ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-27 22:41:21    
ນາງ​ພູ​ບູ​ໂຈ​ມາ ນັກ​ຮຽບຮຽງ​ການຟ້ອນ​​ເຜົ່າ​ຕິເບ​ດ(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​​ໂຄລົບ,ຊົມ​ເຊີຍທ່ານ​ຮັບ​ຟັງ ລາຍການວັດທະນະ​ທຳ​ຈີນ.​ເຜົ່າ​ຕິ​ເບ​ດ​​ທີ່​ດຳລົງ​ຊີ​ວິດ​ຢູ່​ພູ​ພຽງ​ຊິງ​​ໄຮ​ຕິເບ​ດທີ່ຢູ່​ພາກ​ຕາ​ເວັດ​ຕົກ​ຂອງ​ຈີນແມ່ນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​​ເຜົ່າຫນຶ່ງ​ທີ່ຊ່າງ​ຟ້ອນ​ລຳ​ທຳ​​ເພງ,​ໃນ​ຄະນະ​ສິລະ​ປະວັນນະຄະດີ​ຂອງ​ເຂດຕິ​ເບ​ດ​ປົກຄອງ​ຕົນ​ເອງຂອງຈີນ,ມີ​ນັກ​ຮຽບຮຽງ​ການ​ຟ້ອນ​ງວດ​ຫນຶ່ງ​ທີ່​ສືບ​ທອດ​ແລະຂະຫຍາຍສິລະ​ປະ​ການຟ້ອນຂອງ​ເຜົ່າ​ຕິ​ເບ​ດ.​ໃນ​ລາຍການ​ມື້​ນີ້,ຂ້າ​ພະ​ເຈົ້າ​ຈະ​​ແນະ​ນຳ​ຜູ້​ຫນຶ່ງ​ໃນຄົນເຫ​ລົ່ານີ້ຄື​ນາງ​ພູ​ບູ​ໂຈ​ມາ ນັກ​ຮຽບຮຽງ​ການ​ຟ້ອນ​​ໄວ​ຫນຸ່ນ​ຂອງ​ຄະນະ​ສິລະ​ປະກຳ​ຕິເບ​ດ.

ໃນ​ເວລາ​ນັກ​ຂ່າວ​ສຳພາດ​ນາງ​ພູ​ບູ​ໂຈ​ມາ,​ແມ່ນ​ວັນພັກ​ພໍດີ, ນາງ​​ໄດ້ນຸ່ງ​ຊຸດ​ທຳ​ມະ​ນາ,ຍ້ອນ​ໄດ້​ເຮັດ​ວຽກ​ງານ​ດ້ານ​ສິລະ​ປະການ​ຟ້ອນ​ເປັນ​ເວລາ​ຍາວ​ນານ,​ເຖິງ​ວ່າ​ມີ​ອາຍຸ​​ເມືອບ40ປີ,​ແລ້ວ​ກໍ່ຕາມ,​ແຕ່ນາງຍັງ​ຄົງ​ໄດ້ຮັກສາ​ຮ່າງຄີງ​ອັນ​ພຽວຍາວ,​ໄດ້​ມັດ​ຜົມ​ດຳ​ເປັນ​ເກົ້າຜົມ,ຮູ້​ສຶກວ່າ​ສຸພາບ​ຮຽບຮ້ອຍ​ທີ່​ສຸດ​.

ນາງ​ພູບູໂຈມ​າມັກຟ້ອນ​ລຳ​ທຳ​ເພງ​ມາ​ແຕ່​ນ້ອຍ,​ໃນ​ທ້າຍ​ຊຸມ​ປີ70 ສະຕະວັດ​ແລ້ວນີ້,ຄະນະ​ສິລະ​ປະກຳ​ເຂດ​ຕິ​ເບ​ດ​ໄດ້​ປະ​ກວດ​ນັກ​ຟ້ອນ​ຢູ່​ເມືອງ​ລາຊາ,ນາງພູ​ບູ​ໂຈ​ມາ​ທີ່ອາຍຸ11ປີ​​ໄດ້ເຂົ້າ​ຮ່ວມການ​ປະ​ກວດ​ເທື່ອ​ນີ້ລອງ​ເບິ່ງ,​ໃນ​ທີ່​ສຸດ,ຜູ້​ຊ່ຽວຊານ​ຖືກ​ໃຈ​ນຳຄຸນ​ທາດ​ພື້ນຖານ​ຂອງ​ນາງຫລາຍ,​ນາງ​ແລະ​​ເພື່ອນ​ຮຽນຫລາຍ​ຄົນ​ທີ່​ໄດ້​ຜ່ານ​ການ​ປະ​ກວດ​ເລີຍ​ຖືກ​ສົ່ງມາ​ຮຽນ​ວິຊາ​ສະ​ເພາະ​ເປັນ5ປີ​ຢູ່​ສະ​ຖາ​ບັນ​ການ​ຟ້ອນ​ປັກ​ກິ່ງ, ເຊິ່ງ​ເປັນ​ສະ​ຖາ​ບັນ​ສູງ​ສຸດດ້ານ​ສິລະ​ປະການ​​​​ຟ້ອນ​ຂອງ​ຈີນ.20ກວ່າປີຜ່ານ​​ໄປແລ້ວ,​ໃນ​ເວລາ​ລົມ​ກັນ​ເຖິງ​ຊີວິດການ​ຮຽນ​ຕອນນີ້, ນາງ​ພູ​ບູ​ໂຈ​ມາ​ຍັງ​ຕື້ນ​ຕັນ​​ໃຈ​ທີ່​ສຸດ.ທ່ານ​ນາງ​​ເວົ້າ​ວ່າ,

