ພວກເຮົາລ້ວນແຕ່ມີພາບປະທັບໃຈດັ່ງນີ້, ຄື: ມີຊີວິດຢູ່ໃນສັງຄົມສະໄໝປະຈຸບັນ, ຮູ້ສຶກເມື່ອຍຫຼາຍ,ໃນໃຈມັກມີເລື່ອງວິຕົກກັງວົນຢູ່ເລື້ອຍໆ, ມີນັກຈິດຕະສາດທີ່ມີຊື່ສຽງຜູ້ໜຶ່ງຂອງອາເມລິກາ ເຫັນວ່າ: ສາເຫດທີ່ພາໃຫ້ເປັນແນວນີ້ແມ່ນຍ້ອນວ່າ, ດຽວນີ້, ຢູ່ຕໍ່ໜ້າພວກເຮົາມີເລື່ອງທີ່ຢາກເຮັດຫຼາຍໂພດ, ຄົນທັງຫຼາຍມັກຫຼົງທິດທາງຂອງຕົນຢູ່ຕໍ່ໜ້າຈຸດໝາຍຕ່າງໆ, ເຮັດໃຫ້ຫຍຸ້ງສະໝອງ, ແລະໜ້ອຍຄົນທີ່ຈະຮູ້ສັບຊ້ອນຕົນເອງ. ຕາບໃດທີ່ພວກເຮົາຢູ່ໃນສະພາບວຸ້ນວາຍແບບນີ້, ກໍຈະເສຍຄວາມດຸນດ່ຽງທາງຈິດໃຈ, ເຮັດຫຍັງກໍ່ບໍ່ເປັນລະບຽບ, ຊີວິດກໍບໍ່ມີເປົ້າໝາຍ, ເຮັດໄປທົ່ວທີບ. ມື້ນີ້ຢາກໄດ້ອັນນີ້, ມື້ອື່ນຢາກໄດ້ອັນໃໝ່, ປາງເທື່ອຈົນເກີດເປັນບັນຫາຈິດໃຈຂຶ້ນ, ແລ້ວກະທົບກະເທືອນສຸຂະພາບ. ຖ້າເປັນແບບນີ້ເລື້ອຍໆ, ແມ່ນບໍ່ອາດຈະມີຄວາມສຸກໄດ້, ຊ້ຳບໍ່ຫນຳ, ຍັງອາດຈະພາດໂອກາດອັນສຳຄັນທີ່ວາງຢູ່ຕໍ່ໜ້າພວກເຮົາ, ແລ້ວຈະເສຍໃຈໃນພາຍໜ້າ.
ສາເຫດທີ່ເຮັດໃຫ້ພວກເຮົາຮູ້ສຶກງົງຫຼືຫຼົງທິດໃນຊີວິດ, ທຳມະດາແລ້ວ, ແມ່ນຍ້ອນວ່າສິ່ງທີ່ພວກເຮົາຢາກໄດ້ນັ້ນຫຼາຍເກີນໄປ, ແຕ່ພັດເປັນບໍ່ໄດ້ໃນຍາມໜຶ່ງຄາວດຽວ. ໃນສະໄໝນີ້, ຈັງຫວະຊີວິດການເປັນຢູ່ໄວຫຼາຍ, ເຫັນຜູ້ອື່ນໄດ້ຮັບຜົນສຳເລັດໃນຂົງເຂດຕ່າງໆ, ຕົນເອງກໍ່ບໍ່ມີຄວາມອົດທົນ, ຟ້າວຢາກໄດ້ຜົນສຳເລັດຄືເພິ່ນໂດຍໄວ, ໃຈບໍ່ຕ້ອມ, ເຮັດເລື່ອງໜຶ່ງ, ສະໝອງພັດຄິດຫາເລື່ອງອື່ນ, ໃນທີ່ສຸດ, ເຮັດອັນໃດກໍ່ບໍ່ສຳເລັດໄດ້ຜົນ. ແຮ່ງຄຶດກໍ່ແຮ່ງເສຍໃຈ, ຜົນສຸດທ້າຍກໍພາດຄວາມສຸກທີ່ວາງຢູ່ຕໍ່ໜ້າ, ເສຍໂອກາດບາງຢ່າງທີ່ຄວນກຳເອົາໄດ້, ແລະເສຍຄວາມສະຫງົບໃຈ.
