ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-27 10:25:05    
ນ້ຳ​ມັນ​ເຊື້ອ​ໄຟ​ຂຶ້ນ​ລາ​ຄາ ​ກະທົບ​ກະ​ເທືອນ​ເສ​ດຖະ​ກິດ​ອາ​ຊຽນ(ສຽງ)

cri Author: da


ແຕ່​ປີ​ນີ້​ມາ,ນ້ຳມັນ​ເຊື້ອ​ໄຟ​ສາກົນ​ໄດ້​ຂຶ້ນ​ລາຄາຕິດໆ,ນີ້​ໄດ້​ນຳ​ເອົາ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ເສດຖະກິດຂອງ​ປະ​ເທດ​ອາຊີ.ບັນດາ​ປະ​ເທດ​ອາ​ຊຽນທະຍອຍ​ກັນ​ປັບປຸງນະ​ໂຍບາຍ​ເສດຖະກິດ​ຂອງ​ຕົນ,ຮັບ​ມື​ກັບ​ການ​ກະ​ໜ່ຳ​ເສດຖະກິດ​ຂອງ​ປະ​ເທດ​ຕົນ​ຍ້ອນ​ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ.​ໃນ​ລາຍການ​ເຂົ້າສູ່​ອາ​ຊຽນພາກ​ນີ້,​ເຊີນທ່ານ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດຫົວ​ເລື່ອງ​ວ່າ: ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ ​ກະທົບກະ​ເທືອ​ນ​ເຖິງ​ເສດຖະກິດ​ອາ​ຊຽນ.

ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້​​ອິນ​ໂດ​ເນ​ເຊຍ​ເກີດໄພ​ເງິນ​ເຟີ້.​ ເດືອນ​ກໍລະກົດ​ປີ​ນີ້ ຕົວ​ເລກ​ສະຖິຕິ​ລາຄາ​ບໍລິ​ໂພ​ກຂອງປະຊາຊົນ​ອິນ​ໂດ​ເນ​ເຊຍ​ໄດ້​​ເພີ່ມ​ຂຶ້ນຫຼາຍ​ກວ່າ​ເວລາ​ດຽວ​ກັນ 7,84%,​ໃນ​ຂະນະ​ດຽວ​ກັນ ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາຕິດໆ,ກໍ​ເຮັດ​ໃຫ້​ເງິນຕຸ​ນອິນ​ໂດ​ເນ​ເຊຍ​ຫຼຸດ​ລາຄາ​ຕິດໆ.​ເພື່ອ​ກອບ​ກູ້​ເງິນຕາ​ທີ່​ຫຼຸດ​ລາ​ຄາ,ທະນາ​ຄານ​ກາງ​ອິນ​ໂດ​ເນ​ເຊຍ​ໄດ້​ປະກາດ​ມາດ​ຕະການ 6 ຂໍ້​​ເພື່ອ​ເຮັດ​ໃຫ້​ເງິນຕາ​ໝັ້ນທ່ຽງ,ຊຶ່ງ​ລວມທັງ​ຍົກ​ອັດຕາ​ພື້ນຖານ​ໃຫ້​ສູງ​ຂຶ້ນ.

ນ້ຳມັນ​ເຊື້ອ​ໄຟ​ສາກົນຂຶ້ນ​ລາຄາຢ່າງ​ຕໍ່​ເນື່ອງ​ແລະ ນ້ຳມັນ​ເຊື້ອ​ໄຟ​ຂອງ​ປະ​ເທດ​ຕົນ​ຫຼຸດລາຄາ ຊຸກຍູ້​ໃຫ້​ລັດຖະບານ​ອິນ​ໂດ​ເນ​ເຊຍ​ຕັດສິນ​ໃຈຫຼຸດ​ຄ່າ​ເກື້ອກູນ​ເພື່ອ​ຍົກ​ສູງ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຢູ່ພາຍ​ໃນ​ປະ​ເທດ.ຕາມ​ໄດ້​ຊາບ,ລັດຖະບານ​ອິນ​ໂດ​ເນ​ເຊຍ​ວາງ​ແຜນ​ເບີກ​ເງິນ​ສົດເກື້ອກູນ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ 15 ລ້ານ 5 ​ແສນ​ຄອບຄົວ,​ແຕ່​ລະ​ຄອບຄົວ 30 ​ໂດ​ລາ​ສະຫະລັດ​,​ເພື່ອ​ຮັບ​ມື​ກັບ​ການ​ກະ​ໜ່ຳຫຼັງ​ຈາກນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ​ແລ້ວ.

ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ​ກໍ​​ໄດ້ນຳ​ເອົາ​ກຳລັງ​ໜີບ​ອັນຫຼວງ​ຫຼາຍ​ໃຫ້​ແກ່​ຟີ​ລິບ​ປິນ.ຕາມ​ສະຖິຕິ​ຝ່າຍ​ທາງ​ການ,ຟີ​ລິບ​ປິນຕ້ອງການ​ນ້ຳມັນ​ເຊື້ອ​ໄຟ​ມື້​ລະ 3 ​ແສນ 3 ໝື່ນ​ບາ​ເລນ,​ແມ່ນ​ອາ​ໄສ​ນ້ຳ​ເຂົ້າຈາກ​ຕ່າງປະ​ເທດ​ໝົດ.ບວກ​ກັບ​ໃນຫຼາຍ​ອາທິດ​ທີ່​ຜ່ານ​ມາ,​​ສະຖານະ​ພາບ​ການ​ເມືອງ​ຂອງ​ຟີ​ລິບ​ປິນປັ່ນ​ປ່ວນ,ອັດຕາ​ແລກປ່ຽນ​ເງິນ​ເປ​ໂຊຟີ​ລິບ​ປິນ​ກັບ​ເງິນ​ໂດ​ລາໄດ້​ຫຼຸດລາຄາ​ລົງ​ເປັນ​ກ້າວໆ,ລາຄາ​ສິ່ງ​ຂອງ​ພັດ​ແພງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ເພື່ອ​ແກ້​ໄຂ​ບັນຫາ​ໄພ​ເງິນ​ເຟີ້​ຂອງ​ປະ​ເທດ​ຕົນ,ພາຍຫຼັງ​ຈັດ​ກອງ​ປະຊຸມ​ປະຈຳ​ສະພາ​ແຫ່ງ​ຊາດ​​ໃນ​ເດືອນ​ກັນຍາ​ແລ້ວ ຜູ້​ວ່າການ​ທະນາຄານ​ກາງ​ຟີ​ລິບ​ປິນກ່າວ​ວ່າ,​ໃນ​ຫຼາຍ​ເດືອນ​ພາຍ​ໜ້າ,ນະ​ໂຍບາຍ​ເງິນຕາ​ຟີ​ລິບ​ປິນຈະ​​ຮັດ​ແໜ້ນ; ພ້ອມ​ກັນນັ້ນ ​ເພື່ອ​ຮັບ​ມື​ກັບ​ສະພາບ​ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ,ທ່ານ​ນາງ​ອາ​ໂລ​ໂຢ ປະທານ​າທິບໍດີຟີ​ລິບ​ປິນ​ໄດ້​ອອກ​ຄຳ​ສັ່ງ,​ເກືອດ​ຫ້າມ​ຂະ​ແໜງ​ການ​ລັດຖະບານ​ຊື້​ລົດ​ໃໝ່,​ເພື່ອ​ຫຼຸດ​ການ​​ສິ້ນ​ເປືອງ​ນ້ຳມັນ​ເຊື້ອ​ໄຟ.ທ່ານ​ນາງ​ອາ​ໂລ​ໂຢ​ເວົ້າວ່າ,ກະຊວງ​ພະລັງງານ​ແລະ​ພາກສ່ວນ​ອື່ນ​ຂອງລັດຖະບານຟີ​ລິບ​ປິນຈະຈັດການ​ເຄື່ອນ​ໄຫວ​ສຶກສາ​ແລະ​ໂຄສະນາ​​ການ​ປະ​ຢັດ​ພະລັງ​ງານ​ຢູ່​ທົ່ວ​ປະ​ເທດ,​ເຮັດ​ໃຫ້ການ​ປະຢັດ​ພະລັງ​ງານ​ກາຍ​ເປັນ​​ແບບ​ແຜນ​ດຳລົງຊີວິດ​ຊະນິດ​ໜຶ່ງ.ທ່ານ​ນາງ​ເວົ້າວ່າ,ການ​ເຄື່ອນ​ໄຫວ​ເທື່ອ​ນີ້ ​ຈະ​​ເຮັດ​ໃຫ້​ປະລິມານນ້ຳມັນ​ເຊື້ອ​ໄຟທີ່ຟີ​ລິບ​ປິນນຳ​​ເຂົ້ານັ້ນຫຼຸດໜ້ອຍ​ລົງ 12%,​ເທົ່າ​ກັບ​​ໄດ້​ປະ​ຢັດຄ່າ​ໃຊ້​ຈ່າຍ​ນ້ຳມັນ​ເຊື້ອ​ໄຟ 874 ​ລ້ານໂດ​ລາ​ຕໍ່​ປີ.

