ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-28 16:42:38    
ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຫວຽດ​ນາມ​ທຳ​ຄວາມ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ຫວຽດ​ນາມ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວcri,​ວັນ​ທີ28ຕຸລາ​ຢູ່​ປັກ​ກິ່ງ,​ທ່ານ​ເຈີ່ງ​ຊິ້ງ​ຮົງ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ຟາມ​ວັນຊາ​ ລັດຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ທີ່​ມາ​ຢ້ຽມ​ຢາມ​ຈີນ.​ທ່ານ​ເຈິ່ງ​ຊິ້ງ​ຮົງ​ກ່າວ​ວ່າ,​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຫວຽດ​ນາມ​ທຳ​ຄວາມ​ພະ​ຍາ​ຍາມ,​ຊຳ​ລະ​ບັນ​ຫາ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ຢ່າງ​ເໝາະ​ສົມ,​ຊຸກ​ຍູ້​ການພົວ​ພັນ​ຈີນ​ຫວຽດ​ນາມ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເຈິ່ງ​ຊິ້ງຮົງ​ກ່າວ​ວ່າ,​ການ​ພົວ​ພັນ​ຈີນ​ຫວຽດ​ນາມ​ໃນສະ​ເພາະ​ໜ້າ​ນີ້​ໄດ້​ຮັກ​ສາ​ທ່ວງ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ,​ການ​ພົວ​ພັນ​ໄມ​ຕິ​ຈິດ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຈີນ​ຫວຽດ​ນາມ​ພວມ​ຂະ​ຫຍາຍ​ຕົວ​ລົງ​ສູ່​ລວງ​ກວ້າງ​ແລະ​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຟາມ​ວັນຊາ​ກ່າວ​ວ່າ,​ຝ່າຍ​ຫວຽດ​ນາມ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ນຳ​ການ​ພົວ​ພັນ​ສອງ​ລັດ​ສອງ​ກອງ​ທັບ​ຫວຽດ​ຈີນ,​ທ່ານ​ຫວັງ​ວ່າ,​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ສາ​ມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​​ປັບປຸງ​ແລະ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ລັດ​ສອງ​ກອງ​ທັບ​ຕື່ມ​ອີກ.