ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-03 18:29:00    
ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແລກ​ປ່ຽນ​ການ​ຂົນ​ສົ່ງ​ທາງ​ອາ​ກາດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເຊື້ອ​ເຊີນ​ຜູ້​ແທນ​ວົງ​ການ​ການ​ບິນ​ໄຕ້​ຫວັນ​ມາ​ປຶກ​ສາ​ຫາ​ລື​ເລື່ອງ​ກ່ຽວ​ກັບ​ເໝົາ​ຍົນ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ແລະ​ສິນ​ຄ້າ​ທາງ​ອາ​ກາດ​ລະ​ຫວ່າງ​ສອງ​ຝັ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ3​ພະຈິກ,ທ່ານ​ພູ​ຈ້າວ​ໂຈ່​ວ ຮອງ​ປະທານ​ຄະນະ​ກຳ​ມະ​ການ​ແລກ​ປ່ຽນ​ການ​ຂົນ​ສົ່ງ​ທາງ​ອາກາດສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ຝາກ​ຈົດໝາຍ​ໄປ​ຍັງ​ທ່ານ​ຟ້າ​ນ​ຈື້​ສຽງ ປະ​ທານ​ສະມາຄົມ​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ອາກາດນະຄອນໄຕ​ເປ,​ເຊື້ອ​ເຊີນ​ທ່ານ​ນຳພາ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ​ສະມາຄົມ​ດັ່ງກ່າວ​ອີງ​ຕາມ​ເບົ້າ​ແບບ​ແລກປ່ຽນ​ກັນຢູ່ມາ​ກາວ​ກ່ຽວ​ກັບ​ເລື່ອງ​ເໝົາ​ຍົນ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ2005,​ໃຫ້​ສອງ​ຝ່າຍ​ແລກ​ປ່ຽນ​ກັນ​ໂດຍ​ກົງ​ໂດຍ​ໄວ​ກ່ຽວ​ກັບ​ການ​ເໝົາ​ຍົນ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ແລະ​ສິນຄ້າ​ລະ​ຫວ່າງ​ສອງ​ຝັ່ງ,​ໂດຍ​ສະ​ເພາະ​ແມ່ນ​ການ​ຈັດ​ວາງ​ດ້ານ​ເຕັກ​ນິກ,​ແລະ​ທຸລະ​ການອັນ​ລະອຽດ​ກ່ຽວ​ກັບ​ການ​ເໝົາ​ຍົນ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​2006​ຂອງ​ສອງ​ຝັ່ງ,​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ,​ປະ​ຕິ​ບັດ​ຢ່າງ​ສະ​ດວກ,​ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ປາ​ຖະ​ໜາ​ແລະ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ແລະ​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ອັນ​ໄພ​ສານ.

ຈົດໝາຍ​ເຊື້ອ​​ເຊີນ​ຍັງ​ຂຽນ​ວ່າ,ຝ່າຍ​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ກຽມພ້ອມ​ຢ່າງ​ເຕັມ​ທີ່​ແລ້ວ,ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ທຸກ​ເວລາ​ໄດ້.