"ຊີວິດ​ຫ້າ​ປີ​ຢູ່​ປັກ​ກິ່ງ​​ແມ່ນ​ຂ້ອຍ​ລືມ​ຍາກ​ທີ່​ສຸດ,​ໃນ​ຫ້ອງ​ຮຽນ​ຂອງ​ພວກ​ເຮົາ​ມີ​ນັກ​ຮຽນ​ເຜົ່າ​ຕິ​ເບ​ດ​​​ແລະ​ກໍ​ມີ​ນັກຮຽນເຜົ່າ​ຮ້ານ,ການ​ພົວພັນລະຫວ່າງພວກ​ເຮົາ​ແມ່ນ​ດີ​ທີ່​ສຸດ,ຮອດປະ​ຈຸ​ບັນມີ​​ເພື່ອນ​ຮຽນ​ຫລາຍ​ຄົນຍັງຕິດ​ຕໍ່​ກັນຢູ່.ອາຈານ​ເອົາ​ໃຈ​​ໃສ່​ນຳພວກ​ເຮົຫລາຍ,ຍັງ​ສອນພວກ​ເຮົານອກ​ໂຮງຮຽນ​ເລື້ອຍໆ.ສຸດ​ທ້າຍ,​ໃນ​ເວລາ​ຮຽນ​ຈົບ,ຄະ​ແນນ​ຂອງ​ພວກ​ເຮົາ​ລ້ວນ​ແຕ່​ແມ່ນ​ດີ​ທີ່​ສຸດ."

ຜ່ານ​​ການ​ເຝິກ​ຫັດ​ວິຊາ​ສະ​ເພາະ​​ຫ້າ​ປີ,ນາງ​ພູ​ບູ​ໂຈມາກໍ​ໄດ້​ຮຽນ​ຈົບ​ດ້ວຍຄະ​ແນນ​ອັນ​ດີ​ເດັ່ນ,​ແລະກັບ​ເມືອ​ຮອດ​ບ້ານ​ເກີດ​ເມືອງ​ນອນ,ດຳລົງ​ຕຳ​ແຫນ່​ງ​ເປັນນັກ​ຟ້ອນ​ໃນ​ຄະນະ​ສິລະ​ປະກຳ​ເຂດ​ຕິ​ເບ​ດ.ຍ້ອນ​ມີພື້ນຖານອັນ​ແຫນ້ນແລະ​​ໄດ້ພະຍາຍາມ​ຢ່າງ​ບໍ່ລົດ​ລະ,​ນາງ​​ໄດ້ກາຍ​ເປັນ​ນັກສະ​ແດງ​ຫລັກ​​ແຫ​ລ່ງຂອງ​ຄະນະ​ສິລະ​ປະກຳ​ເຂດ​ຕິ​ເບ​ດຢ່າງ​ໄວວາ.​ແຕ່​ປີ1991​ເປັນ​ຕົ້ນ​ມາ,​ໃນ​ນາມ​ເປັນ​ນັກ​ຟ້ອນ​ສຳຄັນ​ຂອງ​ຄະນະ​ສິລະ​ປະກຳ​ເຂດ​ຕິເບ​ດ, ​ນາງ​ໄດ້​ໄປ​ສະ​ແດງຢູ່ຫລາຍ​ປະ​ເທດ​ຄື​ອາ​ເມ​ລິ​ກາ,ກາ​ນາ​ດາ,​ດານມາກ,ຊູ​​ແອັດ,​ແບນ​ຊິກ,ລຸກ​ຊຳ​ບວກ​ແລະ​ສິງກະ​ໂປ​ເປັນ​ຕົ້ນ​​ຢ່າງເປັນ​ລຳດັບ,​​ໄດ້​ສະ​ແດງ​ລະບຳຕິ​ເບ​ດທີ່​ອຸດົມສົມບູນ​ຢູ່​ຕໍ່ຫນ້າຜູ້​ຊົມ​ບັນ​ດາ​ປະ​ເທດ.​ໃນ​ເວລາ​ກ່າວ​​ເຖິງ​ການ​ສະ​ແດງ​ເຫລົ່າ​ນີ້, ​ນາງ​​ເວົ້າ​ວ່າ:

