ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-26 16:21:45    
ທ່ານ​ບຸ​ສ​ກ່າວ​ປາ​ຖະ​ກະ​ຖາ,​ປະ​ຕິ​ເສດ​ການ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ​ອີກ

cri
ຕາມ​ຂ່າວCRI,ວັນ​ທີ25​ຕຸລາ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ປາ​ຖະ​ກະ​ຖາ,​ປະ​ຕິ​ເສດ​ການ​ຖອນ​ທະຫານ​ອອກ​ຈາກ​ອີຣັກອີກ.

ໃນ​ງານ​ລ້ຽງ​ອາຫານ​ທ່ຽງ​ທີ່​ຈັດ​ຂຶ້ນ​ຢູ່​ຖານ​ທັບ​ອາກາດ​ໂບລິງ​ແຫ່ງ​ວໍ​ຊິງ​ຕັນ​ໃນ ວັນ​ທີ​25​ຕຸ​ລາ,ທ່ານ​ບຸ​ສກ່າວ​ວ່າ,ທ່ານ​ຮູ້ສຶກ​ເສຍ​ໃຈ​ຕໍ່​ແຕ່ລະ​ຊີວິດ​ທີ່​ລ່ວງ​ລັບ​ໄປ,​ແຕ່​ວ່າ​ວິທີ​ດີ​ທີ່​ສຸດ​ທີ່​ເຄົາ​ລົບ​ທະ​ຫານ​ຜູ້​ເສຍ​ສະ​ຫຼະກໍ​ແມ່ນ​ສຳ​ເລັດ​ພາລະ​ກຳ​ຢູ່​ອີຣັກ.ທ່ານ​ບຸ​ສກ່າວ​​ເນັ້ນ​ວ່າ,ການ​ຮັບ​ໄຊ​ຊະ​ນະ​ຢູ່​ອີຣັກ​ຕ້ອງ​ການ​ການ​ເສຍ​ສະ​ຫຼະ​ຫຼາຍ​ກວ່າ​ເກົ່າ,​ຖອນ​ທະ​ຫານ​ກ່ອນ​ເວລາ​ກຳ​ນົດ​ມີ​ແຕ່​ຈະ​​ໃຫ້​ພວກ​ກໍ່​ການ​ຮ້າຍ​ສວຍ​ໂອກາດ​ເທົ່າ​ນັ້ນ.

ມື້​ດຽວ​ກັນ,CNN​ໄດ້​ຍົກ​ເອົາ​ຂ່າວ​ຈາກ​ນຳ​ທຽບ​ຫ້າ​ແຈ​ມາລາ​ຍງານ​ວ່າ, ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ທີ່​ເສຍ​ຊີ​ວິດ​ນັ້ນ​​ໄດ້​ບັນ​ລຸ​2000​ຄົນ​ແລ້ວ.