ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-31 21:15:38    
ສື່​ມວນ​ຊົນ​ຫວຽດ​ນາມ​ຕີ​ລາ​ຄາ​​ໃນ​ລະ​ດັບ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ​ຫູ​ຈິນ​ທາວ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ31​ຕຸລາ,ສື່​ມວນ​ຊົນ​ສຳຄັນ​ຂອງຫວຽດນາມ​​ໄດ້​ພາກັນ​ພິມ​ບົດ​ນຳ​ຫຼື​ບົດ​ຄວາມລົງ​ໃສ່ໜ້າ​ທຳ​ອິດ,​ແລະ​ປະກອບ​ຮູບພາບ​ໃຫຍ່,ຕີ​ລາຄາ​ໃນ​ລະ​ດັບ​ສູງ​ຕໍ່​ທ່ານ​ຫູ​ຈິນ​ທາວ ​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີ​ຕໍ່​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ,​ເຫັນ​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ​ຈີນ​ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ໃໝ່.

ໜັງ​ສື​ພິມ​ເຢີ​ນ​ເຢີ​ນ ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ພິມ​ບົດ​ນຳ​ໂດຍ​ຊີ້​ອອກ​ວ່າ,ການ​ຢ້ຽມຢາມ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນວ່າ​ສອງ​ຝ່າຍ​ຫວຽດນາມ​ຈີນ​ເອົາ​ໃຈ​ໃສ່​ນຳ​ທິດ​ທາງ​"​ໝັ້ນ​ທ່ຽງ​ຍາວ​ນານ ອວ່າຍໜ້າ​ໄປ​ສູ່​ອະນາຄົດ,ມີ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​,ຮ່ວມ​ມື​ຮອບ​ດ້ານ​"ແລະ​ຈິດ​ໃຈ​"​ເປັນ​ບ້ານ​​ໃກ້​ເຮືອນ​ຄຽງ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ,​ສະ​ຫາຍ​ທີ່​ດີ​ແລະ​ໝູ່​ຄູ່​ທີ່​ດີ" ທີ່​ຜູ່​ນຳ​ສອງ​ປະ​ເທດ​ກຳນົດ​ໄວ້,​ແລະ​ຊຸກ​ຍູ້​ການ​ພົວ​ພັນ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ບົດ​ນຳ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທີ່​ປະຊາຊົນ​ຈີນ​ຍາດ​ມາ​ໄດ້​ໃນ​ພາ​ລະ​ກິດ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ຕໍ່ພາຍ​ນອກ,​ແລະ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ປະ​ຊາ​ຊົນ​ຈີນ​ທີ່​ໃຫ້ການ​ສະໜັບສະໜູນ​ແລະ​ການ​ຊ່ອຍ​ເຫຼືອ​ອັນ​ປະ​ເສີດ​ໃນ​ພາ​ລະ​ກິດ​ຍາດ​ແຍ່ງ​ເອ​ກະ​ລາດ​​ແຫ່ງ​ຊາດ​ແລະ​ການ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ.

ໜັງສືພິມ​ກວນ​ດອຍ​ເຢີ​ນ​ເຢີ​ນຂອງ​ຫວຽດນາມ​ກໍ​ໄດ້​ພິມ​ບົດ​ນຳ​ໂດຍ​ຊີ້​ອອກ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ການ​ພົວພັນ​ຫວຽດນາມ​ຈີນ​ໄດ້​ມີ​ການ​ພັດ​ທະ​ນາ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,​ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຢ່າງ​ໃຫຍ່​ຫຼວງ​ມາ​ໃຫ້​ສອງ​ຝ່າຍ.