ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-30 19:02:50    
ພະ​ປານ​ສານ​ອົງ​ທີ11​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳ​ມະ​ການ​ຢູ່​ຕິ​ເບ​ດ​ຖືກ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ

cri
ຕາມ​ໜັງສືພິມ​ເຢິນມິ​ຢື້​ປ້າວ,ປີ​ນີ້​ແມ່ນ​ພະ​ປານ​ສານ​ອົງ​ທີ11​ຖືກ​ແຕ່ງ​ຕັ້ງຄົບຮອບ10​ປີ,ວັນ​ທີ​25​ຕຸ​ລາ,ພະ​ປານ​ສານ​ເອີ​ເອີ​ເຕີ​ນີ ​ເຊ​ຈີ່​ເຈ​ປູ ອົງ​ທີ11​ໄດ້​ເດີນທາງ​​ຈາກ​ປັກ​ກິ່ງ​ກັບ​ຄືນ​​ເມືອ​ຮອດ​ຕິ​ເບ​ດ,ດຳ​ເນີນການ​ເຄື່ອນ​ໄຫວ​ທຳ​ມະ​ການ​ຕ່າງໆ,​ຖືກ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ອັນ​ໄພສານ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ.ພະ​ປານ​ສານ​ໄປ​ຮອດ​ໃສ,​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ຢູ່​ແຫ່ງ​ນັ້ນ​ກໍ​ໄດ້​ລຽນ​ແຖວ​ຕ້ອນຮັບ.

ຕາມ​ໄດ້​ຊາບ,ພາຍຫຼັງພະ​ປານ​ສານ​ອົງ​ທີ11​ກັບ​ຄືນ​​ເມືອ​ຮອດ​ຕິ​ເບ​ດ​ແລ້ວ,ກ່ອນ​ອື່ນ,​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ທຳ​ມະ​ການ​ຢູ່​ເມືອງ​ລາຊາ​ແລະ​ຢ້ຽມ​ຢາມ​ວັງ​ບຸດ​ຕະ​ລາ,​ຈາກ​ນັ້ນ,​ພະ​ປານ​ສານ​ໄດ້​ກັບ​ຄືນ​ສູ່​ວັດ​ຈາ​ຊືລຸນ​ປູຢູ່​ເມືອງ​ຢື້​ຄາ​ເຈີ​ທີ່​ປະ​ທັບ​ຖາວອນ​ຂອງ​ພະ​ອົງ,​ຮ່ຳ​ຮ​ຽນ​ພຸດ​ທະ​ສາດ​ແລະ​ລູບ​ຂະ​ໝ່ອມ​ທານ​ສຸກ​ໃຫ້​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​.