ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-31 21:02:41    
ກອງ​ປະຊຸມ​ຄັ້ງ​ທີ​6​ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມມື​ດ້ານ​ການ​ສຶກ​ສາ,​ວັດ​ທະ​ນະ​ທຳ,​ສາ​ທາ​ລະ​ນະ​ສຸກ,​ກິ​ລາ​ຂອງ​ຈີນ​ແລະ​ຣັດ​ເຊຍ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວCRI, ກອງ​ປະຊຸມ​ຄັ້ງ​ທີ6​ຂອງຄະນະ​ກຳມະການ​ຮ່ວມມື້​ດ້ານ​ການ​ສຶກ​ສາ,​ວັດ​ທະ​ນະ​ທຳ,​ສາ​ທາ​ລະ​ນະ​ສຸກ,ກິລາ​ຂອງ​ຈີນ​ແລະຣັດ​ເຊຍ​ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ31​ຕຸລາ.

ທ່ານ​ນາງ​ເສິນ​ຈື້ລີ ປະທານ​ຝ່າຍ​ຈີນ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ,ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ຊີ້​ອອກ​ວ່າ,​ໃນ​ດ້ານ​​ເຮັດ​ໃຫ້​ປະຊາຊົນ​ສອງ​ຊາດ​ເຂົ້າ​ໃຈ​ກັນຫຼາຍ​ກວ່າ​ເກົ່າ,​ປັບ​ປຸງ​ພື້ນ​ຖານ​ສັງ​ຄົມ​ແຫ່ງ​ການ​ພົວພັນ​ຄູ່​ຂາປະ​ສານ​ງານ​ຍຸດ​ທະ​ສາດ​ຈີນຣັດ​ເຊຍ​ເປັນ​ຕົ້ນ,​ບົດ​ບາດ​ສຳ​ຄັນ​ຂອງ​ຄະ​ນະ​ກຳ​ມະ​ການ​ຈະ​ປະກົດ​ອອກ​ມາ​ເທື່ອ​ລະ​ກ້າວ.ທ່ານ​ຊູ​ຄົຟ ປະທານ​ຝ່າຍຣັດ​ເຊຍ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ກ່າວ​ວ່າ,ຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື,ບຸກ​ເບີກ​ຊ່ອງ​ທາງ​ຮ່ວມ​ມື​ແລະ​ຊ່ອງ​ຫວ່າງ​ຮ່ວມ​ມື​ເປັນ​ກ້າວໆ,ຊຸກ​ຍູ້​ວຽກ​ງານ​ຂອງ​ຄະນະ​ກຳ​ມະ​ການ​ຕື່ມ​ອີກ.

ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,​ຄະ​ນະ​ກຳ​ມະ​ການ​ຈະ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​​ເຮັດ​ໃຫ້"​ປີຣັດ​ເຊຍ"​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຈີນ​ໃນ​ປີ​2006​ແລະ​"ປີ​ຈີນ"ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຣັດ​ເຊຍ​ໃນ​ປີ​2007​ນັ້ນ​ໄດ້​ຈັດ​ຂຶ້ນ​ເປັນ​ຢ່າງ​ດີ,​ເຮັດ​ໃຫ້​ມັນ​ກາຍ​ເປັນ​ແທ່ນ​ສຳ​ຄັນ​ທີ່​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ,​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ.