ກອງປະຊຸມຄະນະມົນຕີຂັ້ນລັດຖະມົນຕີຂອງສັນຍາບັງກອກຄັ້ງປະຖົມມະເລີກຈະຈັດຂຶ້ນຢູ່ປັກກິ່ງ
cri
ຕາມຂ່າວcri,ວັນທີ31ຕຸລາ,ກະຊວງການຄ້າຈີນປະກາດວ່າ,ກອງປະຊຸມຄະນະມົນຕີຂັ້ນລັດຖະມົນຕີຂອງສັນຍາບັງກອກຄັ້ງປະຖົມມະເລີກຈະຈັດຂຶ້ນຢູ່ປັກກິ່ງໃນວັນທີ2ພະຈິກ.
ຕາມແນະນຳວ່າ,ສັນຍາບັງກອກໄດ້ເຊັນໃນປີ1975,ແມ່ນການຈັດວາງການຄ້າທີ່ມີສິດທິພິເສດລາຍໜຶ່ງທີ່ປະເທດພວມພັດທະນາຕົກລົງກັນໃຕ້ການເປັນປະທານຂອງອົງການແອສກັບສະຫະປະຊາຊາດ.ປັດຈຸບັນ,ປະເທດພາຄີຂອງສັນຍາສະບັບນີ້ມີຈີນ,ບັງກະລາເດັດ,ອິນເດຍ,ລາວ,ສ.ເກົາຫຼີແລະສີລັງກາ.
ຫົວຂໍ້ຂອງກອງປະຊຸມຄັ້ງນີ້ຕົ້ນຕໍມີການປຶກສາຫາລືກ່ຽວກັບສະພາບປັດຈຸບັນແລະອະນາຄົດຂອງສັນຍາບັງກອກ,ຕົກລົງເວລາປະຕິບັດຜົນເຈລະຈາຮອບທີ່3ກ່ຽວກັບການຫຼຸດພາສີແລະຜ່ານຮັບຮອງຄຳຖະແຫຼງການລັດຖະມົນຕີເປັນຕົ້ນ.
|
|