​​ເດືອນ​ກໍ​ລະ​ກົດ​ປີ​ນີ້ ລັດຖະບານ​ໄທ​ໄດ້​ຍົກ​ເລີກ​ລະບອບ​ເກື້ອກູນນ້ຳມັນ​ເຊື້ອ​ໄຟ​ເພື່ອ​ປັບປຸງ​ສະພາບ​​ລາຍ​ໄດ້​ລາຍ​ຈ່າຍສາກົນ,ທັງ​ນີ້​ແມ່ນ​ຍ້ອນ​ວ່າ ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ,ຂຸມ​ງົບປະມານ​ຂອງ​ໄທ​ໃນ 6 ​ເດືອນ​ຕົ້ນປີ​ນີ້​ໄດ້​ບັນ​ລຸ 6 ຕື້ 200 ລ້ານ​ໂດ​ລາ,​ເຊິ່ງ​ແມ່ນ​ລະດັບ​ສູງ​ສຸດຫຼັງ​ຈາກ​ເກີດ​ວິ​ກິດ​ການ​ການ​ເງິນ​ອາຊີ​ມາ​ນີ້,ອັດຕາ​ເງິນ​ເຟີ້​ຂອງ​ໄທ​ກໍ​ຢູ່​ໃນ​ລະດັບ​ສູງ​ສຸດ​ແຕ່​​ວິ​ກິດ​ການ​ເງິນ​ອາຊີ​​ເມື່ອ​ປີ 1997 ມາ​ນີ້.

ຕາມ​ໄດ້​ຊາບ,ຍ້ອນ​ຂາດນ້ຳມັນ​ເຊື້ອ​ໄຟ,ພາກສ່ວນ​ຄຸ້ມ​ຄອງ​ການບິນຂອງ​ໄທ​ຈະ​ຍົກ​ເລີກ​ໃບ​ທຸລະ​ກິດ​ຂອງ 4 ບໍລິສັດ​ການບິນ​ທີ່​ລາຄາ​ຖືກ;​ ໃນ​ຂະນະ​ດຽວ​ກັນ,ລັດຖະບານ​ໄທ​ກໍ​ຈະ​ໃຊ້​ເຄື່ອງ​ເສດ​ເຫຼືອ​ຄື ຮາກ​ຕົ້ນໝາກພ້າວ​ແລະ​ເປືອກໝາກພ້າວ​ເປັນຕົ້ນ​ແທນ​ວັດຖຸ​ເຊື້ອ​ໄຟ,​ແລະ​ຈະສ້າງ​ໂຮງ​ຜະລິດ​ໄຟຟ້າ​ດ້ວຍ​ຕົ້ນໝາກພ້າວ​​ແຫ່ງ​ໜຶ່ງ.

