ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-03 10:53:42    
ຈີນ​ກັບ​ອາ​ຊຽນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ(ສຽງ)

cri Author: da


ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນຄັ້ງທີ 2 ທີ່​ໝາຍ​ຈະ​ຊຸກຍູ້ການ​ຮ່ວມ​ມື​ທາງ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ຊຽນ ທີ່​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ ​ເທດສະບານ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ​ໄດ້​ອັດ​ລົງ​ແລ້ວ​ໃນ​ຫວ່າງ​ມໍ່ໆ​ນີ້. ​​ເຈົ້າໜ້າ​ທີ່ກະຊວງ​ການຄ້າຈີນເວົ້າວ່າ, ປະຈຸບັນ ການສ້າງສາເຂດການຄ້າ​ເສລີຈີນ​ອາ​ຊຽນ​ໄດ້​ດຳ​ເນີນ​ມາຢ່າງ​ສະດວກ.​ໃນ​ລາຍການ​ເຂົ້າສູ່​ອາ​ຊຽນພາກ​ນີ້,​ເຊີນ​ຟັງບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຈີນ​ກັບ​ອາຊຽນຕັ້ງໜ້າ​ຊຸກຍູ້​ການສ້າງສາ​ເຂດ​ການຄ້າ​ເສລີຈີນ​ອາຊຽນ.

​ເຂດ​ການ​ຄ້າ​ເສລີ​ແມ່ນ​ໝາຍ​ຄວາມ​ເຖິງ​ເຂດ​ເສດຖະກິດ​ຫຼື​ກຸ່ມ​ເສດຖະກິດທີ່​ປະກອບ​ດ້ວຍ 2 ​ຫຼື​ຫຼາຍ​ກວ່າ 2 ປະ​ເທດຫຼື​ເຂດ​ແຄວ້ນ ຫຼື ​ເຂດພາສີ​ໂດຍ​ຈຳ​ເພາະ ​ເຊິ່ງ​ຍົກ​​ເລີກ​ພາສີ​ແລະ​ຄວາມ​ຈຳ​ກັດ​ທີ່​ບໍ່​ແມ່ນ​ພາສີ​ຢູ່​ໃນ​ເຂດ​ແລະ​ປົກ​ປ້ອງ​ການ​ຄ້າ​ຢູ່​ນອກ​ເຂດ.​ເພື່ອ​ເປີດ​ກວ້າງ​ການ​ພັດທະນາ​ເສດ​ຖະກິດ​ທີ່​ໝັ້ນທ່ຽງ​ແລະ​ຊ່ອງ​ຫວ່າງການ​ເຕີບ​ໂຕຂອງການຄ້າກັບ​ພາຍ​ນອກ​,ປີ 2002 ຜູ້ນຳ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ໄດ້​ເຊັນ"ສັນ​ຍາ​ຂອບກ່ຽວກັບ​ການ​ຮ່ວມ​ມື​​ເສດຖະກິດຮອບດ້ານລະຫວ່າງ​ຈີນ​ກັບ​ອາຊຽນ"​ແລ້ວ,​ໄດ້​ເປີດການ​ເຈລະຈາເຂດ​ການຄ້າ​ເສລີຈີນ​ອາຊຽນຢ່າງ​ເປັນ​ທາງ​ການ.

ຫວ່າງ​ມໍ່ໆ​ນີ້ ທ່ານ​ເສີນ​ຈ້ຽນ ຜູ້​ຊ່ອຍ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​​ເວົ້າວ່າ:

"ການ​ສ້າງສາເຂດ​ການຄ້າ​ເສລີຈີນ​ອາຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,ໃນ​ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ຈີນ​ກັບປະ​ເທດ​ແລະ​ເຂດ​ອື່ນ​ໆ​ນັ້ນ, ການ​ສ້າງສາເຂດ​ການຄ້າ​ເສລີຈີນ​ອາຊຽນ​ແມ່ນ​ກ້າວ​ເດີນ​ໄວ​ກວ່າ​ເພິ່ນ,ໝາກຜົນ​ທີ່​ໄດ້​ຮັບ​ນັ້ນ ກໍ​ຕິດ​ແທດ​ຕົວ​ຈິງ​ກວ່າ ມີ​ຜົນ​ສັກສິດ​ຫຼາຍກວ່າ ​ແລະ​ເດັ່ນ​ຊັດກວ່າ."

