວ

     ຂ້າພະ​ເຈົ້າ​ຍອມຮັບ​ວ່າ​ຕົນ​ເອງ​ໄດ້​ຂາດ​ການ​ຕິດ​ຕໍ່ກັບCRIພາກ​ພາສາ​ລາວ​ເກືອບ​ຮອດ1ປີ;​ແຕ່​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ຍັງ​ຄິດ​ຮອດ​ແລະ​ຫວັງ​ຫາ​ຄະນະ​ຈັດ​ທຳລາຍ​ການ​ທຸກໆ​ຄົນ.

      ​ໄລຍະ​ເວລາ​ແຕ່21​ໂມງ30ນາ​ທີ​ເປັນ​ຕົ້ນ​ໄປ​ເປັນ​ເວລາ​ນາທີ​ແຫ່ງ​ການ​ຕິດຕາມ​ຂ່າວ​ຈາກCRIພາກ​ພາສາ​ລາວ​ຂອງ​ຂ້າພະ​ເຈົ້າ​ເຊິ່ງ​ໄດ້​ທັງ​ຄວາມ​ຮູ້ ສາລະ​ແລະ​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດ​ໃນ​ການ​ດຳລົງ​ຊີວິດ.ທີ່​ຫົວ​ຕຽງ​ຫ້ອງ​ນອນ​ຂອງ​ຂ້າພະ​ເຈົ້າ​ຈະ​ມີ​ວິທະຍຸ​ນ້ອຍ​ຄອຍ​ເປີດ​ຮັບ​ຟັງສຽງ​ຈາກ​ທີມງານCRI ມີ​ທັງ​ຄວາມ​ເພີດ​ເພີນ ມ່ວນ​ຊື່ນ​ແລະ​ສະບາຍ​ໃຈ​ທີ່​ໄດ້​ຮັບ​ຟັງ​ຂ່າວ​ຂອງ​ພວກ​ທ່ານ​ໃນ​ລະບົບ​ຄື້ນກາງ(​ແຕ່​ບໍ່​ຮູ້​ຄວາມ​ຖີ່)​ເຊິ່ງສາມາດ​ຮັບ​ຟັງ​ໄດ້​ຊັດ​ເຈນ​ດີ,ຄື້ນ​ແຮງ​ດີ​ຫຼາຍ,​ແຕ່​ບາງ​ເທື່ອ​ສຽງ​ກໍ​ຂາດ​ຫາຍ​ເປັນ​ບາງ​ຕອນ,ຖ້າ​ກະຈາຍ​ເປັນ​ລະບົບ​ຄື້ນສັ້ນ​ກໍ​ຄົງ​ດີ​ບໍ່​ໜ້ອຍຫຼື​ວ່າ​ມີ​ແລ້ວ​ຂ້າ​ພະ​ເຈົ້າ​ບໍ່​ຮູ້;ຂໍ້​ນີ້​ກະລຸນາ​ຕອບ​ແລະ​ອະທິ​ບາຍ​ໃຫ້​ລະອຽດ​ຕື່ມ​ແດ່.

     ມາ​ພ້ອມ​ກັບ​ຈົດໝາຍ​ສະບັບ​ນີ້,ຂ້າພະ​ເຈົ້າ​ມີ​​ຄຳ​ຖາມ​ຄ້ອງ​ຄາ​ໃຈ​ທີ່​ຈະ​ຕ້ອງ​ໄດ້​ຂໍ​ຄວາມ​ກະຈ່າງ​ແຈ້ງ​ແລະ​ຄຳ​ຕອບ​ຈາກCRI:
     1.ປັດຈຸບັນ ສ.ປ.ຈີນ​ມີ​ປະຊາກອນ​ເທົ່າ​ໃດ?(ຕາມ​ຕົວ​ເລກ​ຫຼ້າ​ສຸດ)
     2.ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ/ປີ​ຂອງ​ຈີນ​ມີ​ເທົ່າ​ໃດ?
     3.ຈີນ​ແບ່ງ​ການ​ປົກຄອງ​ອອກ​ເປັນ​ຈັກ​ແຂວງ(​ເຂດ​ຫຼື​ມົນທົນ),ຕ່າງ​ຈາກ​ການ​ປົກຄອງ​ຂອງ​ລາວ​ບໍ່?
     4.ຕົວ​ເລກ​ປັດຈຸບັນ​ມີ​ນັກ​ສຶກສາລາ​ວມາ​ສຶກສາ​ຮ່ຳຮຽນ​ຢູ່​ຈີນ​ມີ​ຫຼາຍ​ປານ​ໃດ?
     ຂ້າພະ​ເຈົ້າຂໍອະນຸຍາດ​ລົບ​ກວນ​ພວກ​ທ່ານສະ​ເພາະ​ແຕ່ 4 ຄຳ​ຖາມ​ນີ້​ກ່ອນ;ຫວັງ​ວ່າ​ພວກ​ທ່ານ​ຄົງ​ຫາ​ໂອກາດ​ໃຫ້​ຄຳ​ຕອບ​ແກ່​ຂ້າພະ​ເຈົ້າ​ແລະທ່ານ​ຜູ້​ຟັງ​ທັງຫຼາຍ​ໃນ​ໄວໆ​ນີ້.