ທ່ານຜູ້ຟັງທີ່ຮັກແພງ, ໃນແຕ່ລະມື້, ຂໍ້ໃຫ້ທ່ານໃຊ້ເວລາຈັກໜ້ອຍໜຶ່ງຖາມຕົນເອງດ້ວຍຄວາມທຸ່ນທ່ຽງວ່າ: ສິ່ງທີ່ຕົນຢາກໄດ້ແທ້ນັ້ນແມ່ນຫຍັງ? ອີ່ຫຍັງແມ່ນສິ່ງສຳຄັນທີ່ສຸດໃນຊີວິດຂອງຕົນ? ແລ້ວຕັ້ງອົກຕັ້ງໃຈ, ໄປເຮັດວຽກຢ່າງມີບາດກ້າວດ້ວຍຄວາມເບົາອົກເບົາໃຈ, ເວລານີ້, ທ່ານຈະຮູ້ສຶກມ່ວນໃຈກວ່າ, ດັ່ງນັ້ນກໍ່ຈຶ່ງໄດ້ຮັບຜົນດີກວ່າ, ແລະບໍ່ຫຼົງທາງ. ເມື່ອທ່ານຊອກເຫັນທາງຂອງຕົນແລ້ວ, ທ່ານກໍ່ຈະບໍ່ຖຶກໂລກພາຍນອກລົບກວນ, ມີໃຈສະຫງົບແລະມີກຳລັງຊຸກດັນອັນຍາວນານ.
ເຄີຍມີຄົນເວົ້າສົມມູດວ່າ: ເສັ້ນທາງທີ່ຄົນເຮົາສະແຫວງຫາອຸດົມຄະຕິນັ້ນກໍ່ຄືກັບສັດຈະທຳຄະນິດສາດຂໍ້ໜຶ່ງ, ຄື: ເສັ້ນຊື່ລະຫວ່າງສອງຈຸດ, ແມ່ນໄລຍະສັ້ນ ກວ່າໝູ່, ສະນັ້ນ, ວິທີເຮັດທີ່ໃຫ້ພວກເຮົາໄປຮອດຈຸດໝາຍໄວທີ່ສຸດ ກໍ່ແມ່ນໃຫ້ເລັ່ງໃສ່ຈຸດໝາຍ, ຖືມັນເປັນຈຸດຈົບ, ຖືລະດັບຂອງຕົນໃນສະເພາະໜ້າເປັນຈຸດເລີ່ມຕົ້ນ, ແລ້ວຍ່າມຍ່າງໄປຊື່ໆແຕ່ຈຸດນີ້ໄປຫາຈຸດນັ້ນ, ພະຍາຍາມມຸ່ງໄປສູ່ທິດຈຸດໝາຍຂອງຕົນໂດຍບໍ່ເອົາຫົວຊານຳສິ່ງອື່ນເລີຍ. ຖ້າວ່າໃນໄລຍະນີ້ບໍ່ແນ່ໃຈບໍ່ໝັ້ນໜຽວ, ສຸດທ້າຍກໍມີແຕ່ຈະໄປທາງຄົດ, ຕໍ່ໄລຍະທາງລະຫວ່າງເຮົາກັບຈຸດໝາຍໄຍທາງໃຫ້ຍາວອອກ, ເສຍເວລາແລະເສຍກຳລັງເຫື່ອແຮງລ້າໆ.
ຄວາມສາມາດຂອງຄົນຜູ້ໜຶ່ງແມ່ນມີຈຳກັດ, ເວລາແລະກຳລັງວັງຊາຂອງຄົນກໍ່ມີຈຳກັດ, ຄົນສ່ວນຫຼາຍໃຊ້ໝົດຊີວິດຂອງຕົນກໍ່ພຽງແຕ່ສາມາດສ້າງຜົນສຳເລັດລື່ນໝູ່ໃນຂົງເຂດໃດໜຶ່ງ, ສະນັ້ນ, ຖ້າລັ່ງເລໃຈໃນລະຫວ່າງຈຸດໝາຍຕ່າງໆ, ກໍ່ມີແຕ່ເຮັດໃຫ້ພວກເຮົາເສຍເວລາແລະເສຍເຫື່ອແຮງລ້າໆທໍ່ນັ້ນ, ເວລາຂອງພວກເຮົາບໍ່ຫຼາຍ, ສະນັ້ນກຳນົດຈຸດໝາຍນຂອງຕົນໄວທໍ່ໃດກໍແຮ່ງດີ, ເພາະອາດຈະປະກົດເປັນຈິງໄດ້ຫຼາຍກວ່າ.
ທ່ານຜູ້ຟັງທີ່ເຄົາລົບ, ຂໍໃຫ້ທ່ານຈົ່ງຫາເວລາເລັກໜ້ອຍໃນຊີວິດອັນເຄັ່ງຕຶງ, ພິຈາລະນາເບິ່ງວ່າອັນໃດແມ່ນເລື່ອງທີ່ຕົນສົນໃຈກວ່າໝູ່, ອັນໃດແມ່ນແຫຼ່ງແຫ່ງຄວາມສຸກຂອງຕົນ, ໃນສັງຄົມຍຸກປະຈຸບັນທີ່ສະຫຼັບສັບຊ້ອນນີ້, ເມື່ອປະເຊີນກັບຫຼາຍໆເປົ້າໝາຍ, ຕົນເອງແຮ່ງຕ້ອງມີຈິດໃຈເດັດດ່ຽວໜຽວແໜ້ນ, ມີໃຈສະຫງົບ, ບໍ່ກະວົນກະວາຍອີກ, ກ້າວໄປສູ່ເປົ້າໝາຍຂອງຕົນຢ່າງບໍ່ຢຸດຢັ້ງແລະເປັນລະບຽບ.
|