ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 16:11:34    
ທ່ານ​ຫູ​ຈິນ​ທ່າວ​ກ່າວ​ເນັ້ນ​ວ່າ,​ການ​ພັດ​ທະ​ນາ​ຂອງ​ຈີນ​ມີ​ແຕ່​​ເປັນ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ

cri Author: zhangshuo

ຕາມ​ຂ່າວCRI:ວັນ​ທີ1​ພະຈິກ,ທ່ານ​ຫູ​ຈິນທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງກພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນທີ່​ພວມ​ຢ້ຽມຢາມ​ຫວຽດນາມ​ໄດ້​ກ່າວ​ຄຳ​ປາຖະ​ກະຖາ​ຢູ່​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.ທ່ານ​ກ່າວ​ເນັ້ນວ່າ,ການ​ພັດທະນາ​ຂອງ​ຈີນ​ບໍ່​ຫ່ອນ​ຊິ​ກີດຂວາງ​ບຸກຄົນ​ໃດໆ ກໍ່​ບໍ່ຫ່ອນ​ຊິ​ຂົ່ມຂູ່​ບຸກຄົນ​ໃດໆ,ມີ​ແຕ່​​ເປັນຜົນ​ດີ​ຕໍ່​ສັນຕິ​ພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ.

​ໃນ​​ເວລາ​ກ່າວປາຖະກະຖາ,ທ່ານ​ຫູຈິນທ່າວ​ໄດ້​ແນະນຳ​ສະພາບ​ການ​ພັດທະນາ​ແລະນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​ຢ່າງຮອບດ້ານ,​ໄດ້​ບັນ​ລະ​ຍາຍ​ບັນຫາ​ຕ່າງໆ ​ເຊັ່ນ​ຂະ​ຫຍາຍ​ການ​ພົວພັນ​ຈີນ​ຫວຽດນາມ ການ​ພົວພັນ​ຈີນ​ກັບປະ​ເທດ​ໃກ້​ຄຽງ​ອາຊີ​ເປັນ​ຕົ້ນ.​ທ່ານ​ເວົ້າ​ວ່າ,​ຈີນ​ຕັ້ງ​ໜ້າ​ສົ່ງ​ເສີມ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຊາດ ​ເປັນ​ປະ​ຊາ​ທິ​ປະ​ໄຕ​ແລະ​ເປົ້າ​ແບບ​ການ​ຂະ​ຫຍາຍ​ຕົວ​ຫັນ​ເປັນ​ຫຼາຍ​ຢ່າງ​ຫຼາຍ​ແນວ, ຊຸກ​ຍູ້​ໂລກ​ຫັນ​ເປັນ​ຫຼາຍ​ເຄົ້າ​ແລະ​ເສດ​ຖະ​ກິດ​ໂລກາ​ວິ​ວັດ,​ຊຸກ​ຍູ້​ປະ​ຊາ​ຄົມ​ໂລກ​ສ້າງ​ຕັ້ງ​ລະ​ບຽບ​ການ​ການ​ເມືອງ​ເສດ​ຖະ​ກິດ​ສາກົນ​ອັນ​ໃໝ່​ທີ່​ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ,​ຂະ​ຫຍາຍ​ໄປ​ສູ່​ທິດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ.​ຈີນ​ຄັດ​ຄ້ານ​ການ​ແກ້​ໄຂ​ການ​ວິ​ວາດ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຫຼື​ຂົ່ມ​ຂູ່​ດ້ວຍ​ກຳ​ລັງ​ອາ​ວຸດ, ຄັດ​ຄ້ານ​ລັດ​ທິ​​ເຈົ້າ​ອຳ​ນາດ​ແລະ​ການ​ເມືອງ​ອຳ​ນາດ​​ທຸກ​ຮູບ​ທຸກ​ແບບ,​ຄັດ​ຄ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ທຸກ​ແບບ.

ທ່ານ​ຫູ​ຈິນທ່າວ​ຍັງ​ກ່າວ​ວ່າ,ຈີນ​ຈະ​ເດັດດ່ຽວປະຕິບັດ​ທິດ​ທາງ​ການ​ຕ່າງປະ​ເທດ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ທີ່​ວ່າມີ​ໄມຕີ​ຈິດ​ກັບປະ​ເທດ​ໃກ້​ຄຽງ​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ,​ແລະ​ນະ​ໂຍບາຍ​ການ​ຕ່າງປະ​ເທດຕໍ່​ປະ​ເທດ​ອ້ອມ​ຂ້າງ​ທີ່​ວ່າ​ມີ​ຄວາມ​ປອງ​ດອງ​ກັນ​ກັບປະ​ເທດ​ໃກ້​ຄຽງ ​ໃຫ້​ປະ​ເທດ​​ໃກ້​ຄຽງ​ມີສະຖຽນ​ລະ​ພາບ​ແລະ​ໃຫ້​ປະ​ເທດ​ໃກ້​ຄຽງຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ​ຫູ​ຈິນທ່າວ​ແມ່ນຜູ້ນຳ​ຕ່າງປະ​ເທດ​ຜູ້​ທຳອິດ​ທີ່​ກ່າວປາຖະກະຖາ​ຢູ່​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.​ຜູ້​ແທນ500​ກວ່າ​ຄົນ​ຂອງ​ຈີນ​ແລະ​ຫວຽດນາມ​ໄດ້​ຮັບ​ຟັງ​ການ​ກ່າວ​ປາ​ຖະ​ກະ​ຖາ​ຂອງ​ທ່ານ.