ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-02 18:47:41    
ທ່ານ​ຈ່າງ​ຢາງ ຜູ້​ກຳກັບການສະ​ແດງ​ຮູບ​ເງົາ(ສຽງ)

cri


ທ່ານຜູ້​ຟັງທີ່​ໂຄລົບ,ຫວ່າງ​ມໍ່ໆ​ນີ້, ​ໃນ​ວົງ​ການ​ຮູບ​ເງົາ​ຈີນມີ​ຜູ້​ກຳກັບ​ການສະ​ແດງຮູບ​ເງົາ​ງວດ​ຫນຶ່ງ​ທີ່​ມີ​ອາຍຸ30ກວ່າ​ປີ,​ຮູບ​ເງົາ​ຂອງ​ພວກ​ເຂົາ​​ເຈົ້າ​ເຈາະ​ຈົງ​​ໃຫ້​ເຫັນສະ​ແດງ​ການ​ປ່ຽນ​ແປງ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງຄົນ​ຈີນ​ໃນ​20ຫາ30ປີ​ທີ່ຜ່ານ​ມາ​ນີ້,​ໄດ້​ຮັບ​ລາ​ງວັນ​ໃນ​ງານ​ມະຫາ​ກຳ​ຮູບ​ເງົາ​ຕ່າງປະ​ເທດ​ຢ່າງ​ເນືອງ​ນິດ,​ໃນ​ລາຍການ​ວັດທະນະທຳ​ຈີນມື້​ນີ້​,ຂ້າພະ​ເຈົ້າ​ຈະ​ແນະນຳ​ຜູ້​ຫນຶ່ງ​ໃນ​ຄົນ​ເຫລົ່ານີ້,ຄື ທ່ານ​ຈ່າງ​ຢາງ,​ເຊິ​ນຟັງ​​ເລື່ອງ:ທ່ານ​ຈ່າງ​ຢາງ​ຜູ້​ກຳກັບ​ການສະ​ແດງຮູບ​ເງົາຂອງ​ຈີນ.

 ປະຈຸ​ບັນ​ນີ້,​ໂຮງ​ສາຍຮູບ​ເງົາຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ພວມສາຍຮູບ​ເງົາ​​ເລື່ອງ ດອກ​ຕາ​ເວັນ ​ເຊິ່ງ​ເປັນ​ຮູບ​ເງົາ​ໃຫມ່ສຸດ​ຂອງທ່ານ​ຈ່າງ​ຢາງ,ຫວ່າງ​ມໍ່ໆ​ນີ້,ຮູບ​ເງົາ​ນີ້​ໄດ້​ຮັບ​ລາງວັນ​ຜູ້​ກຳກັບ​ການ​ສະ​ແດງ​​ດີ​​ເດັ່ນໃນ​ງານ​ມະຫາ​ກຳ ຊານ ​ເຊ​ບາສະຕຽນ​ຂອງ​ແອັສ​ປາຍ.ຮູບ​ເງົາ​ເລື່ອງດອກ​ຕາ​ເວັນ​ໄດ້ບັນ​ລະ​ຍາຍການ​ປ່ຽນ​ແປງດ້ານ​ຊີວິດການ​ເປັນ​ຢູ່ຂອງຄອບຄົວປັກ​ກິ່ງທີ່ທຳ​ມະດາ​ສຳ​ມັນ​​ໃນ​30ປີ​ແຕ່​ຊຸມ​ປີ70​ຮອດຊຸມ​ປີ90ສະຕະວັດ​ແລ້ວນີ້.​ຮູບ​ເງົາ​​ໄດ້ຖື​ເຫດການ​ສຳຄັນ​ທີ່​ເກີດຂຶ້ນ​ຢູ່​ຈີນ​ໃນ30ປີ​ດັ່ງກ່າວນີ້​ເປັນ​ເບື້ອງ​ຫລັງ​ປະຫວັດສາດ,ຮູບ​ເງົາ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງການ​ປ່ຽນ​​ແປງ​ຂອງຄົນ​ສອງ​ຮຸນ​ໃນ30ປີ​ດັ່ງກ່າວໂດຍ​ຜ່ານຈາກ​ຄວາມ​ຮັກ​ກັບ​ຄວາມ​ຄຽດ​ຊັງ​ລະຫວ່າງ​ພໍ່​ກັບ​ລູກ​ຊາຍ​​ໃນ30ປີດັ່ງກ່າວ​ນີ້.


