ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Wednesday    Apr 23th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-31 16:04:13    
ກອງ​ປະຊຸມຮ່ວມ​​ຄົ້ນຄວ້າ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 30 ຕຸລາ ກອງ​ປະ​ຊຸມ​ຮ່ວມ​ຄົ້ນຄວ້າ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ໄດ້​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ, ຜູ່​ຊ່ຽວຊານ ນັກປາດທີ່​ເຮັດ​ວຽກ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ 50 ທ່ານຂອງ​ອາ​ຊຽນ ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

ກອງ​ປ​ະຊຸມ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ຄວາມ​ຄືບ​ໜ້າ​ທີ່​ເສດຖະກິດ​ອາ​ຊີ​ຕາ​ເວັນ​ອອກ​ເຊື່ອມ​ໂຍງ​ເຂົ້າກັນ ​ແລະບັນຫາ​ຕົ້ນຕໍ​ໃນ​ການ​ກໍ່ສ້າງປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ​ເປັນ​ຕົ້ນ. ຜູ່​ຊ່ຽວຊານ​ແລະ​ນັກປາດ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ຮ່ວມ​ປະຊຸມ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ຄວາມ​ຄືບ​ໜ້າ​ອັນຕັ້ງໜ້າ​ທີ່​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ໄດ້​ຮັບ​ໃນ​ຂົງ​ເຂດ​ການ​ຄ້າ ການ​ເງິນ​ແລະ​ການ​ທະນາຄານ​ ​, ​ເຫັນ​ວ່າ ​ໃນ​ຂະ​ບວນວິວັດ​ທີ່ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກກ້າວ​ໄປ​ສູ່​ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກນັ້ນ, ຄວນ​ສືບ​ຕໍ່​ຖື​ເອົາ 10 ບວກ 3 ​ເປັນ​ຊ່ອງ​ທາງ​ຕົ້ນຕໍ, ​ເສີມ​ຂະຫຍາຍ​ບົດບາດ​ກົນ​ໄກ​ຮ່ວມ​ມື​ອື່ນໆ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​, ພະຍາຍາມ​​ເຮັດ​ໃຫ້​ອາຊີ​ຕາ​ເວັນ​ອອກ​ກັບ​ພາກ​ພື້ນ​ອື່ນໆ​ໃນ​ໂລກພັດທະນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040