"​ໃນ​ຜູ້​ຊົມ​ມີ​ພີ່ນ້ອງ​ຮ່ວມຊາດເຜົ່າ​ຕິເບ​ດຈຳນວນ​ຫນຶ່ງ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ,​ທຳ​ອິດ,​ພວກ​ເຂົ້າ​ເຈົ້າ​ບໍ່​​ເຂົ້າ​ໃຈ,​ແຕ່​ຫລັງຈາກ​ພວກ​ເຂົາ​ເຈົ້າ​ເບິ່ງ​ການ​ສະ​ແດງ​ແລ້ວໆ,ຫລາຍ​ໆຄົນ​​ເວົ້າ​ວ່າ,ລາຍການສະ​ແດງ​ດີ​ຫລາຍ,​ນັກສະ​ແດງ​ກໍ່​ດີ​ຫລາຍ,​ໄດ້ຫັນ​ລະບຳ​ອັນ​ມີມູນ​ເຊື້ອ​ຈຳນວນ​ຫນຶ່ງຂອງ​ຕີ​ເບ​ດຢ່າງ​ແທ້​ຈິງ.

ປີ1997,ຄະນະ​ສິລະ​ປະກຳ​ເຂດ​ຕິເບ​ດຕ້ອງການບຳລົງ​ສ້າງນັກ​ຮຽບຮຽງ​ຂອງ​​ເຜົ່າ​ຕີ​ເບ​ດຈຳນວນ​ຫນຶ່ງ,​ໃນ​ທີ່​ສຸດ, ​ນາງ​ພູ​ບູ​ໂຈ​ມາທີ່​ເປັນ​ນັກຟ້ອນ​ມາຫລາຍ​ປີ​ກໍ​ໄດ້ເລືອກ​ວຽກ​ງານ​ໃຫມ່​ດັ່ງກ່າວ​ນີ້. ​ນາ​ງ​ເວົ້າ​ວ່າ,

"ຂ້ອຍ​ຮູ້ສຶກ​ມີຫນ້າ​ທີ່​ຮັບຜິດຊອບຊະນິດ​ຫນຶ່ງ,ຄື​ຄວາມ​ຈົດ​ຈໍ່​ຕໍ່​ລະບຳເຜົ່າ​ຕີ​ເບ​ດ.ຂ້ອຍ​ເຫັນ​ວ່າຕົນ​ເອງ​ມີ​​ຫນ້າ​ທີ່​ຮັບຜິດຊອບ​ຫາບ​​ແບກ​ຫນ້າ​ທີ່​ລາຍ​ນີ້ປະດິດ​ຄິດ,​ແຕ່ງ​ການ​​ຟ້ອນ​ເຜົ່າຕີ​ເບ​ດທີ່ດີກ​ວ່າ​ເກົ່າ​ໃຫ້​ນັກຟ້ອນ​ໄວ​ຫນຸ່ນ​ກວ່າງວດ​ຫນຶ່ງ."

