ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-02 13:33:29    
ກອງ​ທະ​ຫານ​ອິດ​ສະ​ລະ​ແອນ​ຫຼອນ​ໂຈມ​ຕີ​ກາ​ຊາ​ທາງ​ອາ​ກາດ,​ຍິງ​ຕາຍ​ຜູ້​ປະ​ກອບ​ອາ​ວຸດ​ປາ​ເລັດ​ສະ​ຕິນ​ສອງ​ຄົນ

cri Author: zhangshuo
​ຕາມ​ຂ່າວCRI:ຕອນ​ບ່າຍ​ວັນທີ1​ພະຈິກ,​ທະຫານອາກາດ​ອິດ​ສະລະ​ແອນ​​ໄດ້​ດຳ​ເນີນການ​ເຄື່ອນ​ໄຫວ​ກຳຈັດ​​ແບບກຳນົດ​ເປົ້າ​ອີກ,ຍິງຕາຍ​ຜູ້​ປະ​ກອບ​ອາ​ວຸດ​ປາ​ເລັດ​ສະຕິ​ນສອງ​ຄົນ​.​ໃນ​ນັ້ນມີຜູ້​ໜຶ່ງ​ແມ່ນ​ສະມາຊິກ​ຂອງ​ອົງການ​ຮາ​ມາສ,ອີກ​ຜູ້​ໜຶ່ງ​ແມ່ນ​ຜູ້ນຳທ້ອງ​ຖິ່ນ​​ຂອງ​ກອງ​ພົນ​ນ້ອຍ​ຜູ້​ເສຍສະຫຼະອານ​ອັກ​ຊາທີ່ຂຶ້ນກັບ​ອານຟາ​ຕາ ພັກ​ຝ່າຍ​ຫຼັກຂອງ​ປາ​ເລັດ​ສະຕິນ.

ບຸກຄົນ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປາ​ເລັດສະຕິ​ນຢືນຢັນ​ວ່າ,​ໃນ​ມື້​ດຽວ​ກັນ,ກອງ​ທະຫານ​ອິດ​ສະລະ​ແອນ​ໄດ້​ຍິງ​ລູກ​ສອນ​ໄຟ​ຢູ່​​ເຂດ​ພາກ​ເໜືອ​ແຖບ​ກາຊາ​,ໄດ້​ຍິງ​ຖືກ​ລົດ​ທີ່​ຜູ້​ປະກອບ​ອາວຸດ​ສອງ​ຄົນ​ດັ່ງກ່າວ​ຂີ່​.ນອກ​ນີ້​ຍັງ​ມີ​ຜູ້ສັງ​ຈອນ9​ຄົ້ນຖືກ​ບາດ​ເຈັບ​ໃນ​ການຫຼອນ​ໂຈມ​ຕີ​ທາງ​ອາກາດ​ເທື່ອ​ນີ້.

ຝ່າຍ​ຕຳຫຼວດອິດ​ສະລະ​​ແອນ​ກ່າວ​ວ່າ,​ເປົ້າໝາຍ​ຂອງ​ການຫຼອນ​ໂຈມ​ຕີ​ເທື່ອ​ນີ້​ເຄີຍ​ກໍ່​ເຫດການ​ຫຼອນ​ໂຈມ​ຕີ​ຫຼາຍ​ເທື່ອ,ພາ​ໃຫ້​ຊາວ​ປາ​ເລັດ​ສະຕິ​ນ20ຄົນ​ເສຍ​ຊີວິດ.

​ພາຍຫຼັງມາ,ໂຄສົກ​ຂອງ​ອົງການ​ຮາ​ມາສ​ແລະ​ກອງ​ພົນ​ນ້ອຍ​ຜູ້​ເສຍສະຫຼະອານ​ອັກ​ຊາຕ່າງ​ໄດ້​ກ່າວ​ວ່າ​ຈະ​​ແກ້​ແຄ້ນ​ຕໍ່ເລື່ອງ​ນີ້.ທ່ານ​ຊາ​ອິບ ​ເອ​ເລກັດ ຜູ້​ຕາງໜ້າ​ການ​ເຈລະຈາ​ຜູ້​ທີ່​ໜຶ່ງ​ຂອງ​ປາ​ເລັດ​ສະຕິ​ນ​ໄດ້​ຕິຕຽນ​ອິ​ດສະລະ​ແອນ​ທີ່​ໄດ້​ທຳລາຍ​ຄວາມ​ພະຍາຍາມ​​ເພື່ອ​ຮັກ​ສາ​ການ​ຢຸດ​ຍິງ​ຂອງ​ປາ​ເລັດ​ສະຕິ​ນ.