ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-31 21:30:54    
ທ່ານ​ຫູ​ຈິນ​ທາວ​ຢ້ຽມ​ຢາມ​ຫວຽດ​ນາມ​ແລະ​ເຈ​ລະ​ຈາ​ກັບ​ທ່ານ​ນົງ​ດຶກ​ແມງ​ແລະ ທ່ານ​ເຈິນ​ດຶກ​ເລືອງ

cri
ຕາມ​ຂ່າວcri,​ວັນ​ທີ31​ຕຸ​ລາ,​ທ່ານ​ຫູ​ຈິນທາວ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ຮ່າ​ໂນ້ຍ,​ເລີ່ມ ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຢ່າງ​ເປັນ​ທາງ​ການ​ຕໍ່​ຫວຽດ​ນາມ​ເປັນ​ເວລາ​ສາມ​ມື້,​ໃນ​ມື້​ດຽວ​ກັນ,​ທ່ານ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ນົງ​ດຶກ​ແມງ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ແລະ​ທ່ານ​ເຈິນ​ດຶກ​ເລືອງ ປະ​ທານ​ປະ​ເທດ​ຫວຽດ​ນາມ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ​ຢູ່​ເດີ່ນ​ຍົນ,​ທ່ານ​ຫູ​ຈິນ ທາວ​ກ່າວ​ວ່າ,​ເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຍ່ອມ​ຈະ​ເພີ່ມ​ທະວີ​ໄມ​ຕິ​ຈິດ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​ຈີນ​ຫວຽດ​ນາມ,​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ການ​ພັດ​ທະ​ນາ​ພ້ອມ​ກັນ​ຂອງ​ສອງ​ປະ​ເທດ.

ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ,​ປີ​ນີ້​ແມ່ນຈີນ​ຫວຽດນາມ​ໄດ້​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ຄົບ​ຮອບ55ປີ,​ຫວັງ​ໃຫ້​ສອງ​ຝ່າຍ​ຖື​ໂອ​ກາດ​ນີ້,​ພ້ອມ​ກັນ​ຍົກ​ການ​ພົວ​ພັນ​ຈີນ​ຫວຽດ​ນາມ​ໄປ​ສູ່​ລະ​ດັບ​ສູງ​ກວ່າ​​ເກົ່າ.

ມື້​ດຽວ​ກັນ,​ທ່ານ​ຫູ​ຈິນ​ທາວ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ນົງ​ດຶກ​ແມງ ເລ​ຂາ​ທິ ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດ​ນາມ​ແລະ​ທ່ານ​ເຈິນ​ດຶກ​ແມງ ປະ​ທານ​ປະ​ເທດ​ຫວຽດ​ນາມ,​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຕໍ່​ສອງ​ແລະ​ບັນ​ຫາ​ສາ​ກົນ​ກໍ່​ຄື​ພາກ​ພື້ນ​ທີ່​ສອງ​ຝ່າຍ​ເອົາ​ໃຈ​ໃສ່ນຳ​ກັນ.

ທ່ານ​ນົງ​ດຶກ​ແມງ​ກ່າວ​ວ່າ,​ທ່ານ​ຫູ​ຈິນ​ທາວ​ແມ່ນ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ​ໃນ​ເວລາ​ທີ່​ແຜນ​ການ​ຫ້າ​ປີ​ຄັ້ງ​ໃໝ່​ຂອງ​ສອງ​ປະ​ເທດ​ຈີນ​ຫວຽດ​ນາມ​ໃກ້​ ເລີ່ມ​ຕົ້ນ​ປະຕິ​ບັດ,​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຍ່ອມ​ຈະ​ຍົກ​ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ສູງ​ກວ່າ​ເກົ່າ.