ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-03 18:53:41    
ອິສຣາ​ແອນ​ສະ​ແດງ​ວ່າ​ຈະ​ບໍ່​ແຊກ​ແຊງ​ການ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສ​ຕິນ

cri

ຕາມ​ຂ່າວCRI: ວັນ​ທີ 3 ພະຈິກ, ວິທະຍຸ​ຝ່າຍ​ທະຫານ​ອິສຣາ​ແອນ​ລາຍ​ງານ​ວ່າ, ທ່ານ​ມໍ​ຟັດ ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ, ​ເຖິງ​ແມ່ນ​ວ່າ​ອິສຣ​າ​ແອນ​ຄັດຄ້ານ​ອົງການ​ຮາ​ມາສ໌​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິ​ບັນ​ຍັດ​ປາ​ເລັສຕິນທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ປີ​ໜ້າ​ນີ້​ກໍ​ຕາມ, ​ແຕ່​ຝ່າຍ​ອິສຣາ​ແອນ​ຈະ​ບໍ່ແຊກ​ແຊງ​​ການ​ເລືອກ​ຕັ້ງ​ເທື່ອ​ນີ້.

ວິທະຍຸ​​ໄດ້ນຳ​ເອົາ​​ຄວາມ​ເວົ້າ​ຂອງທ່ານ​ມໍ​ຟັດ​ທີ່​ກ່າວ​ໃນ​ເວລາພົບ​ປະ​ທ່ານ​ນາງໄລ​ສ໌ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 2 ພະຈິກ​ວ່າ, ການ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະການ​ນິຕິ​ບັນ​ຍັດ​ປາ​ເລັສຕິນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ປາ​ເລັສຕິນ. ​ແຕ່​​ພ້ອມ​ກັນ​ນັ້ນ​ທ່ານກ່າວ​ເນັ້ນ​ວ່າ,ທ່ານ​ອັບ​ບັສ໌ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນຕ້ອງ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່ວ່າ"ມີ​ອຳນາດ​ການ​ປົກຄອງ​ດຽວ​ແລະ​ມີ​ກຳລັງ​ທະ​ການ​ດຽວ"