ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 18:05:21    
ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ທ່ານ​ຫງວນ​ວັນ​ອານ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ

cri
ຕາມ​ຂ່າວCRI,ວັນ​ທີ1​ພະຈິກ,ຢູ່​ຮ່າ​ໂນ​ຍ,ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ຫວຽດ​ນາມ​ໄດ້​ພົບ​ປະ​ທ່ານ​ຫງວນ​ວັນ​ອານ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ,​ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ.

ທ່ານ​ຫູ​ຈິນທາວກ່າວ​ວ່າ,ຝ່າຍ​ຈີນ​ເຊື່ອໝັ້ນ​ວ່າ,ສອງ​ພັກ​ສອງ​ລັດ​ຈີນ​ຫວຽດນາມ​ເພີ່ມ​ທະວີ​ມິດ​ຕະ​ພາບ​ແລະຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ຊຸກ​ຍູ້​ການ​ພັດທະນາ​ນຳ​ກັນ,ນີ້​ບໍ່​ພຽງ​ແຕ່​​ແມ່ນ​ຄວາມ​ຕ້ອງ​ການ​ດ້ານ​ພາ​ວະ​ວິ​ໄສ​​ແຫ່ງ​ການ​ພັດ​ທະ​ນາ​ພາລະກິດ​ຮ່ວມກັນ,​ແລະ​ການສະ​ແຫວ​ງ​ຫາ​ອຸ​ດົມ​ການ​ຮ່ວມ​ກັນ​ເທົ່າ​ນັ້ນ,​ທັງ​ແມ່ນ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ສອງ​ພັກ​ສອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ທ່ານ​ຫງວນວັນ​ອານ​ກ່າວ​ວ່າ,ສະພາ​ແຫ່ງ​ຊາດຫວຽດນາມ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ແລກ​ປ່ຽນ​ກັບ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ຫວັງ​ໃຫ້​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ລະ​ຫວ່າງ​ອົງ​ການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ.ທ່ານ​ກ່າວ​ລື່ມ​ວ່າ,​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນດຽວ,ສະໜັບສະໜູນ​ຈີນສ້າງ​ກົດ​ໝາຍ​ຕ້ານ​ການ​ແບ່ງ​ແຍກ​
ປະ​ເທດ.