|
 |
(GMT+08:00)
2005-10-24 16:59:03
|
ແຂວງຈີລີນຂອງຈີນຈະລົງທຶນ150ລ້ານຢວນສ້າງໂຮງຮຽນລູກກຳພ້າ
cri
Author: zhangshuo
ຕາມຂ່າວCRI:ແຂວງຈີລີນ ພາກຕາເວັນອອກສຽງເໜືອຂອງຈີນຈະລົງທຶນ150ລ້ານຢວນ, ສ້າງໂຮງຮຽນເດັກກຳພ້າທັນສະໄໝທີ່ໃຫຍ່ກວ່າໝູ່ໃນແຂວງຢູ່ເມືອງຊາງຊຸ່ນ ເທດສະບານແຂວງຈີລີນ,ໂຮງຮຽນນີ້ຈະສາມາດຮັບເອົາເດັກກຳພ້າ1500ຄົນຫາ2000ຄົນ.
ປະຈຸບັນນີ້,ແຂວງຈີລີນມີເດັກກຳພ້າ6600ກວ່າຄົນ.ເພື່ອສະໜອງສະພາບແວດລ້ອມການດຳລົງຊີວິດແລະການສຶກສາດີກວ່າເກົ່າໃຫ້ເດັກກຳພ້າທັງຫຼາຍ,ອົງການປົກຄອງແຂວງຈີລີນຕົກລົງສ້າງໂຮງຮຽນເດັກກຳພ້າທັນສະໄໝແຫ່ງໜຶ່ງທີ່ກິນເນື້ອທີ່2ແສນຕາລາງແມັດ, ພ້ອມທັງຮັບເອົາເດັກກຳພ້າທີ່ມີອາຍຸແຕ່7ປີຮອດ15ປີໃນຕົວເມືອງແລະຊົນນະບົດ.
|
|
|