ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-31 15:53:39    
​​ເພງ​ພື້ນ​ເມືອງ​​ເຜົ່າ​ເວີຍ​ຫວູ​ເອີ​ປະ​ມວນ​ໜຶ່ງ​(ສຽງ)

cri Author: zhangshuo


​​ຢູ່ເຂດ​ຊິນ​ຈຽງ​ທີ່​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ,ມີ​ຊົນ​ເຜົ່າໜຶ່ງ​ທີ່​ຊ່າງ​ຟ້ອນ​ຊ່າງລຳ​ຕັ້ງ​ພູມ​ລຳ​ເນົາ​ຢູ່​,ກໍ​ຄື​​ເຜົ່າ​ເວີຍ​ຫວູ​ເອີ.ປີ​ນີ້,​ແມ່ນ​ເຂດ​ຊິນ​ຈຽງ​ເຜົ່າ​ເວີຍ​ຫວູ​ເອີ​ຂອງ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ​50​ປິ.​ໃນ​ລາຍ​ການ​ພາກ​ນີ້,​ພວກ​ເຮົາຂໍ​ແນະນຳ​ເພງ​ພື້ນ​ເມືອງ​ເຜົ່າ​ເວີຍ​ຫວູ​ເອີ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຊົນ​ເຜົ່າ​ປະ​ມວນ​ໜຶ່ງ​ສູ່​ທ່ານ​ຟັງ.

ກ່ອນ​ອື່ນ​ເຊີນ​ຟັງ​ເພງ "ອ່າລ່າ​ມູ້​ຮ້ານ" ​ເພງ​ພື້ນ​ເມືອງ​ເຜົ່າ​ເວີຍ​ຫວູ​ເອີ.ອ່າລ່າ​ມູ້ຮ້ານ​ແມ່ນ​ຊື່​ຂອງ​ນາງ​ສາວ​ເຜົ່າ​ເວີຍ​ຫວູ​ເອີ​ຜູ້ໜຶ່ງ.​ເພງ​ນີ້​ໄດ້​ສັນລະ​ເສີນ​ນາງອ່າລ່າ​ມູ້​ຮ້ານ​ ຜູ້​ສາວ​ທີ່ງາມ​ປານ​ດອກ​ໄມ້​ແລະ​ສະ​ແດງ​ຄວາມ​ຮັກ​ແພງ​ຕໍ່​ນາງ​ດ້ວຍ​ທຳນອງ​ເພງ​ທີ່​ມ່ວນ​ຊື່ນ​ແລະຄວາມ​ເວົ້າທີ່​ຊວນ​ຫົວ.(ປ່ອຍ​ເພງ ອ່າລ່າ​ມູ້​ຮ້ານ)

​ເຜົ່າ​ເວີຍ​ຫວູ​ເອີ​ມີ​ຮີດ​ຄອງວັດທະນະທຳ​ດົນຕີອັນຍາວ​ນານ,​ເພງ​ພື້ນ​ເມືອງ​ຂອງ​ເຜົ່າ​ເວີຍ​ຫວູ​ເອີ​ມີ​ເນື້ອ​ໃນ​ອຸດົມສົມບູນ​ແລະ​ຫຼາຍຮູບ​ຫຼາຍ​ແບບ,ຈັງຫວະ​ມ່ວນ​ຊື່ນ​ແລະ​ມີ​ກິ່ນ​ອາຍ​ຊີວິດ​ອັ​ນ​ເຂັ້ມຂຸ້ນ.ຕໍ່​ໄປ,​ເຊີນ​ຟັງ​ເພງ "ຄາ​ຊື​ເກີ​ເອີ​ທີ່​ສວຍ​ງາມ" ​ເພງ​ພື້ນ​ເມືອງ​ເຜົ່າເວີຍ​ຫວູ​ເອີ​.

