ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 15:06:49    
ຢູ່​ເມືອງ​ບາສ໌ຣາ ທາງ​ພາກ​​ໃຕ້​ອີຣັກ​ເກີດ​ເຫດ​ລະ​ເບີດດ້ວຍລົດຍົນ 60 ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 31 ຕຸລາ ຢູ່​ເມືອງ​ບາສ໌ຣາ ທາງ​ພາກ​ໃຕ້​ອີຣັກ​ໄດ້​ເກີດ​ເຫດ​ລະ​ເບີດດ້ວຍ​ລົດຍົນ​ລາຍ​ໜຶ່ງ, ​ເຮັດ​ໃຫ້ 60 ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ, ​ໃນ​ນັ້ນມີ 20 ຄົນ​ຕາຍ​ເປັນ​ຢ່າງ​ໜ້ອຍ.

​ ​ຝ່າຍ​ຕຳຫຼວດອີຣັກປະກາດ​ວ່າ, ​ເຫດການ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ຄ່ຳ 9 ​ໂມງ, ບ່ອນ​ເກີດ​ເຫດການ​ແມ່ນຢູ່ບົນ​ເສັ້ນທາງ​ລາດຕະ​ເວນຂອງ​ກອງລົດ​ຕຳຫຼວດອີຣັກ, ການລະ​ເບີດ​ເຮັດ​ໃຫ້ 20 ຄົນ​ຕາຍ​ເປັນ​ຢ່າງ​ໜ້ອຍ, ​ໃນ​ນັ້ນລວມທັງ​ຕຳຫຼວດ 5 ຄົນ, ຍັງມີ 45 ຄົນ​ບາດ​ເຈັບ. ຝ່າຍ​ຕຳຫຼວດກ່າວ​ວ່າ, ຢ່າງ​ໜ້ອຍ​ມີ​ລົດຍົນ 6 ຄັນ​ແລະ​ຮ້ານຄ້າ 10 ​ແຫ່ງ​ຖືກ​ລະ​ເບີດທຳລາຍ​


1  2