ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-31 15:24:56    
ທ່ານ​ຮູ​​ຈີນ​ທ່າວ​​ເດີນທາງ​​ໄປຮອດ​ຫ່າ​ໂນ່ຍ ​ເລີ່​ມຢ້ຽມຢາມ​ສັນຖະວະ​ໄມຕີຫວຽດນາມ​ຢ່າງ​ເປັນ​ທາງ​ການ

cri

ຕາມ​ຂ່າວcri:ວັນ​ທີ31 ຕຸລາ,ທ່ານ​ຮູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ປະ​ເທດ​ຈີນ​ເດີນທາງ​ໄປ​ຮອດ​ຫ່າ​ໂນ່ຍ​ເລີ່ມຢ້ຽມຢາມ​ຫວຽດນາມສັນຖະວະ​ໄມ​ຕີ​ຢ່າງ​ເປັນ​ທາງ​ກາງ​ເປັນ​ເວລາ3ມື້.ທ່ານ​ຮູ​ຈີນ​ທ່າວ​ກ່າ​ວຄຳ​ປາ​ໄສ​ທີ່​ເປັນ​ລາຍ​ລັກ​ອັກສອນ​ຢູ່​ເດີ່ນ​ບິນ​,​ສະ​ແດງ​ຄວາມເຊື່ອ​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ຄົງ​ຈະ​​ເພີ່ມ​ທະວີຄວາມ​ໄວ​ເນື້ອເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ຢ່າງ​ມີໄມຕີ​ຈິດ​ລະຫວ່າງ​ສອງ​ພັກ​,ສອງລັດແລະ​ປະຊາຊົນ​ສອງ​ຊາດ​ຈີນ​​ຫວຽດ,ຊຸກຍູ້​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ແລະ​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ສອງ​ປະ​ເທດ.

ທ່ານ​ຮູ​ຈີນ​​​ໂທ່ວກ່າວ​ວ່າ, ​ສ​ອງປະ​ເທດ​ຈີນ​ຫວຽດມີ​ຜູ​ຜາ​ແມ່​ນ້ຳ​ຕິດຈອດກັນ,​ໄມ​ຕີ​ຈິດ​ລະຫວ່າງຈີນ​ຫວຽດຝັງ​ຮາກ​ໃນ​​ຫົວ​​ໃຈ​ຂອງ​ປະຊາ​ຊົນສອງ​ຊາດດຢ່າງ​ເລິກ​ເຊິ່ງ.ພາຍ​​ໃຕ້​ການ​ຊີ້​ນຳ​ຂອງ​ທິດ​ທາງ​ທີ່​ມີສະ​ຖຽງ​ລະ​ພາບ​ ​ຍາວ​ນານ,ຫັນ​ຫນ້າ​ໄປ​ສູ່​ອະນາຄົດ,​ເປັນປະ​ເທດ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ຮ່ວມ​ມື​ຮອບ​ດ້ານ,ສອງ​ຝ່າຍຕັດສິນ​ໃຈ​ເປັນ​​ເພື່ອນ​ບ້ານ​ດີ,​ເພື່ອນ​ມິດ​ດີ,ສະຫາຍ​ດີ​ແລະ​ຫມູ່ຄູ​ດີ.ປີ​ນີ້​ແມ່ນ​​ຈີນກັບຫວຽດນາມ​ສ້າ​ງສາຍສຳພັນ​ການ​ທູດ​ຄົບຮອບ55ປີ,ຫວັງ​ໃຫ້​ສອງ​ຝ່າຍ​ຖື​ນີ້​ເປັນ​ໂອກາດ,ຍົກ​ການ​ພົວພັນ​ຈີນຫວຽດສູງ​ຮອດ​ລະດັບ​​ໃຫມ່.