ທ່ານ​ຈ່າງ​ຢາງ ຜູ້​ກຳກັບ​ການສະ​ແດງຮູບ​ເງົາ​​ເລື່ອງນີ້​ປີ​ນີ້ມີ​ອາ​ຍຸ38ປີ,​ໄດ້​ເຕີ​ບ​ໃຫຍ່​ຢູ່​ໃນ​ຮ່ອມ​ຂອງ​ປັກ​ກິ່ງ, ​ປະສົບ​ການ​ໃນ​ການ​​ເຕີບ​ໃຫຍ່ຂອງທ່ານ​ພໍດີ​ໃນ​ໄລຍະ​ດຽວກັນ​ກັບ​ບຸກຄົນ​ສຳຄັນ​ໃນ​ຮູບ​ເງົາ.ທ່​ານ​ຈ່າງ​ຢ່າ​ງ​ເວົ້າ​ວ່າ:

"ຫລາຍ​ຂໍ້​ປີກ​ຍ່ອຍ​ຂອງ​ຮູບເງົາ​ເລື່ອງ​ນີ້,ລ້ວນແຕ່​ມີ​ການ​ພົວພັນ​ກັບ​ຊີວິດ​ຂອງ​ຂ້າພະເຈົ້າ,ຄື​ແຜ່ນ​ດິນ​ໄຫວ,ໃນ​ຊີວີດ​ຕົວຈິງ,ໃນ​ກໍລະນີ​ທີ່​ຂ້າພະ​ເຈົ້າ​ບໍ່​ຮູ້​ຫຍັງ,ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້ຫນີບຂ້າ​ພະ​ເຈົ້າຈາກຕຽງນອນແລ່ນ​ອອກ​ໄປ,​ໃນ​ທັນ​ໃດ​ນັ້ນ,ຝາ​ເຮືອນ​ເບື້ອງ​ຫນຶ່ງ​ກໍ່​ລົມ​ລົງ​ເລີຍ,ສະ​ນັ້ນ,ຂ້າພະ​ເຈົ້າ​ຈິ່ງ​ໄດ້​ຂຽນ​​ໃສ່​ຮູບ​ເງົາ​ເລື່ອງ​ນີ້.​ເລື່ອງຕ່າງໆ​ໃນ​ຊຸມ​ປີ90​ໃນ​ຮູບ​ເງົາ​​ເລື່ອງ​ນີ້,​ໂດຍ​ພື້ນຖານ​ແລ້ວ​ກໍ່​ແມ່ນ​ໄດ້​ພັນ​ລະ​ນາ​ຊີວິດ​ຕົວ​ຈິງ​ຂອງ​ຂ້າພະ​ເຈົ້າ​ເອງ."


ສິ່ງ​ທີ່​ແທ້​ຈິງ​ແລະ​ກະ​ຕຸ້ນ​ໃຈ​ຄົນ​ກວ່າ​ຫມູ່​ໃນ​ຮູບ​ເງົາ​ແມ່ນການ​ພົວພັນ​ລະຫວ່າງ​ພໍ່​ກັບ​ລູກ​ຊາຍ, ໃນ​ຮູບ​ເງົາ​ໄດ້​ໃຊ້​ຂໍ້​ປີກ​ຍ່ອຍ​ຈຳນວນ​ຫລາຍມາ​ສະ​ແດງ​ການ​ປະ​ທະກັນ​ລະຫວ່າງ​ພໍ່​ກັບ​ລູກ​ຊາຍ.ພໍ່​ເ​ເຂັ້ມ​ງວດ​ຕໍ່​ລູກ​ຊາຍຫລາຍ,ຫວັງ​ໃຫ້​ລູກ​ຊາຍ​ເດີນຕາມ​​ເສັ້ນທາງ​ທີ່​ຕົນ​ກຳນົດ.​ໃນຍາມ​ເປັນ​ເດັກ​ນ້ອຍ,ພໍ່ບັງຄັບ​​ໃຫ້ລູກ​ຊາຍ​ແຕ້ມຮູບຢ່າງ​ບໍ່​ອີ່ດູ​ສົງສານ.ລູກ​ຊາຍ​ເຂົ້າ​ໃນ​​ຍາມ​ສອນບ່າວ​​ແລ້​ວສົມ​ສາວ,ຢາກ​ອອກ​ໄປ​ເຮັດທຸລະ​ກິດ,ພໍ່ກໍ່ຂັດຂວາງ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ, ​ບັງຄັບ​ໃຫ້​ລູກ​ຊາຍ​ເສັງ​​ເຂົ້າມະຫາວິທະຍາ​ໄລ.ພໍ່​ມີ​ຄວາມ​ບໍ່​ສົມ​​ຫວັງ​ແລະ​ຄວາມ​ເສຍ​​ໃຈ​ຫຍັງ,ກໍ່ລ້ວນ​ແຕ່​ຢາກ​ຕາບ​ຈູ​ນ​ໂດ​ຍຜ່ານ​ຈາກ​ຜົນສຳ​ເລັດ​ຂອງ​ລູກ​ຊາຍ.ຫລັງຈາກ​ລູກ​ຊາຍ​ເຕີບ​​ໃຫຍ່ແລະ​ສ້າງ​ຄອບຄົວ​ແລ້ວ,ພໍ່​ຮູ້​ສຶກດີ​ໃຈ​ຍ້ອນ​ເຫັນ​ລູກ​ຊາຍ​ໄດ​ຮັບ​ຜົນສຳ​ເລັດ,​ແຕ່ຄວາມ​​ເຫີ​ນຫ່າ​ງກັນ​ລະຫວ່າງ​ສອງພໍ່​ລູກ​ພັດ​ນັບ​ມື້​ນັບ​ຫນັກ​​ເຂົ້າ.​ໂຄງ​ເລື້ອງຫລາຍໆ​ຕອນ​ໄດ້​ເກີດ​ມີ​ປະຕິກິລິຍາຢ່າງ​ຮຸນ​ແຮງ​ໃນ​ຜູ້​ຊົມ​ທີ່​ມີ​ອາຍຸ3​0​​ຫາ40ປີ.​​ເພາະ​ເປັນປະສົບ​ການ​ຮ່ວມ​ກັນ​ໃນ​ການ​​ເຕີບ​ໃຫຍ່ຂອງຄົນ​ຮຸ່ນ​ນີ້.


