|
 |
(GMT+08:00)
2005-10-25 09:59:10
|
 |
ນັກບິນອະວະກາດຂອງຍານອະວະກາດ"ເສີນໂຈ່ວ"ເລກ6
cri
 ວັນທີ17ຕຸລາ,ຫຼັງຈາກບີນອ້ອມຮອບໜ່ວຍພິພົບ5ມື້ແລ້ວ,ຍານອະວະກາດບັນທຸກຄົນ"ເສີນໂຈ່ວ"ເລກ6ຂອງຈີນໄດ້ລົງຈອດໜ້າດິນຢູ່ເຂດທີ່ກຳນົດໄວ້ຢ່າງສະດວກ,ການບິນູອະວະກາດບັນທຸກຄົນຄັ້ງທີ2ຂອງຈີນໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ.ໃນໄລຍະນີ້,ທ່ານເຟຈຸ້ນລົງ ທ່ານເນຍໄຫເຊິ້ງ ນັກບິນອະວະກາດຂອງຈີນທີ່ຂີ່ຍານອະວະກາດ"ເສີນໂຈ່ວ"ເລກ6ໄດ້ພາໃຫ້ສື່ມວນຊົນຢູ່ພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍສົນໃຈທີ່ສຸດ.ໃນລາຍການມອງຕ່າງມຸມພາກນີ້, ພວກເຮົາຈະເລົ່າເລື່ອງກ່ຽວກັບນັກບິນອະວະກາດເຟຈຸ້ນລົງແລະເນຍໄຫເຊິ້ງສູ່ທ່ານຟັງ.
ສອງປີກ່ອນ,ຍານອະວະກາດບັນທຸກຄົນ"ເສີນໂຈ່ວ"ເລກ5ໄດ້ຍິງສົ່ງຢ່າງສຳເລັດຜົນ,ທ່ານຢາງລີ້ເຫວີຍນັກບີນອະວະກາດໄດ້ຂີ່ຍານອະວະກາດເຂົ້າໃນອະວະກາດ,ຈີນໄດ້ບັນລຸການບີນອະວະກາດບັນທຸກຄົນເປັນຄັ້ງທຳອິດ. ປະຈຸບັນນີ້,ຄຽງຄູ່ກັບຍານອະວະກາດ"ເສີນໂຈ່ວ"ເລກ6ໄດ້ຍິງສົ່ງຢ່າງສຳເລັດຜົນ,ພວກເຮົາກໍ່ໄດ້ເຫັນສອງຊື່ໃໝ່ໃນບັນຊີລາຍຊື່ນັກບິນອະວະກາດທີ່ໄດ້ເຂົ້າໃນອະວະກາດ ຄື ທ່ານເຟຈຸ້ນລົງແລະທ່ານເນຍໄຫເຊິ້ງ. ທ່ານເຟຈຸ້ນລົງທີ່ປີນີ້ມີອາຍຸ40ປີແລະທ່ານເນຍໄຫເຊິ້ງທີ່ມີອາຍຸ41ປີ, ລ້ວນແຕ່ເກີດຢູ່ພາກໃຕ້ຂອງຈີນ, ພໍ່ແມ່ລ້ວນແຕ່ແມ່ນຊາວກະສິກອນ, ທັງສອງຄົນເຄີຍເປັນນັກບິນຂອງທະຫານອາກາດ.