|
 |
(GMT+08:00)
2005-11-02 16:37:53
|
 |
ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດຍຸດທະສາດຮ່ວມມືດ້ານເສດຖະກິດ 3 ແມ່ນ້ຳຈັດຂຶ້ນຢູ່ບາງກອກ
cri
Author: da
ຕາມຂ່າວCRI: ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດຍຸດທະສາດຮ່ວມມືດ້ານເສດຖະກິດຢູ່ແມ່ນ້ຳ 3 ສາຍຄືແມ່ນ້ຳເຮຣາວາດີ ແມ່ນ້ຳເຈົ້າພະຍາແລະແມ່ນ້ຳຂອງຄັ້ງທີ 2 ໄດ້ຈັດຂຶ້ນຢູ່ບາງກອກ ນະຄອນຫຼວງໄທໃນຕອນເຊົ້າວັນທີ 2 ພະຈິກ.
ລັດຖະມົນຕີການຕ່າງປະເທດຂອງ 5 ປະເທດຄືມຽນມາ ກຳປູເຈຍ ຫວຽດນາມ ລາວແລະໄທທີ່ເຂົ້າຮ່ວມກອງປະຊຸມໄດ້ຫວນຄືນສະພາບການປະຕິບັດສັນຍາສະບັບຕ່າງໆໃຕ້ກົນໄກຍຸດທະສາດຮ່ວມມືດ້ານເສດຖະກິດຂອງ 3 ແມ່ນ້ຳໃນສອງປີທີ່ຜ່ານມາ,ປຶກສາຫາລືວາລະປະຊຸມຂອງກອງປະຊຸມສຸດຍອດທີ່ຈະຈັດຂຶ້ນໃນວັນທີ 3 ພະຈິກ,ທັງຫາລືກັນກ່ຽວກັບບັນຫາຮ່ວມມືດ້ານເສດຖະກິດອະນຸພາກພື້ນ.
ຕາມໄດ້ຊາບ,ຜູ້ນຳຂອງ 5 ປະເທດດັ່ງກ່າວຈະສົນທະນາກັນຢ່າງເປັນທາງການກ່ຽວກັບການພັດທະນາແລະການຮ່ວມມືໃນດ້ານພະລັງງານ ການປ້ອງກັນແລະຄວບຄຸມພະຍາດໄຂຫວັດສັດປີກ ຈະຈັດກອງປະຊຸມສຸດຍອດຄັ້ງໜ້າແນວໃດເປັນຕົ້ນ ແລະອອກຄຳຖະແຫຼງການຮ່ວມ.
|
|
|