ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-26 11:04:32    
ປະຊາ​ຄົມ​ໂລກ​ຊົມ​ເຊີຍ​ລັດ​ຖະທຳ​ມະ​ນູນ​ສະ​ບັບ​ໃໝ່​ຂອງ​ອີ​ຣັກ​ໄດ້​ຖືກ​ຮັບ​ຮອງ​​ໃນ​ການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 25 ຕຸລາ ຄະນະ​ກຳມະການ​ເລືອກ​ຕັ້ງ​ໂດຍ​ເອກະລາດ​ອີຣັກປະກາດ​ວ່າ,ລັດຖະທຳ​ມະນູນ​ສະບັບ​ໃໝ່​ຂອງ​ອີຣັກ​ໄດ້​ຖືກ​ຮັບຮອງ​ໂດຍ​ໄດ້​ຮັບ​ສຽງສະໜັບສະໜູນ 78% ​ໃນການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ.ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ຊົມ​ເຊີຍ.

ມື້​ດຽວ​ກັນ ທ່ານ​ອານ​ນານ ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ​ເວົ້າວ່າ,ການຮັບຮອງ​​ເອົາລັດຖະທຳ​ມະນູນ​ສະ​ບັບ​ໃໝ່ ​ແມ່ນ​ການ​ຕົກລົງ​ຂອງ​ປະຊາຊົນ​ອີຣັກ​ເອງ,ກໍ​ແມ່ນ​ຫຼັກ​ໝາຍ​ທາງ​ທີ່​ເນັ່ງ​ໄປ​ສູ່​ເສັ້ນທາງ​ປະຊາທິປະ​ໄຕ.ອົງການ​ສະຫະ​ປະຊາ​ຊາດ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ​ສະໜັບສະ​ໜູນ​ປະຊາຊົນ​ອີຣັກ.

ມື້​ດຽວ​ກັນ ທ່ານ​ນາງ​ວານ​ເດິ​ເນີ ກຳມະການ​ຮັບຜິດຊອບ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ຄະ​ນະ​ກຳມາທິການສະຫະພາບ​ເອີ​ລົບ​ເວົ້າວ່າ,ອີຣັກຈັດການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຢ່າງ​ສຳ​ເລັດ​ຜົນ​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ເຫັນ​ຂັດ​ກັນ​ໃດໆ​ລ້ວນ​ແຕ່​ແກ້​ໄຂ​ໄດ້​ໂດຍ​ຜ່ານ​ຈາກ​ການ​ສົນທະນາ​ແບບ​ປະຊາທິປະ​ໄຕ.ສະຫະ​ພາບ​ເອີ​ລົບ​ຈະ​ສືບ​ຕໍ່​ສະໜັບ​ສະ​ໜູນ​ການຈັດ​ການ​ເລືອກ​ຕັ້ງສະພາ​ຂອງອີຣັກ​ໃນ​ອະນາຄົດ.

ມື້​ດຽວ​ກັນ ທ່ານ​ແມັກ​ເຄຼ​ເລິນ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ໄດ້​ອວຍ​ພອນ​ລັດ​ຖະທຳ​ມະນູນ​ສະບັບ​ໃໝ່​ຂອງ​ອີຣັກ​ໄດ້​ຖືກ​ຮັບຮອງ.

ວັນ​ທີ 26 ,ທ່ານ​ຢາບ ເດີຮຸບ​ສະ​ເຊ​ເຟີ ​ເລຂາທິການ​ໃຫຍ່​ກຸ່ມ​ນາ​ໂຕ​ກ່າວ​ວ່າ,ການ​ຮັບຮອງລັດຖະທຳ​ມະນູນ​ສະບັບ​ໃໝ່​ແມ່ນ​ບາດກ້າວ​ສຳຄັນ​ໃນ​ຂະ​ບວນວິວັດ​ການ​ເມືອງ​ຂອງ​ອີຣັກ,ກຸ່ມ​ນາ​ໂຕ​ຈະ​ສືບ​ຕໍ່​ຊ່ອຍ​ເຫຼືອ​ອີຣັກປະກອບ​ອາວຸດ​ແລະ​ເຝິກ​ຫັດ​ກອງທະຫານ​ຄວາມ​ປອດ​ໄພ​.