ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-30 18:12:29    
ທ່ານ​ຫູ​ຈິນ​ທາວ​ສົ່ງ​ໂທ​ລະ​ເລກ​ຖາມ​ຂ່າວ​ໄປ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ລາມ​ກ່ຽວ​ກັບ​ເຫດ​ການ​ລະ​ເບີດ​ຢູ່​ນີວ​​ແດນ​ລີ​ເຮັດ​ໃຫ້​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ໜັກ​ໜ່ວງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ30​ຕຸລາ,ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງໂທລະ​ເລກ​​ຖາມ​ຂ່າວ​ໄປ​ຍັງ​ທ່ານ​ຄາ​ລາມ ປະທານາທິບໍດີ​ອິນ​ເດຍກ່ຽວ​ກັບ​ນີວ​​ແດນ​ລີ ນະ​ຄອນ​ຫຼວງ​ອິນ​ເດຍ​ເກີດ​ເຫດການ​ລະ​ເບີດ​ຫຼາຍ​ລາຍເຮັດ​ໃຫ້​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ໜັກ​ໜ່ວງ,​ທ່ານ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ,​ແລະ​ໃນ​ນາມ​ສ່ວນ​ຕົວ,ສະ​ແດງ​ຄວາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ອິນ​ເດຍ,​ຄອບ​ຄົວ​ຂອງ​ຜູ່​ປະ​ສົບ​ເຄາະ​ຮ້າຍ​ແລະ​ຜູ່​ບາດ​ເຈັບ,​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຜູ່​ປະ​ສົບ​ເຄາະ​ຮ້າຍ​ຢ່າງ​ບໍ່​ເປັນ​ຈັ່ງ​ບຸນ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ລັດຖະບານ​ຈີນ​ກ່າວ​ປະນາມ​ລັດທິ​ກໍ່​ການ​ຮ້າຍ​ບໍ່​ວ່າ​ທຸກ​ຮູບ​ແບບ,​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ​ເຊິ່ງລວມທັງ​ອິນ​ເດຍ,ຮ່ວມ​ກັນ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ,​ປົກ​ປັກ​ຮັກ​ສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ.

ມື້​ດຽວ​ກັນ,ທ່ານ​ເວິນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​ລີ​ຈ້າ​ວ ຊິງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ຕ່າງ​ໄດ້​ສົ່ງ​ໂທລະ​ເລກຖາມ​ຂ່າວ​ໄປ​ຍັງ​ທ່ານ​ມານ​ໂມ​ຮານ ຊິງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ແລະ​ທ່ານ​ນາດ​ວາ ຊິງ ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ອິນ​ເດຍ.