ປີ1997, ​ນາງ​ພູ​ບູ​ໂຈ​ມາ​ມາ​ຮອດ​ສະ​ຖາ​ບັນ​ການ​ຟ້ອນ​ປັກ​ກິ່ງ​ເປັນ​ເທື່ອ​ທີ​ສາມ​ເທື່ອ​ນີ້, ນາງ​​ແມ່ນ​ມາຮຽນ​ວິຊາ​ຮຽບຮຽງ​ແລະ​ກຳກັບ​ການ​ຟ້ອນ​ໂດຍ​ຈຳ​ເພາະ.​ໃນ​​​ເວ​ລາ​ຫວາງ​,ນອກ​ໂຮງຮຽນ, ​ນາງ​ໄດ້​ສະຫມັກຊື່​ສຽນ​ຫຼັກສູດ​ການ​ຟ້ອນ​ຢູ່ສະ​ຖາ​ບັນ​ການ​​ຟ້ອນດ້ວຍ​ທຶນ​ຕົງ​ເອງ,​ແລະ​ໄດ້​ຮັບ​ໃບ​ຢັ້ງຢືນ​ຄຸນ​ວຸດ​ທິ​ເປັນຄູສອນ​ການ​ຟ້ອນ​ຢ່າງ​ສະດວກ.ປີ2001, ນາງ​ພູບູ​ໂຈ​ມາ​​ໄດ້ສ້າງ​​ໂຮງຮຽນ​ການ​ຟ້ອນ​ສະຫມັກ​ຫລິ້ນ​ສຳລັບ​ເດັກນ້ອຍ​ແຫ່ງ​ທຳ​ອິດ​ຂອງຕີ​ເບ​ດ,ນາງ​ໄດ້ແຕ່ງ​ຫລັກສູດ​ການ​ຟ້ອນ​ສຳລັບ​ເດັກນ້ອຍ​ທີ່​ມີ​ຄວາມ​ມ່ວນ​​ຊື້​ນຂອງເດັກ​ນ້ອຍ​ແລະ​ມີ​ສີສັນ​ພິ​ເສດຂອງ​ລະບຳ​ເຜົ່າ​ຕີ​ເບ​ດ,​ເຮັດ​ໃຫ້​ເດັກນ້ອຍ ເຍົາວະ​ຊົນ​​ເຜົ່າ​ຕີ​ເບ​ດ​ທີ່​ທຳ​ມະ​ດາສຳ​ມັນຫລາຍ​ໆຄົນ​​ໄດ້​ມີໂດ​ກາດຮັບ​ການ​ສື​ກສາ​ວິຊາ​ສະ​ເພາະການ​ຟ້ອນ.

ເມື່ອເວົ້າ​ເຖິງ​ວຽກ​ງານຊີ້​ນຳ​ການ​ຟ້ອນ​​ໃນຫລາຍ​ປີ​ມາ​ນີ້, ນາງ​ພູ​ບູ​ໂຈ​ມາ​ເຫັນ​ວ່າ,ວຽກ​ງານ​ຊີ້​ນຳ​ການ​ຟ້ອນ​ເຜົ່າ​ຕີ​ເບ​ດຕ້ອງການ​ລົງເລິກ​ເຂົ້າ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ເຜົ່າ​ຕີ​ເບ​ດ​ຢ່າງ​ຕິດ​ແທດ​ຕົວ​ຈິງ,ສັງ​ເກດ​ເບິ່ງ​ການ​ຟ້ອນ​ອັນ​ເປັນມູນ​​ເຊື້ອ​ແມ່ນ​ຈໍ່​ຕົວ​ຂຶ້ນ,​ເຜີຍ​ແຜ່ແລະ​ຂະຫຍາຍຕົວ​ແນວ​ໃດ​ໃນ​ທ້ອງ​ຖິ່ນ​ຕ່າງໆ. ​ນາງ​​ເວົ້າ​ວ່າ,

ພວກ​ເຮົາຕ້ອງ​ຂຸດ​ຄົ້ນ​ແລະ​ຮັກສາ​ສິລະ​ປະການ​ຟ້ອນອັນ​ເປັນມູນ​ເຊື້ອຢ່າງຄົບ​ຖ້ວນ,​ແຕ່​ການ​ຟ້ອນ​ທີ່​ສະ​ແດງ​ຢູ່​ເທິງ​​ເວທີສະ​ແດງບໍ່​ຄວນ​​ເປັນ​ແບບ​ຕາຍ​ຕົວ,ຄວນ​ມີ​ກາ​ນພັດທະນາ​ຢ່າງ​ແນ່ນອນ.ຂໍ​ກະ​ແຈ​ແມ່ນ​ພວກ​ເຮົາ​ຕ້ອງກຳ​ວິທີ​ພັດທະນາ​ໃຫ້​ດີ,ຖ້າ​ບໍ່​ດັ່ງ​ນັ້ນຈະ​ທຳລາຍ​ຫົວ​ກະທິ​ຂອງ​ມູນ​ເຊື້ອ.ນີ້​ແມ່ນ​ບັນຫາ​ທີ່ຂ້ອຍ​ພິຈາລະນາ​ເລື້ອຍໆ​ໃນ​ປະຈຸ​ບັນ."

ທ່ານ​ຜູ້​​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມາ​ນັ້ນ​ເປັນ​ບົດ​ສະ​ເຫນີ​ທ່ານ​ນາງ​ພູ​ບູ​ໂຈ​ມາ ນັກ​ຮຽບ​ຮຽງ​ແລະ​ຊີ້​ການ​ຟ້ອນ​ເຜົ່າ​ຕີເບດ​ຂອງ​ຈີນ​.​