ຕາມ​ໄດ້​ຊາບ,​ແຕ່​ປີ 2002 ຮອດ​ປີ 2004,ສະ​ເລ່ຍ​ແລ້ວ ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 38,9% ຕໍ່​ປີ. ປີ 2004,ຍອດ​ມູນຄ່າ​ການ​ຄ້າ​ລະຫວ່າງສອງ​ຝ່າຍບັນລຸ 105 ຕື້ 900 ລ້ານ​ໂດ​ລາ​ສະຫະລັດ,​​ເຊິ່ງ​ບັນລຸ​ຄາດໝາຍຍອດ​ມູນ​ຄ່າ​ການ​ຄ້າ​ລື່ນ​ກາຍ 100 ລ້ານ​ໂດ​ລາ​ສະຫະລັດກ່ອນ​ເວ​ລາ​ກຳນົດ​ປີ​ໜຶ່ງ.ຈີນ​ກັບອາ​ຊຽນ​ໄດ້​​ແຕ່ງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ 4 ​ຂອງ​ຝ່າຍ​ກົງກັນຂ້າມ.

​ເພື່ອ​ເຮັດ​ໃຫ້ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນມີ​ຄວາມ​ເສລີ​ແລະ​ສະດວກ​ກວ່າ​ເກົ່າ,ຕົ້ນປີ​ 2004 ​,ຈີນ​ກັບປະ​ເທດ​ອາ​ຊຽນສ່ວນ​ຫຼາຍ​ໄດ້​ເລີ່​ມປະຕິບັດ"​ແຜນການ​ໄດ້ຜົນ​ໄລຍະ​ຕົ້ນ"​ພາຍ​ໃນ​ຂອບ​ເຂດ​ການ​ຄ້າ​ເສລີ,ຫຼຸດ​ພາສີ​ຜະລິດ​ຕະພັນ​ກະສິກຳ​ໃຫ້​ໜ້ອຍ​ລົງ,​ເມື່ອ​ຮອດ​ປີ 2006,ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​ຂອງ​ພາກ​ພື້ນ​ແຫ່ງ​ນີ້ ຈະ​ຍົກ​ເວັ້ນພາສີ.​ໃນ​ທ້າຍ​ປີ 2004,ຈີນກັບ​ອາ​ຊຽນ​ໄດ້​ເຊັນ"ສັນຍາ​ການ​ຄ້າສິນຄ້າ"​ແລະ"ສັນຍາ​ກົນ​ໄກ​ແກ້​ໄຂຄວາມ​ວິວາດ​ກັນ",​ແລ້ວ​​ໄດ້​ສຳ​ເລັດ​ການ​​​ເຈລະຈາ​ການ​ຄ້າ​ສິນຄ້າ. ​ໃນ​ເດືອນ​ກໍ​ລະ​ກົດ​ປີ 2005,ສອງ​ຝ່າຍ​ເລີ່​ມປະຕິບັດ​ພາສີ​ພິ​ເສດ​ເປັນ​ເທື່ອ​ລະ​ກ້າວ​ຕໍ່ຜະລິດ​ຕະພັນ 7 ພັນ​ກວ່າ​ຊະ​ນິດ​ທີ່​ຜະລິດ​ຢູ່ຝ່າຍ​ກົງກັນຂ້າມ​.

​ໃນ​ຂະນະ​ທີ່ສອງ​ຝ່າຍເຈລະຈາກັນ​ຢ່າງ​ຕັ້ງໜ້ານັ້ນ,ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ​ແລະ​ກອງ​ປະຊຸ​ມສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​​ຈີນ​ອາ​ຊຽນທີ່​ໄຂ​ຂຶ້ນ​ປີ​ລະ​ເທື່ອ,ສ້າງການ​ສະໜອງ​ແທ່ນ​ສຳຄັນ​ໃຫ້​ແກ່​ການ​ຄ້າ​ສິນຄ້າ ການຫາລື​ການ​ລົງທຶນ ​ແລະ​ການ​ຮ່ວມ​ມື​ທາງເສດຖະກິດ​ເຕັກນິກ​ໃຫ້ນັກທຸລະກິດໃນ​ເຂດ​ການ​ຄ້າ​ເສລີ. ຍອດ​ມູນ​ຄ່າ​ການ​ຄ້າ​ໃນງານ​ເອັກສ໌​ໂປ​ຈີນ​ອາ​ຊຽນທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ນັ້ນ ​ໄດ້​ບັນລຸ 1 ຕື້ 100 ລ້ານ​ໂດ​ລາ​ສະຫະລັດ,​ໄດ້​ເຊັນ​ໂຄງການ​ຮ່ວມ​ມື​ການ​ລົງທຶນ​ 120 ກວ່າ​ໂຄງການ,​ເຊິ່ງ​ເງິນທຶນ​ໄດ້​ບັນລຸ 5 ຕື້​ກວ່າ​ໂດ​ລາ​ສະຫະລັດ.