     ຫຼາຍ​ລາຍການ​ກໍ​ໄດ້​ມີ​ສີສັນ​ແລະ​ຮູບ​ແບບ​ໃໝ່​ດຶງ​ດູດ​ຜູ້​ຟັງ​ໄດ້​ດີ​ຫຼາຍ​ກວ່າ​ເກົ່າ.ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ວ່າ​ຄົນ​ຈີນ​ຍ່າງ​ໄວ​ແລະ​ຫ້າວຫັນ​ກວ່າ​ຄົນ​ລາວບວກ​ກັບ​ລະດັບ​ຄວາມ​ຮູ້​ຂອງ​ຄົນ​ຈີນ​ທີ່​ມີ​ຢ່າງ​ມະຫາສານ​ຈຶ່ງ​ສົ່ງ​ອິດ​ທິພົນ​ເຮັດ​ໃຫ້​ເສດຖະກິດ​ສັງຄົມ​ຂອງ​ຈີນ​ເຕີບ​ໃຫຍ່​ຂະຫຍາຍຕົ​ວຢ່າງ​ໄວວາ.ຂ້າພະ​ເຈົ້າ​ກໍ​ປາຖະໜາຢາກ​ໃຫ້​ລາວ​ມີ​ຈັງຫວະ​ກ້າວ​ເດີນ​ຄ້າຍ​ຄຽງ​ກັບ​ຈີນ​ແລະ​ພວກ​ທ່ານ​ກໍ​ມີ​ອິດ​ທິພົນ​ບໍ່​ໜ້ອຍ​ທີ່​ຈະ​ກະຕຸກ​ຊຸກຍູ້​ໃຫ້​ຄົນ​ລາວ​ມີ​ຄວາມ​ຄິດ ວິ​ໄສທັດ​ແລະ​"ບາດ​ຍ່າງ"​ໄວ​ຂຶ້ນ​ກວ່າ​​ເກົ່າ.

     ຂໍ​ໃຫ້​ພວກ​ທ່ານ​ຖື​ວ່າ​ນີ້​ເປັນ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ ຮ້າຍ​ດີ​ຫຼື​ມີ​ວິທີ​ທາງ​ອອກ​ທີ່​ດີ​ກໍ​ຂໍ​ຝາກ​ໄວ້​ນຳ ຄະນະ​ຈັດ​ທຳລາຍ​ການ​ຂອງCRIຈະ​​ເປັນ​ຜູ້​ຊີ້​ຂາດ​ແລ້ວ​ປ່ອຍ​ມັນ​ກັບ​​ເຂົ້າ​ສູ່​ໝາກ​ຫົວ​ໃຈ​ຂອງ​ຜູ້​ຟັງ​ໂດຍ​ຜ່ານ​ຄື້ນຂອງ​ສະຖານີCRI.

     ຂໍ​ໃຫ້​ຄະນະCRIພາກ​ພາສາ​ລາວ​ຈົ່ງ​ປະສົບ​ຄວາມສຸກ,ຢູ່​ຄູ່​ທ່ານ​ຜູ້​ຟັງ​ຕະຫຼອດ​ໄປ.
 
     ຂອບ​ໃຈທ້າວ​ວັນ​ນະ​ຈິດ ກິດ​ຕິ​ຄຸນ​ທີ່​ໄດ້​ຕີ​ລາຄາ​ສູງ​ຕໍ່​ລາຍການ​ຂອງ​ພວກ​​ເຮົາ​ແລະ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ດີງາມ​ມາຍັງ​ພວກ​ເຮົາ,ທີ່​ຈິງ​ແລ້ວ,ລາຍການ​ຂອງພວກ​ເຮົາ​ແມ່ນ​ກະຈາຍສຽງ​ດ້ວຍລະບົບ​ຄື້ນ​ສັ້ນຕະຫຼອດ​ມາ,​ໃນ​​ເພງ​ອັດ​ທ້າຍ​ລາຍການ​ທຸກ​ມື້,ພວກ​ເຮົາ​ກໍ​ຈະ​ແນະນຳ​ຂະໜາດ​ຄື້ນ​ຂອງ​ລາຍການ​ພວກ​ເຮົາ,​ເນື່ອງ​ໃນ​ໂອກາດ​ນີ້,ຂ້າພະ​ເຈົ້າຂໍ​ແນະນຳ​ອີກ​ເທື່ອ​ໜຶ່ງ,​ເຊີນ​ທ່ານ​ຈື່​ໄວ້​ໃຫ້​ດີ​ໆ​ເດີ!ຂະໜາດ​ຄື້ນ​​ແລະ​ເວລາ​ອອກ​ອາກາດຂອງ​ລາຍການ​ພວກ​ເຮົາມີ​ດັ່ງ​ນີ້:

ພາກ​ທີ​ໜຶ່ງ: 19:30—20:30: 30,66 ມ.  40,76 ມ
                 9785KHZ 7360KHZ
ພາກ​ທີ​ສອງ: 21:30—22:30: 31,01 ມ.  40,76 ມ
                   9675KHZ 7360KHZ

      ບາງ​ເທື່ອ,ຍ້ອນ​ເງື່ອນ​ໄຂ​ມີ​ຄວາມ​ຈຳກັດ,ລາຍການ​ຂອງ​ພວກ​ເຮົາ​ຄື​ຊິ​ຟັງ​ບໍ່​ແຈ້ງປານ​ໃດ,ກໍຫວັງ​ໃຫ້​ທ່ານ​ຜູ້​ຟັງ​ເຂົ້າ​ໃຈ​ພວກ​ເຮົາດ້ວຍ.ສຳລັບ​ຄຳ​ຖາມ​ຫຼາຍ​ຂໍ້​ທີ່​ທ້າວ​ວັນນະ​ຈິດ ກິດ​ຕິ​ຄຸນ​ສະ​ເໜີ​ອອກ​ມາ​ໃນ​ຈົດໝາຍນັ້ນ,ຍ້ອນມີ​ເວລາຈຳກັດ,ພວກ​ເຮົາ​ຈະ​ຕອບຢ່າງ​ລະອຽດ​ໃນ​ລາຍການ​ຕໍ່​ໄປ,ຊົມ​ເຊີຍ​ທ້າວ​ວັນນະ​ຈິດ ກິດ​ຕິ​ຄຸນ​ແລະ​ທ່ານ​ຜູ້​ຟັງ​ທັງຫຼາຍ​ຕິດຕາມ​ຮັບ​ຟັງ,ພ້ອມ​ກັນ​ນີ້,ກໍ​ຊົມ​ເຊີຍ​ທ່ານ​ຜູ້​ຟັງ​ຕັ້ງໜ້າ​ຝາກ​ຈົດໝາຍ​ມາຕັ້ງຄຳ​ຖາມ​ທີ່​ຕົນ​ສົນ​ໃຈ​ນຳ.ນອກ​ນີ້,ປະຈຸ​ບັນ,​ໃນ​ລາຍການ​ພວກ​ເຮົາພວມ​ດຳ​ເນີນການ​​ເສັງຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ——​ເກາະປະ​ເສີດ​ຂອງ​ຈີນ,ຊົມ​ເຊີຍ​ທ່ານ​ຕັ້ງໜ້າ​ເຂົ້າຮ່ວມ,ກໍ​ຫວັງ​ໃຫ້​ທ່ານຝາກ​ຈົດໝາຍ​ມາຍັງ​ພວກ​ເຮົາ,​ສະ​ເໜີ​ຂໍ້​ສະ​ເໜີ​ອັນ​ລ້ຳ​ຄ່າຕໍ່​ລາຍການ​ຂອງ​ພວກ​ເຮົາ.​ໃນ​ມ້ວນ​ທ້າຍລາຍການ,ຂໍບອກ​ຂ່າວ​ດີ​ຂ່າວ​ໜຶ່ງ​ໃຫ້​ທ່ານ​ຜູ້​ຟັງ​ທັງຫຼາຍ​ຊາບ,​ເພື່ອ​ຊ່ອຍ​ບັນດາ​ທ່ານຮຽນ​ພາສາ​ຈີນ​ໃຫ້​ດີກ​ວ່າ​ເກົ່າ,ປະຈຸ​ບັນ,​ປື້​ມຮຽນ​ແລະ​ຊີ​ດີ​ຮຽນ​ພາສາ​ຈີນ​ຂອງ​ພວກ​​ເຮົາ​ໄດ້​ເຮັດ​ສຳ​​ເລັດ​ແລ້ວ,ຖ້າ​ທ່ານ​ຕ້ອງການ,​​ເຊີນ​ທ່ານ​ຝາກ​ຈົດໝາຍ​ມາບ​ອກທີ່ຢູ່​ຂອງ​ທ່ານ​ຢ່າງລະອຽດ,ພວກ​ເຮົາ​ຈະ​ຝາກ​ປື້ນ​ຮຽນ​ແລະ​ຊີ​ດີ​ໄປຮອດມື​ຂອງ​ທ່ານ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.​ເອົາລະ,ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ລາຍການຂອງ​ພວກ​ເຮົາ​ພາກ​ນີ້ຂໍ​ສິ້ນ​ສຸດ​ລົງ​ພຽງ​ທໍ່​ນີ້,​ເພງ​ມ່ວນ​ເພງ​ໜຶ່ງ,ຂໍ​ມອບ​ໃຫ້​ທ້າວ​ວັນນະ​ຈິດ ກິດ​ຕິ​ຄຸນ​ແລະ​ທ່ານ​ຜູ້​ຟັງທັງຫຼາຍ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວກ​ເຮົາ,ສະບາຍດີ.