|
|
(GMT+08:00)
2005-10-28 16:49:26
|
|
ຜູ້ເຖົ້າຄວນເອົາໃຈໃສ່ຮັກສາແຂ້ວໃຫ້ດີ
cri
Author: li
ຜູ້ເຖົ້າແຂ້ວຫຼົ່ນແຂ້ວຫັກກວມອັດຕາປະມານ 37,46%. ຕາມເຫັນວ່າ,ທົ່ວໄປແລ້ວແມ່ນຍ້ອນແຂ້ວທາງຂວາງແບບກົນຈັກ,ແລະຍ້ອນການເຊື່ອມກັດຂອງທາດກົດ. ທຳມະດາແລ້ວ,ອົງປະກອບຂອງຕີນແຂ້ວແມ່ນອ່າວບາງ,ສະນັ້ນ,ການຖູແຂ້ວທາງຂວາງເປັນເວລາຍາວນານມັກເຮັດໃຫ້ແຂ້ວຫຼຸ້ຍຫ້ຽນ,ບວກກັບທາດກົດທີ່ຊຶມອອກໃນປາກເຊື່ອມກັດຈຶ່ງເຮັດໃຫ້ແຂ້ວຫຼຸ້ຍຫ້ຽນເປັນຄືຫຼິ້ມ.
ໃນການທົດລອງໃນຫຼາຍປີມານີ້ ນັກປາດບາງຄົນໄດ້ປະກົດເຫັນວ່າ,ຕີນແຂ້ວແມ່ນພາກສ່ວນທີ່ໂຮມສູນກຳລັງກັດຂອງແຂ້ວ,ຄຽງຄູ່ກັບອາຍຸສູງຂຶ້ນ,ກຳລັງສຸມດັ່ງກ່າວກໍເຮັດໃຫ້ແຂ້ວເສຍແຮງກວ່າເກົ່າ,ເຮັດໃຫ້ຕີນແຂ້ວອ່ອນແຮງ,ບວກກັບການເຊື່ອມກັດທາງເຄມີແລະການຂັດສີຂອງແປງຖູແຂ້ວ,ຈຶ່ງເຮັດໃຫ້ແຂ້ວຫຼຸ້ຍຫ້ຽນເປັນຄືຮູບຫຼິ້ມ.
ຜູ້ເຖົ້າທີ່ຕີນແຂ້ວເປັນຄືຮູບຫຼິ້ມຄວນປົວຕາມສະພາບຂອງແຂ້ວ. ກ່ອນອື່ນຕ້ອງປ່ຽນວິທີຖູແຂ້ວແບບທາງຂວາງໃຫ້ເປັນທາງຕັ້ງ,ແລ້ວໃຊ້ແປງຖູແຂ້ວທີ່ມີຂົນອ່ອນ,ເພື່ອຫຼຸດຜ່ອນການຂັດສີ.
ຟັນແຂ້ວຫົດຫູ່ແມ່ນໝາຍເຖິງຟັນແຂ້ວຫົດເຂົ້າຈົນເຫັນຮາກແຂ້ວ. ຜູ້ເປັນພະຍາດດັ່ງກ່າວນີ້ ສ່ວນຫຼາຍແມ່ນຜູ້ເຖົ້າ. ຜູ້ຊ່ຽວຊານເຫັນວ່າຟັນແຂ້ວປົກກະຕິຂອງຜູ້ໃຫຍ່, 10 ປີໃດມັນຈະຫົດເຂົ້າ 0,17 ມີລິແມັດ,ຈາກນີ້ກໍສາມາດຄິດໄລ່ໄດ້ວ່າ,ຟັນແຂ້ວຂອງຜູ້ເຖົ້າຕ້ອງຫົດເຂົ້າປະມານ 0,7 ມີລິແມັດ. ນີ້ແມ່ນສັງເກດເຫັນຍາກໃນຕົວຈິງ. ສະນັ້ນ ຈຶ່ງເຫັນໂດຍທົ່ວໄປວ່າ,ຟັນແຂ້ວຫົດເຂົ້າແມ່ນຍ້ອນຟັນແຂ້ວຖືກທຳລາຍແລະຖືກກະຕຸກຈາກສິ່ງຕ່າງໆເປັນເວລາຍາວນານ. ຖ້າວິທີຖູແຂ້ວບໍ່ຖືກຕ້ອງ,ມີເສດອາຫານຕິດຢູ່ຕາມຫວ່າງແຂ້ວ,ການກັດຂອງບໍ່ຖືກຕ້ອງຫຼືປົວຟັນແຂ້ວແລ້ວ,ຟັນແຂ້ວກໍລ້ວນແຕ່ຈະຫົດເຂົ້າ. ຟັນແຂ້ວຫົດຫູ່ຈຶ່ງມັກເຮັດໃຫ້ແຂ້ວເປັນຄືຮູບຫຼິ້ມ,ຮາກແຂ້ວທີ່ແມນອອກມາຈຶ່ງມັກເປັນແມງ.
