ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-24 18:08:51    
ຈີນ​ລົງ​ມື​ສ້າງ​"ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ"

cri
ຕາມ​ຂ່າວcri,​ວັນ​ທີ24​ຕຸລາ,​ລະບຽບ​ວາ​ລະ​ອັນ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ຄະ ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ດຳ​ເນີນ​ຢູ່​ນັ້ນ​ແມ່ນ​ພິຈາ​ລະ ນາ​ຮ່າງ​"ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ"​ ຮ່າງ​ກົດ​ໝາຍ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ວ່າ​ຈະ​ສ້າງ​ລະບົບ​ມາດ​ຖານ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະ​ພາບ​ຜະລິດ​ຕະ​ພັນ​ກະສິ​ກຳ,​ແກ້​ໄຂ​ບັນ​ຫາ​ຄວາມ​ປອດ​ໄພ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ປະ​ຊາ​ຊົນ​ຂ້ອນ​ຂ້າງ​ສົນ​ໃຈ​ຢ່າງ​ບັງ​ເກີດ​ຜົນ.

ເພື່ອ​ຮັບ​ປະກັນ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາບ​ຜະລິດ​ຕະ​ພັນ​ກະສິ​ກຳ,​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ສາທາ​ລະນະ​ຊົນ,​ຮ່າງ​ກົດ​ໝາຍ​ຖື​ເອົາ​ການ​ສ້າງ​ລະ​ບອບ​ມາດ​ຖານ​ອະ​ນຸ​ຍາດ​ການ​ເຂົ້າ​ຕະ​ຫຼາດ​ເປັນ​ຈຸດ​ໝາຍ,​ໄດ້​ວາງ​ຂໍ້​ກຳນົດ​ລະ​ອຽດ​ກ່ຽວ​ກັບ​ວຽກ​ຕ່າງໆ,​ເຊັ່ນ​ເພີ່ມ​ທະວີ​ການ​ຕິດ​ຕາມ​ກວດ​ກາ​ແຫຼ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ,​ເພີ່ມ​ທະ​ວີ​ການ​ຜະ​ລິດ​ຜະລິດ​ຕະ​ພັນ​ກຳ​ສິ​ກຳ​ໃຫ້​ຕາມ​ມາດ​ຖານ​ແລະ​ການ​ຄຸ້ມ​ຄອງ​ເປັນ​ແບບ​ສະ​ບັບ​ເປັນ​ຕົ້ນ.​ພ້ອມ​ກັນ​ນັ້ນ,​ຍັງ​ກຳນົດ​ວ່າ​ຕ້ອງ​ປົກ​ປ້ອງ​ສິດ​ຮັບ​ຮູ້​ສະພາບ​ການຂອງ​ຜູ້​ບໍລິ​ໂພກ.​ນອກ​ນີ້,​ຮ່ອງ​ກົດ​ໝາຍ​ຍັງ​ຫັນ​ມາດ​ຕະ​ການ​ທີ່​ບັງ​ເກີດ​ຜົນ​ຂອງລັດ​ຖະບານ​ຈີນ​ແລະ​ພາກ​ສ່ວນ​ຕ່າງໆ​ໃນ​ຂົງ​ເຂດ​ຕິດ​ຕາມ​ຄວບ​ຄຸມ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາບ​ຜະ ລິດ​ຕະພັນ​ກະສິກຳ​ໃຫ້​ເປັນ​ກົດ​ໝາຍ,​ແລະ​ຖອດ​ຖອນ​ເອົາ​ລະ​ບອບ​ແລະ​ວິທີ​ຕິດ​ຕາມ​ຄວບ​ຄຸມ​ທີ່​ໃຊ້​ທົ່ວ​ໄປ​ໃນ​ໂລກ.