|
![](/images/spacer.gif) |
(GMT+08:00)
2005-10-25 20:34:40
|
ທ່ານເວີນເຈຍປາວຫວັງໃຫ້ການພົວພັນລະຫວ່າງຈີນກັບສິງກະໂປກ້າວຂຶ້ນສູ່ລະດັບສູງໃໝ່ອີກ
cri
Author: da
ຕາມຂ່າວCRI: ວັນທີ 25 ຕຸລາ ໃນເວລາພົບປະທ່ານລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປທີ່ມາຢ້ຽມຢາມຈີນຢູ່ປັກກິ່ງ,ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນເວົ້າວ່າ,ຝ່າຍຈີນຍິນດີພ້ອມກັນກັບຝ່າຍສິງກະໂປ ສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່ອີກບົນພື້ນຖານທີ່ມີຢູ່ໃນປະຈຸບັນ ຕາມຫຼັກການທີ່ໂຄລົບເຊິ່ງກັນແລະກັນ ສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານລີຊຽນລຸງສະແດງຄວາມຊົມເຊີຍຕໍ່ການພັດທະນາໂດຍສັນຕິຂອງຈີນ. ທ່ານເວົ້າວ່າ,ຝ່າຍຈີນຍິນດີທຳຄວາມພະຍາຍາມພ້ອມກັນກັບຝ່າຍຈີນ,ເພີ່ມທະວີການຮ່ວມມືກັນໃນຂົງເຂດເສດຖະກິດການຄ້າແລະວັດທະນະທຳເປັນຕົ້ນ,ຊຸກຍູ້ການພົວພັນລະຫວ່າງສິງກະໂປກັບຈີນໃຫ້ມີການຄືບໜ້າໃໝ່ເລື້ອຍໆ.
ທ່ານລີຊຽນລຸງກ່າວລື້ມວ່າ,ສິງກະໂປປະຕິບັດນະໂຍບາຍຈີນດຽວຢ່າງໝັ້ນໜຽວ,ຄັດຄ້ານ"ໄຕ້ຫວັນເປັນເອກະລາດ".
|
|
|