ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-25 16:07:25    
ຈີນ​ແລະ​ສ.ປ.ປ.ເກົາ​ຫຼີ​ສະ​ຫຼອງ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ​ຈີນ​ເຂົ້າ​ຮ່ວມ​ສົງ​ຄາມ​ຊ່ວຍ​ເຫຼືອ​ສ.ປ.ປ.ເກົາ​ຫຼີ​ຕ້ານ​ອາ​ເມ​ລິ​ກາ​ຄົບ​ຮອບ​55​ປີ​ຢ່າງ​ຄຶກ​ຄື້ນ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ວັນ​ທີ25ຕຸລາ,ພັກ​ລັດ​ແລະ​ກອງ​ທັບ​ສ.ປ.ປ​ເກົາຫຼີ,​ພາກ​ສ່ວນ​ຕ່າງໆ​ຂອງ​ລັດ​ຖະ​ບານ,​ສະຖານ​ທູດ​ຈີນ​ປະຈຳ​ສປປ​ເກົາ​ຫຼີ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຢູ່​ທາດ​ມິດ​ຕະ​ພາບ​ສປປ​ເກົາ​ຫຼີ​ຈີນ​ທີ່​ພຽງ​ຢາງ​ນະຄອນ​ຫຼວງ​ສປປ​ເກົາຫຼີ,​ລະ​ລຶກ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ໄປ​ເຂົ້າ​ຮ່ວມ​ສົງ​ຄາມ​ຄົບ​ຮອບ​55ປີ.

ທ່ານ​ຢາງ​ໂຫງ​ເຊ​ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​ສູງ​ສຸດ​ສປປ​ເກົາຫຼີ,ທ່ານ​ກິມ​ຊິວ​ເຊ ປະອທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ສະມາ​ຄົມ​ມິດ​ຕະ​ພາບ​ສປປ​ເກົາຫຼີ​ຈີນ​ພ້ອມ​ກັບ​ຜູ້​ຮັບ​ຜິດ​ຊອບ​ຂອງ​ພາກ​ສ່ວນ​ຕ່າງໆ​ເຊັ່ນ​ກະອຊວງ​ກຳລັງ​ລົບ​ປະ​ຊາ​ຊົນ​ສປປ​ເກົາ​ຫຼີ ກະ​ຊວງ​ການ​ຕ່າງ​ປະ​ເທດ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລະ​ລຶກ.ທ່ານ​ຢາງ​ໂຫງ​ເຊ​ເວົ້າ​ຕໍ່​ທ່ານ​ອູ​ຕຸ້ງ​ເຮີ ເອກ​ອັກຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ສປປ​ເກົາຫຼີ​ວ່າ,​55ປີ​ກ່ອນ,​ໃນ​ເວ​ລາ​ທີ່​ປະ​ຊາ​ຊົນ​ສປປ​ເກົາຫຼ​ພວມ​ຢູ່​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ​ກວ່າ​ໝູ່,​ພັກ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ແຕ່ງ​ລູກ​ຫຼານ​ທີ່​ດີ​ເດັ່ນ​ມາ​ສະໜາມ​ລົບ​ສປປ​ເກົາຫຼີ,​ຄຽງ​ບ່າຄຽງ​ໄຫຼ່​ກັບ​ທະຫານ​​ແລະ​ປະຊາຊົນ​ສປປ​ເກົາຫຼີ​ດຳ​ເນີນານສູ້​ລົບ.ສ່ວນມິດ ຕະພາບ​ຂອງ​ປະຊາຊົນ​ຈີນ​​ແລະ​ຄຸນ​ງາມ​ຄວາມ​ດີ​ຂອງ​ນາຍ​ລະ​ພົນທະຫານ​ອາສາ​ສະໝັກ​ຈີນ,ພັກ​ລັດ​ແລະ​ປະຊາຊົນ​ສປປ​ເກົາຫຼີ​ຈະຈື່​ຈຳ​ໄວ້​ໃນ​ໃຈ​ຢ່າງ​ບໍ່​ມີ​ວັນ​ລືມ​.