ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-02 15:26:21    
ທ່ານ​ຮູ​ຈີນທ່າວ​ສຳ​ເລັດ​ການ​ຢ້ຽມຢາມຫວຽດນາມ​ແລ້ວກັບ​ຄືນຮອດ​ປັກ​ກິ່ງ

cri

ຕາມ​ຂ່າວcri:ວັນ​ທີ2 ພະຈິກ,ທ່ານ​ຮູ​ຈີນ​ທ່າວ,​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ​ກອນ​ມູນິດ​ຈີນ,ປະທານ​ປະ​ເທດ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມຢ່າງ​ເປັນ​ທາງ​ການ​ແລ້ວ,ຂີ່​ຍົນ​ພິ​ເສດ​ກັບ​ຄືນຮອດ​ປັກ​ກິ່ງ.

ໃນ​ໄລຍະ​ຢ້ຽມ​ຢາມ,ທ່ານ​ຮູ​ຈີນທ່າວ​ໄດ້​ແຍກ​ອອກພົບ​ປະ​ຜູ້ນຳ​ຕົ້ນຕໍຂອງ​ພັກ​ແລະ​ລັດ​ຫວຽດນາມ,ສອງ​ຝ່າຍ​ລ້ວນ​ແຕ່​ສະ​ແດງ​ວ່າ,ຈະພະຍາຍາມ​ສ້າງ​ສະຖານະພາບ​ໃຫມ່​ຂອງ​ການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງແລະ​ການຮ່ວມ​ມື​ຮອບດ້ານລະຫວ່າງ​ຈີນ​ກັບ​ຫວຽດນາມ​. ທ່ານ​ຮູ​ຈີນທ່າວ​ຍັງ​ກ່າວ​ປາຖະກະຖາ​ຢູ່​ສະພາ​​ແຫ່ງ​ຊາດ​ຫວຽດນາມ​ໃນ​ຖານ​ເປັນ​ຜູ້ນຳ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດ.ວັນ​ທີ2 ພະຈິກ,ຈີນ​ກັບ​ຫວຽດນາມ​​ໄດ້ອອກ​ຖະ​ແຫລ​ງການ​ຮ່ວມ​ຢູ່​ຫ່າ​ໂນ່ຍ,ສອງ​ຝ່າຍເປັນ​ເອກະສັນກັນກ່າວ​ວ່າ,ຈະຊຸກຍູ້​ການ​ພົວພັນໄມຕີຈິດຖານບ້ານໃກ້ເຮືອນຄຽງແລະ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ​ສອງ​ລັດ​ຂະຫຍາຍ​ຕົວ​ອອກ​ຕື່ມອີກ.

ນອກ​ນີ້,​ໃນ​ໄລຍະ​ທ່ານ​ຮູ​ຈີນທ່າວຢ້ຽມຢາມ​ຫວຽດນາມ,ພາກສ່ວນກ່ຽວຂ້ອງຂອງລັດຖະບານ​ແລະ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຈີນ​ຫວຽດ​ຍັງໄດ້ເຊັນ​ເອກະສານ​ຮ່ວມ​ມື​14ສະບັບ,ຂົງ​ເຂດ​ກວມເຖິງການ​ພັດທະ​ນາ​ຊັບພະຍາກອນ, ​ໄຟຟ້າ​ແລະ​ອຸດສາຫະກຳ​ເຄມີ​ເປັນ​ຕົ້ນ.