ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-27 10:52:37    
ຈີນ​ອົບຮົມ​ເຈົ້າ​ໜ້າ​ທີ່​ຕ້ານ​ຢາ​ເສບ​ຕິດ​ຂອງ​ລາວ​ງວດ​ທີ 4

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ຕຸລາ​ນີ້, ​ເຈົ້າໜ້າ​ທີ່​ຕ້ານ​ຢາ​ເສບ​ຕິດ​ຂອງ​ລາວ 30 ຄົນ​ໄດ້​ເຂົ້າຮ່ວມ​ຊຸດ​ອົບຮົມ​ປະຕິບັດ​ກົດໝາຍຕ້ານຢາ​ເສບ​ຕິດ​ຂອງລາວ​ງວດ​ທີ 4 ທີ່​ຈັດ​ຂຶ້ນ​ຢູ່​​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ​ຂອງ​ຈີນ. ​ໃນ​ເດືອນ​ໜຶ່ງ​ຂ້າງ​ໜ້າ​ນີ້, ພວກ​ທ່ານ​ຈະ​ຮໍ່າ​ຮຽນ​ສະ​ຖາ​ນະ​ການ​ຢາ​ເສບ​ຕິດ​ ຍຸດ​ທະ​ສາດ​ຕ້ານ​ຢາ​ເສບ​ຕິດ ການ​ກວດກາ​ຢາ​ເສບ​ຕິດ ກົດ​ໝາຍ​ກົດ​ບັນ​ຍັດ​ຕ້ານຢາ​ເສບຕິດ.

ຕາມ​ແນະນຳ​ວ່າ, ​ໃນ 3 ປີກ​ວ່າ​ມາ​ນີ້, ຄະນະ​ກຳມະການຕ້ານ​ຢາ​ເສບຕິດ​ແຫ່ງ​ຊາດ​ຈີນ​ໄດ້​​ອົບ​ຮົມ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍຕ້ານ​ຢາ​ເສບ​ຕິດ​ຂອງ​ລາວ 90 ຄົນໂດຍແບ່ງ​ອອກ​ເປັນ 3 ງວດ​. ຜູ່​ເຂົ້າ​ຮ່ວມ​ການ​ອົບຮົມ​ສ່ອງ​ແສງ​ວ່າ​ໄດ້​​ຜົນຫຼາຍ, ​ໄດ້​ຮັດ​ແໜ້ນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍຕ້ານ​ຢາ​ເສບ​ຕິດ​ຂອງ​ສອງ​ຝ່າຍ, ​ໄດ້​ຍົກ​ສູງ​ຄວາມ​ແຮງ​ໃນ​ການກວດ​ຈັບ​ຢາ​ເສບ​ຕິດ.