ຕາມຂ່າວສານຊິນຮວາ: "ບົດລາຍງານສຳຫຼວດຢາຝິ່ນປີ2005ຂອງມຽນມາ"ທີ່ຫ້ອງການຄວບຄຸມຢາເສບຕິດແລະປ້ອງກັນການຕ້ອງໂທດຂອງອົງການສະຫະປະຊາຊາດແຈກຢາຍຢູ່ຢາງກຸງໃນຕອນຄຳວັນທີ 1 ພະຈິກຂຽນວ່າ, ໃນປີ2005, ເນື້ອທີ່ປູກຝິ່ນຂອງມຽນມາມີ3ໝື່ນ2ພັນ800ນເຮັກຕາ, ໜ້ອຍກວ່າປີກາຍ26%.
ເຈົ້າໜ້າທີ່ຜູ່ໜຶ່ງຂອງຄະນະກຳມະການເກືອດຫ້າມຢາເສບຕິດສູນກາງມຽນມາເວົ້າວ່າ, ມຽນມາໄດ້ວາງແຜນການເກືອດຫ້າມຢາເສບຕິດໄລຍະຍາວນານ15ປີ, ພະຍາຍາມບັນລຸເປົ້າໝາຍທີ່ເກືອດຫ້າມຢາເສບຕິດໃຫ້ສູນຫາຍຈາກມຽນມາກ່ອນປີ2015. ທ່ານເວົ້າວ່າ, ຖ້າປະຊາຄົມໂລກໃຫ້ການຊ່ອຍເຫຼືອ, ມຽນມາກໍອາດຈະເປັນປະເທດທີ່ບໍ່ປູກຝິ່ນໃນເວລາສັ້ນກວ່າເກົ່າ.
|