ເດືອນ​ກັນຍາປີ2005,ຮູບ​ເງົາ​ເລື່ອງດອກ​ຕາ​ເວັນ​ໄດ້ຈັດ​ພິທີ​ສາຍ​​ເທື່ອ​ທຳ​ອິດ​ຢູ່​​ໂຕຣົນ​ໂຕ​ແຫ່ງກາ​ນາ​ດາ,​ ​ໃນ​​ເວລາ​ສາຍ​ຢູ່​ແອດ​ສະ​ປາຍ,ຍີ່ປຸ່ນ,ອີ​ຕາ​ລີກໍ່ ໄດ້​ຮັບຄວາມຊົມ​ເຊີຍທີ່​ສຸດ.ທ່ານຈາງ​ຢາງ​​ເວົ້າ​ວ່າ:


"​ໃນ​ເວລາ​​ເບິ່ງ​ຮູບ​ເງົາ​ຢູ່​ຕ່າງປະ​ເທດ,ຂ້າພະ​ເຈົ້າ​ປະກົດ​ເຫັນ​ວ່າ,ຜົນ​ສະທ້ອນ​ຂອງ​ຜູ້​ຊົມ​ຕ່າງປະ​ເທດຍັງຮຸນ​ແຮງ​ກວ່າ​ຜູ້​ຊົມ​ຈີນ​,​ຜ່ານ​ຈາກຮູບ​ເງົາ​​ເລື່ອງນີ້,ພວກ​ເຂົາ​​ເຈົ້າ​ໄດ້ເຫັນ​ການ​ປ່ຽນ​ແປງຂອງຍຸກ​ສະ​ໄຫມ​ຈີນ."


ເມື່ອເວົ້າ​ເຖິງ​ເປັນ​ຫຍັງ​ຮູບ​ເງົາ​ເລື່ອງນີ້​ຈຶ່ງ​ຕັ້ງ​ຊຶ່ວ່າ​ດອກ​ຕາ​ເວັນ,ທ່ານ​ຈາງ​ຢາງ​ເວົ້າ​ວ່າ​,ດອກ​ຕາ​ເວັນ​ແມ່ນ​ພືດຊະນິດຫນື່ງທີ່​ຕາງຫນ້າ​ຄວາມ​ຫວັງ,​ການ​ເຕີບ​​ໃຫຍ່​ຂອງຄົນຮຸ່ນ​ນີ້​ກໍ່​ເຫມືອນ​ດັ່ງດອກ​ຕາ​ເວັນ.


