ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 17:40:06    
ຈີນ​ຈະ​ໃຊ້​ດາວ​ທຽມ​ຕິດ​ຕາມ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ບໍ່​ຖ່ານ​ຫີນ​ແລະ​ບໍ່​ອາຍ​ແກັສ​ຕະ​ຫຼອດ​24​ຊົ່ວ​ໂມງ

cri
ຕາມ​ຂ່າວCRI,ການ​ນຳ​ໃຊ້​ເຕັກ​ນິກ​ສື່ສານ​ດາວ​ທຽມ,ບັນລຸ​ການ​ປົກ​ຫຸ້ມ​ຂອງ​ເຄືອ​ຂ່າຍ​ວິ​ທະ​ຍຸ​ບໍ່​ໃຫ້​ມີ​ມຸມ​ອັບ,ຮັບປະກັນ​ລະບົບ​ຕິດຕາມ​ກວດກາ​ແລະ​ຄວບ​ຄຸມ​ອາຍ​ແກັສ​ສົ່ງ​ຂໍ້​ມູນ​ຂ່າວ​ສານ​ໃນ​ທຸກ​ເວ​ລາ.ຈີນ​ພວມ​ເຜີຍ​ແຜ່​ນຳ​ໃຊ້​ລະບົບ​​ໃຊ້ດາວ​ທຽມ​ຕິດຕາມ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງບໍ່​ຖ່ານ​ຫີນ​ແລະ​ບໍ່​ອາຍ​​ແກັສດັ່ງກ່າວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ວັນ​ທີ31​ຕຸລາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ງານ​ເຜີຍ​ແຜ່​ລະບົບ​ດັ່ງກ່າວ​ວ່າ,ລະບົບ​ຕິດຕາມ​ຄວບ​ຄຸມ​ດັ່ງ​ກ່າວ​ສາ​ມາດ​ຊຳລະ​ຂໍ້​ມູນ​ຂ່າວສານ​ແບບ​ດີ​ຈີ​ຕອນຕະຫຼອດ24​ຊົ່ວ​ໂມງ​ຕໍ່​ສະ​ພາບ​ການ​ຂຸດ​ຄົ້ນ,​ອອກ​ຊິດ​ເດີ​ກາກ​ບອນ,ປະລິມານ​ຂອງ​ລົມ,ການ​​ໄຂ​ແລະ​ປິດ​ເຄື່ອງດູດ​ລົມ​ແລະ​ອຸນ​ຫະ​ພູມ​,ຕິດ​ຕາມ​ກວດ​ກາ​ແລະ​ຄວບ​ຄຸມ​ເປັນ​ຈຸດ​ໜັກຕໍ່ສະຖານ​ທີ່​ການ​ຜະລິດ​ສຳຄັນ​ຢູ່​ນອກ​ບໍ່​ແລະ​ໃນ​ບໍ່.​ຕາບ​ໃດ​ອາຍ​ແກັສກາຍ​ມາດຖານ​ຈຳກັດ,ສູນ​ຕິດຕາມ​ຄວບ​ຄຸມ​ທຸກ​ຂັ້ນ​ລ້ານ​ແຕ່​ຈະ​ສົ່ງ​ສັນຍານ​ເຕືອນ​ໄພ.