ຄຽງ​ຄູ່​ກັບ​ນ້ຳມັນ​ເຊື້ອ​ໄຟ​ໃນຕະຫຼາດ​ສາກົນຂຶ້ນ​ລາຄາ​ເທື່ອ​ລະ​ກ້າວ,ມາ​ເລ​ເຊຍ ທີ່​ເປັນ​ປະ​ເທດ​ຜະລິດສົ່ງ​​ອອກນ້ຳມັນ​ເຊື້ອ​ໄຟ​ກໍ​ຖືກກຳລັງ​ໜີບ​ເຊັ່ນ​ດຽວ​ກັນ. ​ແຕ່​ໃດ​ມາ ລັດຖະບານ​ມາ​ເລ​ເຊຍ​ໄດ້​ໃຊ້​ນະ​ໂຍບາຍ​ເກື້ອກູນ​ຕໍ່​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ພາຍ​ໃນ​ປະ​ເທດ,​ແຕ່​ລະ​ປີ ຕ້ອງ​ເສຍ​ທຶນ​ແຫ່ງ​ລັດ​ຈຳນວນ​ຫຼວງ​ຫຼາຍ,ນ້ຳມັນ​ເຊື້ອ​ໄຟ​​ໃນຕະຫຼາດ​ສາກົນ​ຂຶ້ນ​ລາຄາ ​ເຮັດ​ໃຫ້​ຄັງ​ເງິນ​ແຫ່ງ​ຊາດມາ​ເລ​ເຊຍ​​ແຮງ​ເຫຼືອ​ບ່າ​ໃນ​ການ​ເກື້ອ​ກູນ.​ໃນ​ໄລຍະ​ແຕ່​ເດືອນ​ຕຸລາ​ປີ​ກາຍ​ຮອດ​ທ້າຍ​ເດືອນ​ກໍລະກົດ​ປີ​ນີ້,ລັດຖະບານ​ມາ​ເລ​ເຊຍ​ຈຳ​ເປັນ​ຕ້ອງຂຶ້ນລາຄາ​ນ້ຳມັນສຳ​ເລັດ​ຮູບຂອງ​ປະ​ເທດ​ຕົນ​ຄື ນ້ຳມັນ​ແອັດ​ຊັງ​ແລະ​ນ້ຳມັນ​ກາ​ຊວນ​ເປັນຕົ້ນ 4 ​ເທື່ອ,​ແຕ່​ວ່າ ​ໄພ​ເງິນ​ເຟີ້​ຍ້ອນ​​ລາຄາ​ນ້ຳມັນ​ແພງ​ຂຶ້ນ ​ພັດ​ເຮັດ​ໃຫ້​ຄົນ​ມາ​ເລ​ເຊຍ​ມີ​ພາລະ​ໜັກໜ່ວງ​ໃນ​ດ້ານ​ຊີວິດ​ການ​ເປັນ​ຢູ່.ຫວ່າງ​ມໍ່ໆ​ນີ້ ລັດຖະບານມາ​ເລ​ເຊຍ​ໄດ້​ປະກາດ​ມາດ​ຕະການ​ພວງ​ໜຶ່ງ ​ເຊິ່ງລວມທັງ​ການ​ຫຼຸດ​ຄ່າບົວລະບັດ​ເສັ້ນ​ທາງ​ຢ່າງ​ຫຼວງ​ຫຼາຍ,​ເພື່ອ​ຮັບ​ມືກັບຜົນ​ສະທ້ອນຍ້ອນນ້ຳມັນ​ເຊື້ອ​ໄຟ​ສາກົນ​ໃນ​ສະ​ເພາະ​ໜ້າ​ນີ້ຂຶ້ນ​ລາຄາ​ຢ່າງ​ບໍ່​ຢຸດ​ຢັ້ງ​ທີ່​ມີ​ຕໍ່​ມາ​ເລ​ເຊຍ.ຫ້ອງການ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ອອກຖະ​ແຫຼ​ງການ​ກ່າວ​ວ່າ,​ເລີ່​ມ​ແຕ່​ວັນ​ປະກາດ​ຮອດ​ທ້າຍ​ປີ​ນີ້,ມາ​ເລ​ເຊຍ​ຈະ​ບໍ່ຂຶ້ນລາຄາ​ນ້ຳມັນ​ແອັດ​ຊັງ ນ້ຳມັນ​ກາ​ຊວນ​ແລະ​ອາຍ​ແກັສທຳ​ມະ​ຊາດ​ທີ່​ໃຊ້​ໃນ​ຝ່າຍ​ພົນລະ​ເຮືອນ;​ໃນ​ປີ​ນີ້​ແລະ​ປີໜ້າ,ສະຖານີ​ເກັບ​ຄ່າບົວລະບັດ​ເສັ້ນທາງ​ດ່ວນ​ເສັ້ນຕ່າງໆ​ຂອງ​ມາ​ເລ​ເຊຍ ກໍ​ຈຳ​ເປັນ​ຕ້ອງຍົກສູງ​ຄ່າບົວລະບັດ​ເສັ້ນ​ທາງ.ອີກ​ດ້ານ​ໜຶ່ງ,ມາ​ເລ​ເຊຍຍັງ​ອອກ​ແຮງ​ສະ​ແຫວ​ງຫາ​ພະລັງງານ​ເຂົ້າ​ແທນ,ກ່າວ​ເນັ້ນຄວາມ​ສຳ​ຄັນ​ຂອງ​ການ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟ​ຊີວະ​ພາບ​ຕໍ່​ການ​ພັດທະນາ​​ເສດຖະກິດ.ຫວ່າງ​ມໍ່ໆ​ນີ້ ລັດຖະບານ​ມາ​ເລ​ເຊຍ​ຍັງ​ຈັດ​ການ​ເຄື່ອນ​ໄຫວ​ປະ​ຢັດ​ພະລັງງານ​​ໃນທົ່ວ​ປະ​ເທດ,ຍົກ​ສະຕິ​ປະຢັດ​ພະລັງງານ​ຂອງ​ມວນ​ຊົນ​ໃຫ້​ສູງ​ຂຶ້ນ.ບຸກຄົນ​ທີ່​ກ່ຽວຂ້ອງ​ວິ​ເຄາະ​ວ່າ,ນ້ຳມັນ​​ເຊື້ອ​ໄຟຂຶ້ນ​ລາຄາ​ບໍ່​ມີ​ຜົນ​ສະທ້ອນ​​ຍາວ​ນານປານ​ໃດ​ຕໍ່ມາ​ເລ​ເຊຍ,​ເພາະວ່າ ມາ​ເລ​ເຊຍ​ກໍ່​ຜະລິດ​ນ້ຳມັນ​ເຊື້ອ​ໄຟ.