ເວົ້າລວມແລ້ວ,ເບື້ອງຫຼັງແລະປະສົບການຂອງທັງສອງຄົນແມ່ນຄ້າຍຄືກັນຫຼາຍ. ທ່ານຢາງລີ້ເຫວີຍທີ່ເປັນເພື່ອນທັງເປັນຫົວໜ້າຂອງສອງຄົນນີ້ເວົ້າວ່າ, ທ່ານເຟຈຸ້ນລົງກັບທ່ານເນຍໄຫເຊິ້ງຕ່າງມີຈຸດພິເສດຂອງຕົນໃນດ້ານນິດໄສ,ແຕ່ທັງສອງທ່ານລ້ວນແຕ່ແມ່ນນັກບິນອະວະກາດທີ່ດີເດັ່ນທີ່ສຸດ. ຂ້າພະເຈົ້າລຶ້ງກັບທ່ານເນຍໄຫເຊິ້ງອ່າວຫຼາຍກວ່າ. ເພິ່ນເປັນຄົນທີ່ຂ້ອນຂ້າງທຸ່ນທ່ຽງ,ບໍ່ວ່າເບິ່ງຈາກດ້ານກຳເຕັກນິກຫຼືຄວາມລະອຽດແນບນຽນດ້ານຄຸມຈັກ,ເພິ່ນກໍ່ເປັນຄົນທີ່ທຸ່ນທ່ຽງທີ່ສຸດ.ກົງກັນຂ້າມແລ້ວ,ທ່ານເຟຈຸ້ນລົງຄຶກຄັກກວ່າ.ການໃຫ້ເຂົາເຈົ້າສອງຄົນປະຕິບັດໜ້າທີ່ບິນອະວະກາດ,ກໍ່ສະແດງໃຫ້ເຫັນຄວາມດີເດັ່ນຂອງພວກເຂົາເຈົ້າ.
ນັກບິນອະວະກາດທີ່ປະຕິບັດໜ້າທີ່ໃນຍານອະວະກາດ"ເສີນໂຈ່ວ"ເລກ6ແມ່ນເລືອກເຟັ້ນຈາກນັກບິນອະວະກາດຂອງຈີນ14ຄົນທີ່ມີຢູ່ໃນປະຈຸບັນນີ້. ປີ1992,ຈີນໄດ້ເລີ່ມເຮັດວຽກເລືອກເຟັ້ນແລະອົບຮົມນັກບິນອະວະກາດ,ໃນທີ່ສຸດໄດ້ຕົກລົງເອົາ14ຄົນເປັນນັກບິນອະວະກາດງວດທຳອິດຂອງຈີນ.ພວກເຂົາເຈົ້າລ້ວນແຕ່ແມ່ນນັກບິນທີ່ເຄີຍຂັບຍົນທະຫານເກີນ1000ຊົ່ວໂມງ,ມີປະຫວັດການສຶກສາຊັ້ນປະລິນຍາຕີຂຶ້ນໄປ,ສູງປະມານ1,7ແມັດ,ໜັກປະມານ65ກິໂລ.ທ່ານຢາງລີ້ເຫວີຍ ທ່ານເຟຈູ້ນລົງແລະທ່ານເນຍໄຫເຊິ້ງລ້ວນແຕ່ຢູ່ໃນ14ຄົນດັ່ງກ່າວ.
