ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 18:25:02    
ຈີນ​ຍ້ອງ​ຍໍ​ຊົມ​ເຊີນ​ອິນ​ເດຍ​​ແລະ​ປາ​ກີ​ສະ​ຖານ​ໄຂ​ສະ​ຖາ​ນີ​ກວດ​ກາ​ຊາຍ​ແດນ​ຢູ່​ກັສ​ເມຍ​ແກ່​ກັນ

cri
ຕາມ​ຂ່າວCRI,ວັນ​ທີ1​ພະຈິກ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຂົງ​ສວນ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​​ຈີນ​ຍ້ອງ​ຍໍ​ຊົມ​ເຊີນ​ອິນ​ເດຍ​​ແລະ​ປາ​ກີ​ສະ​ຖານ​ໄຂ​ສະຖານີ​ກວດກາ​ຊາຍ​ແດນ​ຢູ່ກັສ​ເມຍ​​ແກ່​ກັນ.

ຫວ່າງ​ມໍ່ໆ​ນີ້,​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ກູ້​ໄພ​ແຜ່ນດິນ​ໄຫວ,ອິນ​ເດຍ​ແລະ​ປາ​ກີ​ສະ​ຖານ​ໄດ້​ປະ​ກາດ​ ​ໄຂ​ສະ​ຖາ​ນີ​ກວດ​ກາ​5​​ແຫ່ງ​ທີ່​ຢູ່​ຕາມ​ເສັ້ນ​ຄວບ​ຄຸມ​ຢູ່​ກັສ​ເມຍ​ຊົ່ວ​ຄາວ.​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້,​ທ່ານ​ຂົງ​ສວນ​ກ່າວ​ວ່າ,​ຝ່າຍ​ຈີນ​ຫວັງ​​ແລະ​ເຊື່ອ​ວ່າ​ສອງ​ຝ່າຍ​ໃຊ້​ມາດ​ຕະ​ການ​ດັ່ງ​ກ່າວ,​ຈະ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ແລະ​ຮ່ວມ​ມື​ກັນ,​ສາ​ມາດ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຜ່ອນ​ຍານ​ລົງ​ຕື່ມ​ອີກ.