​ເມື່ອ​ທຽບ​ກັບ​ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນ,​​ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ​ສົ່ງ​ຜົນ​ກະທົບ​ເສດ​ຖະກິດ​​ສິງກະ​ໂປ​ແລະ​ບຼູ​ໄນ​ນັ້ນ​ໜ້ອຍ​. ສາຍ​ເຫດກໍ​ແມ່ນ,​ມາດ​ຕະການ​ຂອງ​ລັດຖະ​ບານ​ສິງກະ​​ໂປ​​ກ່ຽວ​ກັບການ​ຊຸກຍູ້​ຕະຫຼາດ​ເຮືອນ​ຢູ່ຫວ່າງ​ມໍ່ໆ​ນີ້ ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຢູ່​ພາຍ​ໃນປ​ະ​ເທດ,​ແລ້ວ​ຜ່ອນ​ຄາຍ​ຜົນ​ສະທ້ອນ​ຫຼີກ​ຊ້ອນ​ຍ້ອນ​ນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ​.

ນັກວິ​ເຄາະ​ເສດຖະກິດ​ສາກົນ​ເຫັນ​ວ່າ,​ໂຄງການ​ຫຼຸດ​ພາສີ​ຂອງ​ອົສຕຼາລີ ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຂອງ​ໄທ​ ແລະ​ໂຄງການຕະຫຼາດ​ເຮືອນ​ຢູ່​ຂອງ​ສິງກະ​ໂປ ລ້ວນ​ແຕ່​ແມ່ນ​ພາຫະນະ​ຂອງ​ລັດຖະບານ​ທີ່​ຮັບ​ມື​ກັບ​ນ້ຳມັນ​ເຊື້ອ​ໄຟ​​ໄດ້​ຂຶ້ນ​ລາຄາ,ທຽບ​ກັບ​ການ​ຄວບ​ຄຸມ​ຕະຫຼາດ​ແຕ່​ຢ່າງ​ດຽວນັ້ນ,ພາຫະນະ​ເຫຼົ່າ​ນີ້​ຈະມີ​ຜົນ​ດີຫຼາຍ​ກວ່າ​ຕໍ່ການ​ຜ່ອນຄາຍ​ກຳລັງ​ໜີບ​ຍ້ອນ​ລາຄາ​ນ້ຳມັນ​ເຊື້ອ​ໄຟຂຶ້ນ​ລາຄາ.ພ້ອມ​ກັນນັ້ນ ພວກ​ເຂົາ​ເຈົ້າຊີ້​ອອກ​ວ່າ,ບຼູ​ໄນ​ທີ່​ມີບໍ່​ນ້ຳມັນ​ທີ່​ກວມ​ເນື້ອ​ທີ່​ກວ້າງ​ໃຫຍ່​ໄພສານ​ນັ້ນ,​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເພິ່ນ​ໃນ​ອົງ​ກອນ​ເສດຖະກິດ​ຂອງ​ອາຊີ​ອາຄະ​ເນ​ໃນ​ຂະ​ບວນນ້ຳມັນ​ເຊື້ອ​ໄຟ​ຂຶ້ນ​ລາຄາ​ຄັ້ງນີ້.