ມີຄົນຖາມວ່າ,"ເຖົ້າແລ້ວ ແຂ້ວກໍຕ້ອງຫຼົ່ນບໍ່?" ການເວົ້າລວມໆວ່າຄົນເຖົ້າແລ້ວ ແຂ້ວກໍຕ້ອງຫຼົ່ນນັ້ນແນ່ນອນແມ່ນບໍ່ຄົບຖ້ວນ. ແຂ້ວຫຼົ່ນແມ່ນຍ້ອນຫຼາຍມູນເຫດ,ອາຍຸບໍ່ພຽງແຕ່ແມ່ນປັດໄຈໜຶ່ງທໍ່ນັ້ນ,ຄວນເວົ້າວ່າ,ແຂ້ວຜູ້ເຖົ້າຫຼົ່ມງ່າຍກວ່າຜູ້ໜຸ່ມຜູ້ນ້ອຍ. ມູນເຫດທີ່ພາໃຫ້ແຂ້ວຫຼົ່ນນັ້ນ,ທຳມະດາແລ້ວ ບາງຄົນແມ່ນຍ້ອນຟັນແຂ້ວອັກເສບ,ຟັນຮາກແຂ້ວອັກເສບ,ແຂ້ວຖືກຕຳທາງນອກ,ບາດເຈັບຍ້ອນກັດຂອງແຂງ,ຊີ້ນປົ່ງຫຼືມະເຮັງດູກໄຕ,ອອກແອກດູກໄຕອັກເສບເປັນຕົ້ນ,ພະຍາດໝົດຄີງບາງຢ່າງເຊັ່ນມະເຮັງລີມຟາຕິກ ຖ້າເປັນຢູ່ຕາມດູກໄຕ,ກໍອາດຈະພາໃຫ້ແຂ້ວຄອນ. ຍ້ອນວ່າຜູ້ເຖົ້າມັກເປັນແຂ້ວແມງ,ສະນັ້ນ ແຂ້ວຈຶ່ງຫຼົ່ນງ່າຍ.
ຖ້າເປັນແນວນີ້ ຮາກແຂ້ວທີ່ຍັງເຫຼືອຢູ່ນັ້ນ ຕ້ອງຫຼົກຖິ້ມບໍ່? ຮາກແຂ້ວທີ່ເຫຼືອແມ່ນໝາຍຖິງແຂ້ວທີ່ຫົວແຂ້ວຖືກທຳລາຍແລ້ວ,ແຕ່ຮາກແຂ້ວຍັງຢູ່,ຮາກແຂ້ວສ່ວນທີ່ຍັງເຫຼືອຍ້ອນກັດຂອງບໍ່ໄດ້,ຫຍ້ຳກໍບໍ່ໄດ້,ບາງເທື່ອຍັງເຈັບຊ້ຳ,ສະນັ້ນ ບາງຄົນເຫັນວ່າ,ມັນບໍ່ມີປະໂຫຍດຫຍັງ,ຈຶ່ງຄວນຫຼົກຖິ້ມໂດຍໄວ. ແຕ່ບາງຄົນພັດເຫັນວ່າ,ຮາກແຂ້ວທີ່ເຫຼືອນັ້ນ ທຳມະດາກໍ່ບໍ່ເຈັບ,ປະໄວ້ກໍ່ບໍ່ເປັນຫຍັງ. ທີ່ຈິງແລ້ວ,ແຂ້ວແມງຫຼືພະຍາດອື່ນເຮັດໃຫ້ຫົວແຂ້ວຖືກທຳລາຍແຮງ,ແຕ່ຖ້າປົວໄດ້ດີ,ຮາກແຂ້ວສ່ວນຫຼາຍຍັງອາດຈະຮັກສາໄວ້ໄດ້. ແພດຍັງສາມາດເຮັດແຂ້ວປອມໃສ່ເທິງຮາກແຂ້ວທີ່ປົວດີແລ້ວ,ແຂ້ວປອມແບບນີ້ ທັງງາມທັງທົນໃຊ້,ບໍ່ຕ້ອງຫຼົກຖິ້ມພາໃຫ້ເຈັບປວດລ້າໆ. ຈາກນີ້ກໍເຫັນໄດ້ວ່າ,ຮາກແຂ້ວທີ່ປົວໄດ້ນັ້ນ ຄວນຮັກສາໄວ້,ເພື່ອເຮັດແຂ້ວປອມໃສ່. ແຕ່ສຳລັບຮາກແຂ້ວທີ່ເຫຼືອທີ່ບໍ່ເຄີຍປິ່ນປົວນັນ,ໃນໄລຍະສັ້ນ ອາດຈະບໍ່ເປັນຫຍັງ,ແຕ່ມັນອາດຈະກາຍເປັນພະຍາດຊຳເຮື້ອ,ເຮັດໃຫ້ອັກເສບໃນບາງພາກສ່ວນ,ຈົນກະທັ້ງພາໃຫ້ເປັນພະຍາດໝົດຄີງ. ສະນັ້ນ,ຮາກແຂ້ວທີ່ບໍ່ໄດ້ຮັບການປິ່ນປົວຢ່າງທັນການແລະຮ່າງກາຍກໍບໍ່ຮັບເອົາແລ້ວນັ້ນ,ຕ້ອງຫຼົກຖິ້ມ. ຖ້າວ່າຮາກແຂ້ວຄອນແລ້ວ,ແຕກອອກ,ທາງຊື່ມີຮູບບໍ່ເປັນປົກກະຕິຫຼືປົວບໍ່ໄດ້ແລ້ວ,ກໍຕ້ອງຫຼົກຖິ້ມໂດຍໄວເພື່ອບໍ່ໃຫ້ມີບັນຫາໃນເວລາໃສ່ແຂ້ວປອມຫຼືກາຍເປັນມູນເຫດທີ່ພາໃຫ້ເກີດພະຍາດແນວອື່ນ.
ຄັນຊັ້ນ ແຂ້ວທີ່ຄອນແລ້ວຕ້ອງຫຼົກຖິ້ມໝົດບໍ່? ແຂ້ວທີ່ຄອນຍ້ອນບາດເຈັບພາຍນອກ,ເມື່ອປົວຄົງຕົວແລ້ວຄວນຮັກສາໄວ້. ແຕ່ແຂ້ວທີ່ຄອນຍ້ອນຟັນແຂ້ວອັກເສບນັ້ນຕ້ອງຖ່າຍເອັກສ໌ເລເບິ່ງຈຶ່ງຕົກລົງໄດ້. ຖ້າຄອນບໍ່ແຮງປານໃດ,ຍັງປົວເອົາໄດ້ກໍຄວນຮັກສາໄວ້. ຖ້າເປັນພະຍາດຟັນແຂ້ວບັ້ນທ້າຍ,ເນື້ອເຍື້ອກະດູກອ້ອມແຂ້ວຖືກທຳລາຍແຮງ,ແຂ້ວຄອນແຮງທີ່ສຸດນັ້ນຄວນພິຈາລະນາຫຼົກຖິ້ມ.
ສຳລັບແຂ້ວຄອນທີ່ກະທົບກະເທືອນການປົວແຂ້ວເຫຼັ້ມອື່ນນັ້ນ ຄວນຟັງຄວາມເຫັນຂອງໝໍ,ຫຼົ້ກຖິ້ມກໍໄດ້,ທະແນມແຕ່ແມ່ນແຂ້ວທີ່ອາດຈະປົວບໍ່ໄດ້ແລະແຂ້ວຄອນທີ່ອາດຈະປົວດີໄດ້ນັ້ນລ້ວນແຕ່ຄວນຮັກສາໄວ້ໝົດ.
|
|
|