ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 21:02:36    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​5​ເນັ້ນ​ໜັກ​ການ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່

cri
ຕາມ​ຂ່າວCRI,​ວັນ​ທີ1​ພະຈິກ,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຂົງສວນ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ,​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​5​ເນັ້ນ​ໜັກ​ການ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.

ທ່ານ​ຂົງສວນ​ກ່າວ​ວ່າ,ຕາມ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ຕົກລົງ​ກັນ​ໃນ​ການ​ເຈລະຈາ​ຫົກ​ຝ່າຍ​ຮອບ​ກ່ອນ,ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ5​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ພະ​ຈິກ.​ສ່ວນ​ການ​ເຈ​ລະ​ຈາ​ຈະ​ໃຊ້​ຮູບ​ການ​ຫຍັງ,ບັນດາ​ຝ່າຍ​ລ້ວນ​ແຕ່​ພວມ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຢ່າງ​ຕັ້ງ​ໜ້າ.​ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ເລື່ອງ​ນີ້.​ທ່ານ​ຊີ້​ອອກ​ວ່າ,​ຮູບ​ການ​ຂອງ​ການ​ເຈ​ລະ​ຈາ​ແມ່ນ​ສຳ​ຄັນ​ຢູ່,​ແຕ່​ຍິ່ງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ຕ້ອງ​ພະ​ຍາ​ຍາມ​​ໃຫ້​ໄດ້ມີ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​5.

ທ່ານ​ແນະນຳ​ວ່າ,​ໃນ​ຖານ​ເປັນ​ປະ​ເທດປະທານ,ຈີນ​ໄດ້​ວາງ​ຂໍ້​ສະ​ເໜີ​ລະອຽດ​ກ່ຽວ​ກັບ​ວັນ​ເວລາ​ຈັດການ​​ເຈລະຈາ​ຕໍ່​ບັນດາ​ຝ່າຍ,​ແລະ​ພວມ​ຄອຍ​ຖ້າ​ການ​ຢືນ​ຢັນ​ຈາກ​ບັນ​ດາ​ຝ່າຍ.