|
 |
(GMT+08:00)
2005-11-02 20:18:06
|
 |
ຝ່າຍຈີນຍິນດີເປີດກວ້າງການແລກປ່ຽນແລະຮ່ວມມືກັບຝ່າຍກຳປູເຈຍໃນທຸກຂົງເຂດຕື່ມອີກ
cri
Author: li
ຕາມຂ່າວ CRI: ວັນທີ 2 ພະຈິກ ຢູ່ທີ່ປັກກິ່ງ ໃນເວລາທ່ານເຈຍຊີ້ງລິນ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນພົບປະສົມເດັດນະໂລດົມ ສີຫະໂມນີ ເຈົ້າຊີວິດກຳປູເຈຍນັ້ນ ທ່ານກ່າວວ່າ,ຝ່າຍຈີນຍິນດີພ້ອມກັນກັບຝ່າຍກຳປູເຈຍເປີດກວ້າງການແລກປ່ຽນແລະຮ່ວມມືກັນໃນທຸກຂົງເຂດຕື່ມອີກ.
ທ່ານເຈຍຊີ້ງລິນກ່າວວ່າ,ຈີນເອົາໃຈໃສ່ໃນລະດັບສູງນຳການຂະຫຍາຍການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງກັບລາຊະອານາຈັກກຳປູເຈຍ,ຝ່າຍຈີນຍິນດີເພີ່ມທະວີການໄປມາຫາສູ່ກັນລະຫວ່າງຜູ້ນຳຊັ້ນສູງກັບຝ່າຍກຳປູເຈຍ,ເປີດກວ້າງການແລກປ່ຽນແລະຮ່ວມມືກັນໃນທຸກຂົງເຂດຕື່ມອີກ,ໂດຍສະເພາະແມ່ນຈັດຕັ້ງປະຕິບັດໂຄງການຮ່ວມມືຈຸດໜັກໃນດ້ານກໍ່ສ້າງພື້ນຖານໂຄງລ່າງຢູ່ກຳປູເຈຍໃຫ້ດີ.
ສົມເດັດນະໂລດົມ ສີຫະໂມນີຊົງຕັດວ່າ,ລະຫວ່າງກຳປູເຈຍກັບຈີນມີມິດຕະພາບຖານອ້າຍນ້ອງ,ພະບໍລົມມະວົງສານຸວົງ,ລັດຖະບານແລະປະຊາຊົນກຳປູເຈຍຂອບໃຈຈີນທີ່ໃຫ້ການສະໜັບສະໜູນອັນປະເສີດແລະໃຫ້ຄວາມຊ່ອຍເຫຼືອຢ່າງບໍ່ເຫັນແກ່ຕົວແກ່ການພັດທະນາເສດຖະກິດແລະສ້າງບ້ານແປງເມືອງຄືນໃໝ່ຂອງກຳປູເຈຍເປັນເວລາດົນນານມານີ້. ພະບໍລົມມະວົງສານຸວົງກຳປູເຈຍຈະເຮັດຄືແຕ່ເກົ່າເມືອຫຼັງທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອຂະຫຍາຍການພົວພັນມິດຕະພາບລະຫວ່າງກຳປູເຈຍກັບຈີນ.
|
|
|