ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-02 13:22:42    
ສຸພາສິດ​ເລື່ອງ "ປ່າວ​ສາງ​ໂຮ້​ຊິ່ນ"

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸ​ພາ​ສິດ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ສຸພາສິດ​ເລື່ອງ "ປ່າວ​ສາງ​ໂຮ້ຊິ່ນ" ສູ່​ຟັງ. ສຸ​ພາ​ສິດ​ນີ້​ໝາຍ​ເຖິງ​ມີ​ເຈດ​ຕະນາ​ຮ້າຍ​ຢູ່​ໃນ​ໃຈ, ພາຍຫຼັງມາ​ໄດ້ໃຊ້​ມາ​ອຸປະມາ​ທາງ​ນອກ​ໃຈ​ບຸນ, ໃນ​ໃຈ​​ໂຫດ​ຫ້ຽມ.

​ໃນ​ສະ​ໄໝ​ຊຸ່ນຊິວຍຸດ​ທະ​ຈັກ​​ ​ຈີນ​ໄດ້​​ແຍກ​ອອກ​ເປັນຫຼາຍ​ປະ​ເທດ​ຈັກ​ກະ​ວານ​ທີ່​ເປັນ​ເອກະລາດ​ໂດຍ​ທຽບ​ຖານ, ​ໃນ​ນັ້ນລັດ​ເຈິ້ງ​​ເປັນ​ລັດ​ທີ່​ອ່ອນ​ແອ, ຈຶ່ງ​ຢາກ​ຜູກ​ມິດ​ກັບ​ລັດ​ສູ, ​ເພື່ອ​ອາ​ໄສ​ລັດ​ສູ​ຕ້ານ​ຢັນ​ກັບ​ລັດ​ອື່ນໆ. ກົ່ງ​ຊຸນ​ຕ້ວນ ​ເສນາ​ບໍດີ​ລັດ​ເຈິ້ງ​ມີ​ລູກ​ສາວ​ຜູ່​ໜຶ່ງ​ທັງ​ ​ງາມ ທັງມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ດີດ​ພິນ​ແຕ້ມ​ຮູບ​ເປັນ​ຕົ້ນ. ​ເມື່ອ​ກົ່ງ​ຊຸ່ນ​ຕ້ວນ​ໄດ້ພິຈາລະນາ​ກຶກກອງ​ຢ່າງ​ລະອຽດ​ຮອບ​ຄອບ​ແລ້ວ ​ໄດ້​ຕົກ​ລົງ​ຍົກ​ລູກ​ສາວ​ຂອງ​ຕົນ​​ໃຫ້​ເຈົ້າຟ້າ​ຊາຍ​ລັດ​ສູ​ເປັນ​ເມຍ, ​ເພື່ອ​​ເພີ່ມ​ທະວີ​ສຳພັນຖະ​ໄມຕີ​​ລະ​ຫວ່າງ​ລັດ​ເຈິ້ງ​ກັບ​ລັດ​ສູ​, ​ເຈົ້າຟ້າ​ຊາຍ​ລັດ​ສູ​ເຫັນ​ດີ​ນຳ​ຢ່າງ​ປຶ້ມພະ​ໄທ.