ຕັ້ງແຕ່ຍານອະວະກາດ"ເສີນໂຈ່ວ"ເລກ5ກັບຄືນໜ້າດິນແລ້ວ,ວຽກງານ ເລືອກເຟັ້ນນັກບິນອະວະກາດສອງຄົນທີ່ປະຕິບັດໜ້າທີ່ການບິນອະວະກາດຂອງຍານອະວະກາດ"ເສີນໂຈ່ວ"ເລກ6ກໍ່ໄດ້ເລີ່ມຕົ້ນແລ້ວ.ນັກບິນອະວະກາດຖືກແບ່ງເປັນ7ຈຸ,ຈຸລະສອງຄົນດຳເນີນການຝຶກແອບແລະກວດສອບ,ແລ້ວລຽງລຳດັບຕາມຄະແນນ. ທ່ານເຊີນຊ້ານກວງຜູ້ບັນຊາການໃຫຍ່ທັງເປັນຊ່າງອອກແບບໃຫຍ່ຂອງລະບົບນັກບິນອະວະກາດຂອງໂຄງການການບິນອະວະກາດຂອງຈີນແນະນຳວ່າ, ການເລືອກເຟັ້ນໜ່ວຍນັກບິນຂອງພວກເຮົາຄັ້ງນີ້ໄດ້ເຄົາລົບຫຼັກການຢ່າງພາວະວິໄສ ຕາມຫຼັກວິທະຍາສາດ ທ່ຽງທຳ ສະເໝີພາບແລະສົມເຫດສົມຜົນ.ກວດສອບຈາກດ້ານຕ່າງໆ ເຊັ່ນ ຄະແນນໃນການຝຶກແອບ,ສຸຂະພາບ ດ້ານຮ່າງກາຍ,ແນວຄິດຄຸນສົມບັດແລະດ້ານຈິດໃຈເປັນຕົ້ນ,ໄດ້ເລືອກເຟັ້ນແບບ ສັງລວມ,ແລ້ວຈຶ່ງຕົກ ລົງນັກບິນອະວະກາດ. ຂະບວນການເລືອກເຟັ້ນນັກບິນອະວະກາດກໍ່ແມ່ນຂະບວນການຝຶກແອບ. ອີງຕາມຈຸດພິເສດທີ່ຍານອະວະກາດ"ເສີນໂຈ່ວ"ເລກ6ຈະບັນທຸກສອງຄົນແລະຈະບິນຫຼາຍມື້,ໄດ້ດຳເນີນການຮຽນທິດສະດີວິຊາສະເພາະໃໝ່ແລະຝຶກແອບການເຊື່ອມໂຍງດ້ານຈິດໃຈຕໍ່ນັກບິນອະວະກາດທຸກຈຸ. ການຝຶກແອບນັກບິນອະວະ ກາດມີລາຍການແລະເນື້ອໃນຫຼາຍທີ່ສຸດ, ລວມທັງ7ລາຍການໃຫຍ່,ເຊັ່ນ ການຝຶກແອບທິດສະດີພື້ນຖານ,ການຝຶກແອບດ້ານຄຸນທາດຮ່າງກາຍ,ການຝຶກແອບດ້ານຈິດໃຈ, ການຝຶກແອບຄວາມສາມາດອົດທົນແລະລຶ້ງກັບສິ່ງແວດລ້ອມການບິນອະວະກາດ,ການຝຶກແອບເຕັກນິກວິຊາສະເພາະ,ການຝຶກແອບແບບຈຳລອງລະ ບຽບການແລະໜ້າທີ່ການບິນ,ການຝຶກແອບການກູ້ຊີບແລະການຢູ່ລອດ.. ຫຼັງຈາກການເລືອກເຟັ້ນເທື່ອທຳອິດ ເທື່ອທີສອງແລະເທື່ອທີສາມ,ແລ້ວຈຶ່ງໄດ້ເລືອກເອົາໜ່ວຍການບີນ3ໜ່ວຍທີ່ປະກອບດ້ວຍນັກບິນອະວະກາດ6ຄົນ. ຈາກນັ້ນ,ກໍ່ໄດ້ຕົກລົງລຳດັບຂອງ3ໜ່ວຍການບິນດັ່ງກ່າວ.