|
 |
(GMT+08:00)
2005-11-02 18:09:56
|
 |
ທ່ານຫູຈິນທາວສິ້ນສຸດການຢ້ຽມຢາມຫວຽດນາມແລ້ວກັບຄືນມາຮອດປັກກິ່ງ
cri
ຕາມຂ່າວCRI,ວັນທີ2ພະຈິກ,ທ່ານຫູຈິນທາວເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຕໍ່ຫວຽດນາມຢ່າງໄດ້ຮັບຜົນງົດງາມ,ແລ້ວຂີ່ຍົນສະເພາະກັບຄືນມາຮອດປັກກິ່ງ.
ໃນໄລຍະຢ້ຽມຢາມ,ຈີນຫວຽດນາມໄດ້ອອກຖະແຫຼງການຮ່ວມ.ໃນຖະແຫຼງການ,ສອງຝ່າຍໄດ້ຕົກລົງເລັ່ງລັດວຽກງານສຳຫຼວດແລະຕັ້ງຫຼັກໝາຍຊາຍແດນທາງບົກລະຫວ່າງສອງປະເທດ,ແລະຕັ້ງໜ້າຕີລາຄາຕໍ່ສັນຍາຂີດແບ່ງຊາຍແດນຢູ່ອ່າວພາກເໜືອແລະສັນຍາຮ່ວມມືດ້ານການປະມົງ,ຕົກລົງເລີ່ມເຈລະຈາກ່ຽວກັບການຂີດແບ່ງພູມທະເລນອກອ່າວພາກເໜືອໂດຍໄວ,ແລະປຶກສາຕົກລົງບັນຫາຮ່ວມກັນພັດທະນາພູມທະເລດັ່ງກ່າວ.ສອງຝ່າຍຍັງເຫັນດີວ່າ,ເຄົາລົບວັດຖຸປະສົງແລະຫຼັກການຂອງຄຳຖະແຫຼງການກ່ຽວກັບການກະທຳຂອງບັນດາຝ່າຍຢູ່ທະເລຈີນໃຕ້,ພ້ອມກັນປົກປັກຮັກສາສະຖຽນລະພາບຂອງສະຖານະການທະເລຈີນໃຕ້.ສອງຝ່າຍເຫັນດີຮັກສາກົນໄກເຈລະຈາບັນຫາເທິງທະເລ,ຍຶດໝັ້ນຜ່ານຈາກການເຈລະຈາສັນຕິພາບ,ສະແຫວງຫາວິທີແກ້ໄຂໂດຍພື້ນຖານແລະຍາວນານທີ່ທັງສອງຝ່າຍຮັບເອົາໄດ້.
ໃນຖະແຫຼງການ,ຝ່າຍຫວຽດນາມຍັງກ່າວລື້ມວ່າ,ຍຶດໝັ້ນນະໂຍບາຍປະເທດຈີນດຽວ,ສະໜັບສະໜູນພາລະກິດອັນຍິ່ງໃຫຍ່ທີ່ໂຮມຈີນເຂົ້າເປັນເອກະພາບກັນ,ເດັດດ່ຽວຄັດຄ້ານການເຄື່ອນໄຫວແບ່ງແຍກທຸກຮູບການທີ່ໃຫ້ໄຕ້ຫວັນເປັນເອກະລາດ.
ນອກນີ້,ພາກສ່ວນລັດຖະບານແລະວິສາຫະກິດຂອງສອງປະເທດຈີນຫວຽດນາມຍັງໄດ້ເຊັນເອກະສານຮ່ວມມື14ສະບັບ, ກ່ຽວພັນເຖິງຫຼາຍຂົງເຂດເຊັ່ນ,ການພັດທະນາຊັບພະຍາກອນ,ໄຟຟ້າແລະອຸດສາຫະກິດເຄມີເປັນຕົ້ນ.
|
|
|