​ແຕ່​ເມື່ອ​ເຈົ້າຟ້າ​ຊາຍ​ລັດ​ສູ​ໄປ​ຮັບ​ເຈົ້າສາວ​ຢູ່ລັດ​ເຈິ້ງ​ນັ້ນ ພັດ​ໄດ້ນຳ​ພາ​ກອງ​ທະ​ຫານ​ຢ່າງ​ຫຼວງຫຼາຍ​ໄປ​ນຳ, ມັນເດັ່ນຊັດແລ້ວ​ວ່າ ​ເຈົ້າຟ້າ​ຊາຍ​ລັດ​ສູ​ມີ​ໃຈ​ຢາກ​ສວຍ​ໂອ​ກາດ​ກືນ​ກີນ​ລັດ​ເຈິ້ງ. ຈືສານ ​ເສນາ​ບໍດີ​ລັດ​ເຈິ້ງ​ໄດ້​ຮັບ​ຂ່າວ​ວ່າ​ກອງ​ທະຫານ​ລັດ​ສູ​ມາ​ຮອດ​ປະ​ຕູ​ເມືອງ​ຂອງລັດ​ເຈິ້ງແລ້ວ, ຮູ້​ວ່າ​ເຈົ້າຟ້າ​ຊາຍ​ລັດ​ສູ​​ມີ​ຈຸດປະສົງ​ເລິກ​ແລບ, ​ເລີຍ​ໃຫ້​ຈື​ອີ​ໄປ​ກ່າວ​ເຕືອນໂດຍ​ດ້ວຍ​ທາງ​ອ້ອມ. ຈືອີ​ຢືນ​ຢູ່​ບົນ​ກຳ​ແພງ​ເມືອງ, ​ເວົ້າຕໍ່​ແຂກ​ທີ່​ມາ​ຈາກ​ລັດ​ສູ​ວ່າ:"ລາຊະທານີ​ລັດ​ເຈິ້ງ​ພວກ​ຂ້າພະ​ເຈົ້ານ້ອຍຫຼາຍ, ຢ້ານ​ວ່າ​ຈະບັນຈຸ​ພວກ​ບໍລິ​ວານ​ຂອງ​ພວກ​ທ່ານບໍ່​ໄດ້. ພວກ​ທ່ານ​ຢ່າ​ເຂົ້າເມືອງ ​ສ້າງ​ແທ່ນ​ແລະ​ຫ້ອງວິວາຈັດພິທີ​ແຕ່ງ​ງານ​ຢູ່​ນອກ​ເມືອງ​ສາ!" ​ເຈົ້າຟ້າ​ຊາຍ​ລັດ​ສູ​ໄດ້​ຍິນ​ແລ້ວ​ໂມ​ໂຫທີ່​ສຸດ, ​ສັ່ງ​ໃຫ້​​ໂປ​ໂຈ່​ວຫຼີຕອບ​ຈືອີ​ວ່າ:"ການ​ແຕ່ງງານ​ແມ່ນ​ເລື່ອງ​ສຳຄັນ, ຈະ​ຈັດ​ຢູ່​ນອກ​​ເມືອງໄດ້​ແນວ​ໃດ? ພວກ​ທ່ານ​ບໍ່​ໃຫ້​ພວກ​ຂ້າພະ​ເຈົ້າ​ເຂົ້າ​ເມືອງຮັບ​ເຈົ້າສາວ, ນີ້​ບໍ່​ແມ່ນ​ຂົ່ມ​ເຫັງ​ລັດ​ສູ​ພວກ​ຂ້າພະ​ເຈົ້າຫວະ? ຂ້າພະ​ເຈົ້າກັບ​ເມືອ​ລັດ​ສູ​ແລ້ວ​ຈະ​ເປັນ​ເສນາ​ບໍດີ​ຕໍ່​ໄປ​ໄດ້​ແນວ​ໃດ? ບໍ່ພຽງ​​​ແຕ່ແນວ​ນີ້, ຖ້າ​ຈັດ​ພິທີ​ແຕ່ງດອງ​ຢູ່​ນອກ​ເມືອງ​, ຍັງ​ຈະ​​​​​ເຮັດໃຫ້​ເຈົ້າຟ້າ​ຊາຍ​ລັດ​ສູ​ພວກ​ຂ້າພະ​ເຈົ້າມີ​ໂທດຂົ່ມ​ເຫັງບັນພະ​ບູລຸດ, ​ເພາະວ່າ​ກ່ອນ​ພວກ​ຂ້າພະ​ເຈົ້າອອກ​ເດີນທາງ​ມາ​ລັດ​ເຈິ້ງ, ​ໄດ້​ໄປໄຫວ້​ບັນພະ​ບູລຸດ​ມາແລ້ວ. ພວກ​ຂ້າພະ​ເຈົ້າຮັບ​ເອົາການຈັດ​ວາງ​ຂອງ​ພວກ​ທ່ານບໍ່​ໄດ້." ​ໃນກໍລະນີ​ນີ້, ຈືອີ​ຂອງ​ລັດ​ເຈິ້ງກໍ​ຈຳ​ເປັນ​ຕ້ອງ​​ເວົ້າຢ່າງ​ກົງ​ໄປ​ກົງ​ມາ, ທ່ານ​ເຮັດ​ໜ້າ​ເຄັ່ງຂຶມ ​ແລ້ວ​ເວົ້າ​ວ່າ:"ລັດ​ເຈິ້ງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ລັດ​ນ້ອຍ, ​ແຕ່​​ລັດ​ນ້ອຍ​ບໍ່​ແມ່ນ​​ຄວາມຜິດ, ​ແຕ່​ຖ້າ​​ລັດ​ນ້ອຍ​ໄປ​ອີງ​ອາ​ໄສ​ລັດ​ໃຫຍ່, ບໍ່​ລະມັດລະວັງ​ປ້ອງ​ກັນ​​ຕົນ​ເອງ, ນີ້ຈຶ່ງ​ແມ່ນ​ຄວາມ​ຜິດ​ພາດ​ໃຫຍ່​ປານ​ຟ້າ​. ​ແຕ່​ເດີມ ລັດ​ເຈິ້ງ​ພວກ​ຂ້າ​ພະ​ເຈົ້າຢາກກ່ຽວດອງ​ກັບ​ລັດ​ໃຫຍ່​ພວກ​ທ່ານ, ອາ​ໄສ​ລັດ​ໃຫຍ່​ມາ​ປົກ​ປັກ​ຮັກສາ​ພວກ​ຂ້າ​ພະ​ເຈົ້າ, ​ແຕ່​ພວກ​ທ່ານ​ພັດມີ​​ເຈດ​ຕະນາ​ຮ້າຍ, ຢາກ​ທຳຮ້າຍລັດ​ເຈິ້ງ​ພວກ​ຂ້າພະ​ເຈົ້າ, ນີ້​ແມ່ນ​ເລື່ອງ​ທີ່​ພວກ​ຂ້າພະ​ເຈົ້າອົດ​ທົນບໍ່​ໄດ້​ເດັດຂາດ!" ​ເຈົ້າຟ້າ​ຊາຍ​ແລະ​​ເສນາ​ບໍດີ​ທັງ​ຫຼາຍ​ໄດ້​ເຫັນ​ກົນອຸບາຍ​ຂອງ​ຕົນ​ຖືກ​ເຜີຍ​ແບ, ຮູ້​ວ່າ​ລັດ​ເຈິ້ງ​ໄດ້ກຽມ​ພ້ອມແລ້ວ, ຈຶ່ງ​ຈຳ​ເປັນ​ຕ້ອງ​ປະລະ​ແຜນ​ການ​ເດີມ​ທີ່​ຢາກຫຼອນ​ໂຈມ​ຕີ​ລັດ​ເຈິ້ງ, ​ແລະ​ປະຕິ​ເສດ​ບໍ່​ຮັບຮອງ​ເຈດ​ຕະ​ນາຮຸກ​ຮານ​ຂອງ​ຕົນ​. ​ແຕ່​ເພື່ອ​ກູ້​ໜ້າ​ກູ້​ຕາ, ຍັງ​ຄົງ​ຍຶດໝັ້ນ​ໃຫ້​ເຂົ້າ​ໄປຈັດ​ພິທີ​ແຕ່ງ​ງານ​ຢູ່​ໃນ​ເມືອງ, ​ແຕ່​ໄດ້​ຮັບປາກ​ວ່າ: ທະຫານ​ລັດ​ສູ​ຈະບໍ່​ຕິດ​ອາວຸດ​ໃດໆ​ຄື​ທະນູ​ເປັນ​ຕົ້ນ​ໄປ​ນຳ, ຈືອີ​ແລະ​ຈືສານ​ຈຶ່ງ​ເຫັນ​ດີ​ນຳ. ​ເຈົ້າຟ້າ​ຊາຍ​ລັດ​ສູ​ເຂົ້າ​ແຕ່ງງານ​ກັບ​ລູກ​ສາວ​ກົ່ງ​ຊຸ່ນ​ຕ້ວນ​ຢູ່ໃນ​ລາຊະທານີ​ລັດ​ເຈິ້ງແລ້ວ, ​ກໍ​​ເດີນທາງອອກ​ຈາກ​ລັດ​ເຈິ້ງ​ກັບ​ເມືອ​ລັດ​ສູ​ໃນ​ທັນ​ທີ.