ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-27 20:58:44    
ສື່​ມວນ​ຊົນ​ສິງ​ກະ​ໂປ​ຊີ້​ອອກ​ວ່າ​ ຜູ້ນຳ​ຍີ່​ປຸ່ນ​ໄປ​ນະ​ມັດ​ສະ​ກັນ​ວັດ​ຢາ​ຊື​ຄູ​ນີ​ບໍ່​ແມ່ນ​ວຽກ​ງານ​ພາຍ​ໃນ​ເດັດ​ຂາດ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 27 ຕຸລາ, ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ສິງກະ​ໂປ​ໄດ້​ພິມ​ບົດ​ນຳ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ການໄປ​ນະມັດ​ສະກັນ​ດວງ​ວິນ​ຍານ​ອາ​ຊະ​ຍະ​ກອນ​ສົງຄາມ​ບໍ່​ແມ່ນ​ວຽກ​ງານ​ພາຍ​ໃນລ້ວນໆ, ຕຳ​ໜິທ່ານ​ໂຄ​ອີ​ຈູ​ນີ ຈູ​ນີຊິ​ໂລ ນາຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄປ​ນະມັດ​ສະກັນ​ວັດ​ຢາ​ຊຶຄູ​ນີຫຼາຍ​ເທື່ອ, ​ແລະ​ຊີ້​ອອກ​ວ່າ, ​ເວົ້າສຳ​ລັບ​ປະຊາຊົນ​ພາກ​ພື້ນ​ອາຊີ​ປາຊິ​ຟິກທີ່​ເຄີຍ​ຖືກ​ຍີ່​ປຸ່ນຮຸກ​ຮານນັ້ນ​ແລ້ວ, ຜູ້ນຳ​ຍີ່​ປຸ່ນ​ໄປ​ນະ​ມັດ​ສະ​ກັນ​ວັດ​ຢາ​ຊຶຄູ​ນີ​ມັນ​ບໍ່​ແມ່ນ​ວຽກ​ງານ​ພາຍ​ໃນ​ຢ່າງ​ເດັດຂາດ, ​ການເອົາ​ວຽກ​ງານ​ພາຍ​ໃນ​ເປັນ​ຄັນ​ຕາ​ລະ​ບັດ​ແມ່ນ​ຊົງ​ຕົວ​ຢູ່​ບໍ່​ໄດ້.

ບົດ​ນຳ​ຊີ້​ອອກ​ວ່າ, ຢູ່​ໃນ​ວັດ​ຢາ​ຊຶຄູ​ນີ​ໄດ້​ວາງ​ປ້າຍ​ບູຊາອາ​ຊະຍະ​ກອນ​ສົງຄາມ​ຊັ້ນ​ ກ 14 ປ້າຍ​ແລະ​ອາ​ຊະຍະ​ກອນ​ສົງຄາມຊັ້ນ ຂ ຊັ້ນ ຄ ພັນ​ກວ່າ​ປ້າຍ, ພວກອາ​ຊະຍະ​ກອນ​ສົງຄາມ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ຖືກສານ​ອາ​ຊະຍະ​ກອນ​ສາກົນ​ຫຼື​ສານ​ປະ​ເທດ​ປະສົບ​ເຄາະ​ຮ້າຍ​ຕັດ​ສິນ​ລົງ​ໂທດ​ຢ່າງ​ເປີດ​​ເຜີຍ ຫຼັງສົງຄາມ​ໂລກ​ຄັ້ງທີ 2. ນອກ​ນີ້, ຢູ່​ໃນ​ວັດ​ດັ່ງກ່າວ, ຍັງ​ມີ​ປ້າຍ​ບູຊາ​ພວກ​ທະຫານ​ຍີ່​ປຸ່ນ 2 ລ້ານ​ກວ່າ​ປ້າຍ, ຄົນ​ພວກ​ນີ້​ສ່ວນ​ຫຼາຍ​ກໍ່​ແມ່ນ​ຜູ້​ຮຸກ​ຮານ​ທີ່​ຢຽບ​ຢ່ຳ​ປະຊາຊົນ​ບັນດາ​ປະ​ເທດ​ອາຊີ​ປາ​ຊິ​ຟິກ​ໃນ​ຍາມ​ພວກ​ເຂົາ​ຍັງ​ມີ​ຊີວິດຢູ່.

ບົດ​ນຳ​ກ່າວ​ເນັ້ນ​ວ່າ, ຖ້າ​ຜູ້ນຳ​ຍີ່​ປຸ່ນດື້​ດ້ານ​ຫົວ​ແຂງ​ຢາກ​ເວົ້າ​ຍ້ອມ​ອາ​ຊະຍະ​ກອນ​ສົງຄາມ​ແລ້ວ, ປະ​ເທດອາຊີ​ທີ່​​ໃກ້​ຄຽງ​ກໍ​ແມ່ນ​ຜູ້​ຖືກ​ທຳຮ້າຍ​ໂດຍ​ກົງ, ພວກ​ເຂົາ​ເຈົ້າ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ແມ່ນ​ສິດ​ທີ່​ຖືກຕ້ອງ​ຕາມ​ທຳນອງ​ຄອງ​ທຳ​ຂອງ​ພວກ​ເຂົາ​ເຈົ້າ. ສິງ​ກະ​ໂປ​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ຜູ້​ນຳ​ແລະ​ວົງ​ການ​ການ​ເມືອງ​ຍີ່ປຸ່ນ​ເຂົ້າ​ໃຈ​ຮູ້​ເຫດ​ຜົນ​ນີ້, ຢ່າ​ເຮັດ​ເລື່ອງ​ທີ່​ບາດ​ໃຈ​ປະຊາຊົນ​ບັນດາ​ປະ​ເທດຕໍ່​ໄປ.