ຄາ​ຊື​ເກີ​ເອີ​ແມ່ນ​ຊື່​​ເຕັມຂອງ​ເມືອງ​ຄາ​ຊື,​ເມືອງ​ນີ້ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ເຂດ​ຊິນ​ຈຽງ,​ແມ່ນ​ຕົວ​ເມືອງ​ທີ່​ມີ​ຈຸດ​ພິ​ເສດ​ເຜົ່າເວີຍ​ຫວູ​ເອີ​​ຫຼາຍກວ່າ​ໝູ່.ສອງ​ພັນ​ກວ່າປີ​ກ່ອນ,​ເມືອງ​ຄາ​ຊື ກໍ​ແມ່ນ​​ເມືອງ​ການ​ຄ້າ​ສາກົນ​ທີ່​ມີ​ຊື່​ສຽງ​,ຄະ​ນະ​ການ​ຄ້າ​ທີ່​ມາ​ຈາກ​ກຸງ​ໂລມ​ ​ແປັກ​ຊີ​ແລະ​ອິນ​ເດຍ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ນີ້,ດຳ​ເນີນ​ການ​ຄ້າຂາຍ.​ເພງ "ຄາ​ຊື​ເກີ​ເອີ​ທີ່​ສວຍ​ງາມ" ​ເພງ ນີ້​​ໄດ້​ສະ​ແດງ​​ໃຫ້​ເຫັນ​​ປະ​ຊາ​ຊົນເຜົ່າ​ເວີຍ​ຫວູ​ເອີຮັກ​ແພງບ້ານ​ເກີດ​.​ ​ເພງ​ນີ້​ຮ້ອງ​ເປັນ​ພາສາ ເວີຍ​ຫວູ​ເອີ,ມີ​ຄວາມ​ໝາຍວ່າ: "ໝາກ​ພິລາ​ຂອງຄາ​ຊື​ເກີ​ເອີ​ມີ​ຂື່ລືຊາ,ໝາກ​​ໄມ້​ທີ່​ຫອມຫວານ​​ເກີດເຕັມ​ສວນ,ທ້ອງຟ້າ​ຄາ​ຊື​ເກີ​ເອີປອດ​ໂປ່​ງ ​ຄື​ລະດູ​ໃບ​​ໄມ້​ປົ່ງ​​, ລູກຫຼານຜູ້ດຸ​ໝັ່ນ,ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ."

​ທ່ານ​ວາງລໍ້​ປິ່ນ ນັກ​ດົນຕີ​ທີ່​​ໄດ້​ຊຶ່​ເປັນ​ລາຊາ​ເພງພາກ​ຕາ​ເວັນ​ຕົກ​,ໄດ້​ປະ​ກອບ​ສ່ວນ​ອັນດີ ເດັ່ນ​​ໃນ​ການ​ເຜີຍ​ແຜ່​ແລະ​ພັດທະນາ​ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ຕົກ​ຂອງປະ​ເທດ​ຊາດ. ທ່ານ​​ເຄີຍ​ໄປ​ຮອດ​​ເກືອບ​ໝົດ​ທຸກ​ແຫ່ງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ,​ໄດ້​​ເກັບ​ໂຮມ ​ດັດ​​​ແປງ​ແລະ​ແປ​ເພງ​ພື້ນ​ເມືອງ​700​ກວ່າ​ເພງ​ຂອງ​10​ກວ່າ​ຊົນ​ເຜົ່າ,​ແລະ​ໄດ້​ແຕ່ງ​ເພງ​ພື້ນ​ເມືອງ​ອັນ​ດີ​ເລີດ​ທີ່​ມີ​ຈຸດ​ພິ​ເສດ​ຂອງ​ພາກ​ຕາ​ເວັນ​ຕົກ​ຢ່າງ​ເຂັ້ມ​ຂຸ້ນ​​ເປັນ​ຈຳນ​ນວນ​ຫຼວງ​ຫຼາຍ,​ເຮັດ​ໃຫ້​ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ບໍ່​ພຽງ​ແຕ່​ແຜ່​​ໃນ​ທົ່ວ​ປະ​ເທດ​ຈີນ​ທໍ່​ນັ້ນ,ຍັງ​​ເຜີຍ​ແຜ່​ໄປ​ທົ່ວ​ໂລກ​ອີກ​ດ້ວຍ.​ໃນ​ຊຸມ​ປີ​30,​ທ່ານ​ວາງ​ລໍ້​ປິ່ນ​ກໍ​ໄດ້​ນຳ​ເອົາ​ເພງ​ພື້ນ​ເມືອງ​ເຂດ​ຊິນ​ຈຽງ​ເຂົ້າ​ມາ​ເຂດ​ໃນ​ຈີນ.​ທ່ານ​ມີ​ຄວາມ​ຮັກ​ຫອມ​ຖູ​ຫຼູ​ຟ່ານ​ທີ່​ສຸດ,​ເຄີຍ​ໄປ​ສຳ​ຜັດ​ຊີ​ວິດ​ຕົວ​ຈິງ​ຢູ່​ເມືອງ​ຖູ​ຫຼູ​ຟ່ານ​ຫຼາຍ​ເທື່ອ,​ເພງ "ນາງ​ສາວ​ຂອງ​ເມືອງ​ຕ້າປາ​ນ" ​ເພງ​ພື້ນ​ເມືອງ​ເຂດ​ຊິນ ຈຽງ​ທີ່​ທ່ານ​ຮຽບ​ຮຽງ​ໃໝ່​ນັ້ນ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ.​ໃນ​ເພງ​ນີ້​ມີ​ເນື້ອຮ້ອງ​ວ່າ: "ທາງ​ປູ​ຫີນ​ຂອງ​ເມືອງ​ຕ້າ​ປານ​ທັງ​ແຂງ​ທັງ​ຮາບ​ພຽງ,​ໝາກ​ໂມ​ທັງ​ໃຫຍ່​ທັງ​ຫວານ,​ນາງ​ສາວ​​ເມືອງ​ຕ້າ​ປານ​ມີ​ຜົມ​ເປຍ​ຍາວໆ,​ຕາ​​ໂລ້ໆ,ຈັ່ງ​ແມ່ນ​ງາມ."

ໃນ​ເພງ​ພື້ນ​ເມືອງ​ເຜົ່າ​ເວີຍ​ຫວູ​ເອີ​ອັນ​ມະຫາສານ,ມີ​ເພງ​ຮັກ​ຫຼາຍ​ກວ່າ​ເພິ່ນ.​ເພງ​ເຫຼົ່ານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຍິງ​ຊາຍ​ເຜົ່າ​ເວີຍ​ຫວູ​ເອີ​ມີ​ຄວາມ​ຊື່​ສັດ​ຕໍ່​ຄວາມ​ຮັກ​ຫາ​ອັນ​ປຽບບໍ່​ໄດ້​ແລະ​ການ​ສະ​ແຫວງ​ຫາ​​ຄວາມ​ຮັກ​ຢ່າງ​ຟົດ​ຟື້ນ.ຕໍ່​ໄປ,​ເຊີນ​ຟັງ​ເພງ​ "ຢູ່​​ເທິງ​ທ້ອງຟ້າ​ຂອງ​ເຈົ້າມີດ​ວງຈັນ​ບໍ່" ​ເຊິ່ງ​ເປັນ​ເພງ​ຮັກ​ທີ່​ມີ​ຊື່​ສຽງ​ເພງ​ໜຶ່ງ​ຂອງ​​ເຜົ່າ​ເວີຍ​ຫວູ​ເອີ.​ເພງ​ນີ້​ມີ​ທຳນອງ​ອ່ອນ​ໂຍນ​ອອນ​ຊອນ,​ໄດ້​ສະ​ແດງຄູ່​ຮັກ​ສອງ​ຄົນ​ໂອ້​ລົມ​ກັນ​ຢ່າງ​ສະ ໜິດສະໜົມ.

ຊາຍ​ເຜົ່າ​ເວີຍ​ຫວູ​ເອີ​ມີ​ນິ​ໄສມັກ​ມ່ວນແລະ​ໃຈກວ້າງ,ມີ​ອາລົມ​ຈິດ​ຟົດ​ຟື້ນ​ເບີກບານ,​ມັກ​ສະ​ແດງ​ຄວາມ​ຮັກ​ລະ​ຫວ່າງ​ບ່າວ​ສາວ​ດ້ວຍ​ວິທີ​​ສົມ​ມຸດ,​​ເນື້ອ​ເພງ​ເວົ້າ​ແບບ​ກົງ​ໄປ​ກົງ​ມາ,​ມີ​ອາ ລົມ​ຈິດ​ອັນ​ຟົດ​ຟື້ນ,ມີ​ສະ​ເໜສິລະ​ປະ​ອັນ​ພິ​ເສດ.​ເພງ "​ໄອ​ຊີ່​ນ້າ​ຈ່ຽງ" ທີ່​ທ່ານ​ຈະ​​ໄດ້ຟັງ​​ຕໍ່​ໄປ​ກໍ​ແມ່ນ​ເພງຮັກ​ປະ​ເພດ​ນີ້,​ເພງ​ນີ້​ໄດ້​ສະ​ແດງຄວາມ​ຮັກ​​ສຸດ​ໃຈ​ຂອງ​ອ້າຍ​ບ່າວ​ທີ່​ມີຕໍ່​ນາງ​ສາວ​ໄອ​ຊີ່​ນ້າ​ຈ່ຽງ.

​ເພງ​ນີ້​ຮ້ອງດ້ວຍ​ພາສາ​ເວີຍ​ຫວູ​ເອີ,ມີ​ຄວາມ​ໝາຍວ່າ: "ຂ້ອຍ​ມາ​ຮອດ​ແຄມ​ນ້ຳບໍ່,ນ້ຳບໍ່​ທີ່​​ໃສ​ສະ​ອາດ​ໄຫຼ​ລິດໆ,​ໄອ​ຊີ່​ນ້າ​ຈ່ຽງ,​ໃບ​ໜ້າ​ແດງ​ຮຸນໆ​,​ເໝືອນ​ດັ່ງ​ດອກ​ໝາກ​​ໂປມທີ່​ເບັ່ງ​ບານ. ຂ້ອຍ​ຍ່າງ​ຢູ່​ໃຕ້​ແສງ​ເດືອນ​ທີ່​ແຈ້ງ​ສະ​ຫວ່າງ,​ໄອ​ຊີ່​ນ້າ​ຈ່ຽງ,​ສາຍ​ໃຈ​ທີ່​ສວຍ​ງາມ​ຂອງ​ຂ້ອຍ,​​ເຮັດ​ໃຫ້​ໃຈ​ຂ້ອຍ​ຟົດ​ຟື້ນ."