ທ່ານ​ຈູ​ມມາລີ ​ໄຊ​ຍະ​ສອນ ຮອງ​ປະທານ​ປະ​ເທດ​ລາວ​ກ່າວ​ວ່າ: (ປ່ອຍ​ອັດ​ສຽງ)

ຄຽງ​ຄູ່​ກັບ​ຂະ​ບວນວິວັດການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເລັ່ງ​ໄວ​ເຂົ້າ,ອາ​ຊຽນບໍ່​ພຽງ​ແຕ່​ໄດ້​ກາຍ​ເປັນ​ແຫຼ່ງນຳ​ເຂົ້າສິນຄ້າທີ່​ສຳຄັນ​ຂອງ​ຈີນ​ທໍ່​ນັ້ນ,ຫາກ​ຍັງ​ຄ່ອຍໆກາຍ​ເປັນ​ເຂດ​ຈຸດ​ໜັກ​ແຫ່ງ​ໜຶ່ງທີ່ວິ​ສາ​ຫະກິດ​ຈີນ​ລົງທຶນຢູ່​ຕ່າງປະ​ເທດອີກ​ດ້ວຍ. ​ນັບມາ​ຮອດ 6 ​ເດືອນຕົ້ນປີ​ນີ້,ວິ​ສາ​ຫະກິດຈີນທີ່​ບໍ່​ແມ່ນ​ທະນາຄານ​​ໄດ້ລົງທຶນ​ຢູ່ 10 ປະ​ເທດ​ອາ​ຊຽນນັ້ນ​ໄດ້ບັນລຸ 880 ກວ່າ​ແຫ່ງ,ຍອດ​ມູນ​ຄ່າ​ການ​ລົງທຶນຂອງ​ຈີນ​​ໃນ​ສັນຍາ​ໄດ້ບັນລຸ 1 ຕື້​ໂດ​ລາ​ສະຫະລັດ.​ແຕ່​ເຈົ້າໜ້າ​ທີ່​​ກຳກັບເສດຖະກິດ​ການ​ຄ້າ​ຂອງ​ສອງ​ຝ່າຍ​ເຫັນ​ວ່າ,ວຽກ​ດ່ວນ​ທີ່​ສຸດ​ໃນ​ສະ​ເພາະ​ໜ້າ​ນີ້,​ແມ່ນສ້າງ​ກົນ​ໄກ​ການ​ຄ້າ​ແລະ​ການ​ລົງທຶນທີ່​ປອດ​ໄສ ​ເສລີ​ແລະ​ສະດວກ. ທ່ານຊັນ​ຊູ​ເຊິ​ງ ລັດຖະມົນຕີກະຊວງອຸດສາຫະກຳ​ການ​ຄ້າ​ສິງກະ​ໂປ​ເວົ້າວ່າ:
"ຂ້າພະ​ເຈົ້າມີ​ຄວາມ​ປາຖະໜາ​ອັນ​ໜຶ່ງ,ນັ້ນກໍ​ຄື ຈີນ​ກັບ​ອາ​ຊຽນສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ,​ເຮັດ​ໃຫ້​ສິນຄ້າ ການ​ບໍລິການ​ແລະ​ການ​ລົງທຶນ​ສາມາດ​ຈໍລະ​ຈອນ​ຂ້າມ​ຊາດ​ຢ່າງ​ເສລີ. ບັນດາ​ປະ​ເທດ​ຄວນ​ສ້າງ​ກົນ​ໄກ​ກະຕຸກທີ່​ສົມ​ຄູ່​ກັນ,ສົ່ງ​ເສີມ​ການ​ນຳ​ເຂົ້າທຶນ​ຕ່າງປະ​ເທດ,ໃຫ້ການ​ຄ້າ​ການ​ບໍລິການມີ​ຄວາມ​​ເສລີ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້."

ຕາມ​ແນະນຳ​ວ່າ,ປະຈຸ​ບັນ ລັດຖະບານຈີນ​ແລະບັນດາປະ​ເທດອາ​ຊຽນ​ໄດ້​​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​​ຕໍ່ຫົວ​ຂໍ້​ການ​ເຈລະຈາກ່ຽວ​ກັບ​ການ​ເປີດ​ກວ້າງ​ຂົງ​ເຂດການ​ຄ້າ​ການ​ບໍລິການ​ແລະ​ການ​ລົງທຶນ,ບາດກ້າວ​ຕໍ່​ໄປ​ຈະ​ຫາລື​ບັນຫາ​ລະອຽດ.