ໃບ​ຫນ້າຂອງ​ທ່ານຈາງ​ຢາງ​ເບິ່ງ​ຄ້າຍຄື​ເດັກ​ຊາຍ​ໃຫຍ່,​ໃນ​ເວລາ​ຍິ້ມ​ຄື​ແສງ​ຕາ​ເວັນ,ຈິດ​​ໃຈ​ຂອງ​ເພິ່ນ​ຕັ້ງຫນ້າ​ແລະປອດ​ໃສທີ່​ສຸດ.​ເພິ່ນ​ຮຽນ​ຈົບ​ຈາກສະຖາບັນລະຄອນ​ງິ້ວ​ສູນ​ກາງຈີນພະ​ແນ​ກວິຊາ​ກຳກັບ​ການສະ​ແດງ​ໃນປີ1991.​​ໃນ​ເວລາ​ຄົນ​ໃນ​ເກນອາຍຸ​ດຽວ​ກັນ​ຂອງ​ທ່ານ​ເຫີ່​ກັນຖ່າຍຮູບ​ເງົາ​ທົດ​ລອງ​ທີ່​ມີ​ລັກສະນະ​ຊອກ​ຄົ້ນ​ນັ້ນ,​ເພິ່ນ​ພັດ​ໄດ້​ກຳກັບ​ການສະ​ແດງ​ຮູບ​ເງົາ​ທີ່​ສ່ອງ​ແສງຊີວິດ​ຕົວ​ຈິງ​ຂອງ​ຄົນ​ຈີນຢ່າງ​ເປັນ​ລະບົບ,​ໄດ້​ຮັບ​ການຕີ​ລາຄາ​ຢ່າງ​ດີ​ຂອງ​ມວນ​ຊົນ,​ແລະ​ໄດ້​ຄ່ອຍໆຈໍ່​ຕົວ​ຂຶ້ນ​​ເປັນ​ແບບ​ແຜນ​ກຳກັບ​ການ​ສະ​ແດງທີ່​ພັນ​ລະນາ​ເລື່ອງຈິງ​ແລ​ະ​ເດີນ​ເລື້ອງ​ຢ່າງລ່ຽນ​ໄຫລ​.


ທ່ານຈ່າງ​ຢາງ​ເຫັນ​ວ່າ,​ໃນ​ນາມ​ເປັນ​ຜູ້​ກຳກັບ​ການສະ​ແດງ​ຜູ້​ຫນຶ່ງ, ປະສົບການຂອງ​ເພິ່ນ​ແມ່ນມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປະດິດ​ຄິດແຕ່ງ,ພ້ອມ​ກັນ​ນັ້ນລາງ​ເທື່ອ​ຍັງ​ກາຍ​ເປັນ​ເນື້ອ​ໃນ​ສ່ວນ​ຫນຶ່ງ​ຂອງຮູບ​ເງົາ.​ໃນ​ຖານ​ເປັນພິຍານ​ຂອງ​ຍຸກ​ສະ​ໄຫມ​ນີ້,​ເພິ່ນ​ໄດ້​ສ່ອງ​ແສງ​ການ​ປ່ຽນ​​ແປງຂອງ​ຍຸກ​ສະ​ໄຫມ​ຂອງ​ຈີນ​ໃນ20ຫາ30ປີ​ມາ​ນີ້​​ໂດຍຜ່ານ​ຈາກ​ຮູບ​ເງົາ​ ​ແລະ​ກາ​ນບັນລະຍາຍ​ຂອງ​ຕົນ.ທ່ານຈາງ​ຢາງ​ເວົ້າ​ວ່າ:

"ທີ່​ຈິງ​ແລ້ວ,ຈຸດ​ພິ​ເສດ​ໃຫຍ່​ກວ່າ​ຫມູ່ຂອງ​ຮູບ​ເງົາ​​ແມ່ນ​ສິ່ງ​ທີ່​ກັບ​ຄືນສູ່​ທາດ​ແທ້ຂອງຊີວິດ,ຮູບ​ເງົາ​ມີ​ຫລາຍ​ແບບ,​ແຕ່​ຖ້າເຈົ້າ​ບັນທຶກ​ຊີວິດ​ຢ່າງ​ຊື່ສັດ,ສາມາດ​ສະ​ແດງ​ຊີວິດຕົວ​ຈິງ​ໃຫ້​ຜູ້​ຊົມ,​ເວົ້າ​ສຳລັບ​ຜູ້​ຊົມ​ທຸກ​ຄົນ​ແລ້ວ,​ກໍ່​​ເປັນ​ການ​ເສບ​ສຸກ​ຊະນິດ​ຫນຶ່ງ,​ເພາະ​ວ່າ​ຮູບ​ເງົາ​​ແມ່ນ​ພາຫະນະ​ຊະນິດຫນຶ່ງທີ່​ບັນທຶກ​ເລື່ອງ​ຈິງຢ່າງ​ບັງ​ເກີດ​ຜົນ​ກວ່າ​ການແຕ້ມ​ຮູບ​ແລະ​ດົນຕີ."