ທ່ານອູບິ່ນຜູ້ຮັບຜິດ ຊອບດ້ານເຕັກນິກຂອງສູນຄົ້ນຄວ້າວິທະຍາສາດແລະຝຶກແອບນັກບິນອະວະກາດຂອງຈີນຊີ້ອອກວ່າ,ໃນການເລືອກເຟັ້ນທັງສາມເທື່ອຈົນຮອດການຕົກລົງສຸດທ້າຍ, ທ່ານເຟຈຸ້ນລົງແລະທ່ານເນຍໄຫເຊິ້ງທີ່ປະຕິບັດໜ້າທີ່ການບິນຂອງຍານອະວະ ກາດ"ເສີນໂຈ່ວ"ເລກ6ລ້ວນແຕ່ໄດ້ຮັບຄະແນນດີໃນການຝຶກແອບແລະໄດ້ສະແດງໃຫ້ເຫັນຄຸນທາດທີ່ເດັ່ນກວ່າໝູ່. ນັກບິນອະວະກາດສອງຄົນທີ່ປະຕິບັດໜ້າທີ່ການບິນູອະວະກາດເທື່ອນີ້ແມ່ນ ຕົວແທນຂອງນັກບິນອະວະກາດທຸກຖ້ວນໜ້າ,ຄຸນທາດສັງລວມລວມທັງຜົນງານຝຶກແອບຂອງເຂົາເຈົ້າລ້ວນແຕ່ແມ່ນອັນດັບໜຶ່ງ,ການປະພຶດຂອງເຂົາເຈົ້າແມ່ນດີເດັ່ນທີ່ສຸດ. ຕອນຂ້ອນແຈ້ງວັນທີ12ຕຸລາ,ທ່ານເຟຈຸ້ນລົງກັບທ່ານເນຍໄຫເຊິ້ງໄດ້ຂີ່ຍານອະວະກາດ"ເສີນໂຈ່ວ"ເລກ6ຂຶ້ນສູ່ອະວະກາດຢ່າງສະດວກ,ເລີ່ມບິນຢູ່ອະວະກາດຫຼາຍມື້.
ທ່ານເນຍໄຫເຊິ້ງກ່າວວ່າ,ການດຳລົງຊີວິດຢູ່ອະວະກາດແມ່ນພິລຶກທີ່ສຸດ, ພວກເຮົາຫຼຽວລົງເບິ່ງບ້ານເກີດອັນສວຍງາມຂອງພວກເຮົາຈາກອະວະກາດ, ຖ່າຍຮູບຊີວິດອັນສວຍງາມຂອງພວກເຮົາຢູ່ອະວະກາດ,ຍັງສາມາດຟັງດົນຕີໄດ້. ຢູ່ໃນຍານອະວະກາດ"ເສີນໂຈ່ວ"ເລກ6,ທ່ານເຟຈຸ້ນລົງຮັບຜິດຊອບການສົ່ງຄຳສັ່ງສ່ວນຫຼາຍ,ໂທລະສັບກັບໜ້າດິນ,ແລະຄວບຄຸມກະດານແລະທ່ອນບັນຊາຢູ່ເບື້ອງຊ້າຍ,ສ່ວນທ່ານເນຍໄຫເຊິ້ງຮັບຜີດຊອບການຄວບຄຸມກະດານບັນຊາເບື້ອງຂວາ. ເມື່ອຍານອະວະກາດບິນຮອບທີ5,ທ່ານເຟຈຸ້ນລົງໄດ້ເຂົ້າໃນຫ້ອງໂຄຈອນດຳເນີນການທົດລອງວິທະຍາສາດອະວະກາດເປັນຄັ້ງທຳອິດ,ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ຈີນໄດ້ດຳເນີນການທົດລອງວິທະຍາສາດອະວະກາດທີ່ມີຄົນເຂົ້າຮ່ວມເປັນຄັ້ງທຳອິດ.ຫຼັງຈາກນັ້ນ,ໃນເວລາສ່ວນຫຼາຍ,ທ່ານເຟຈຸ້ນລົງແລະທ່ານເນຍໄຫເຊິ້ງໄດ້ດຳເນີນການທົດລອງວິທະຍາສາດອະວະກາດຫຼືພັກຜ່ອນຢູ່ຫ້ອງໂຄຈອນໂດຍຜູ້ດດຽວ,ອີກຄົນໜຶ່ງຢູ່ເວນໃນຫ້ອງກັບຄືນ.ໃນທີ່ສຸດ,ພວກເຂົາເຈົ້າກໍ່ໄດ້ສຳເລັດໜ້າທີ່ບິນອະວະກາດຢ່າງສະດວກ.
|
|
|