ຕາມຂ່າວສານຊິນຮວາ: ວັນທີ 3 ພະຈິກ, ກົມໃຫຍ່ກວດກາຄຸນນະພາບແລະກວດກາພະຍາດແຫ່ງຊາດຈີນແລະກະຊວງສາທາລະນະສຸກຈີນໄດ້ອອກປະກາດຮ່ວມ, ຮຽກຮ້ອງໃຫ້ພາກສ່ວນກວດກາພະຍາດແລະອົງການອະນາໄມຂອງແຫ່ງຕ່າງໆກວດກາຢ່າງເຄັ່ງຄັດ, ປ້ອງກັນບໍ່ໃຫ້ໄຂ້ຫວັດສັດປີກແຜ່ລາມເຂົ້າປະເທດຈີນ.
ປະກາດຊີ້ອອກວ່າ, ອົງການອະນະໄມໂລກລາຍງານວ່າ, ແຕ່ເດືອນກັນຍາປີ2003ຮອດປັດຈຸບັນ, ມີ15ປະເທດຄື ສ.ເກົາຫຼີ ຫວຽດນາມແລະຍີ່ປຸ່ນເປັນຕົ້ນໄດ້ເກີດພະຍາດໄຂ້ຫວັດສັດປີກຮ້າຍແຮງໃນສັດປີກ, ຫວຽດນາມ ໄທ ກຳປູເຈຍແລະອິນໂດເນເຊຍເປັນຕົ້ນໄດ້ມີຄົນຕິດແປດພະຍາດໄຂ້ຫວັດສັດປີກ. ນັບມາຮອດວັນທີ 20 ຕຸລາ, ໃນທົ່ວໂລກມີ 118 ຄົນໄດ້ຕິດແປດພະຍາດໄຂ້ຫວັດສັດປີກ, ໃນນັ້ນມີ 61 ຄົນເສຍຊີວິດ.
ປະກາດຮຽກຮ້ອງໃຫ້ບຸກຄົນທີ່ມາຈາກປະເທດດັ່ງກ່າວ, ຖ້າມີອາການເປັນໄຂ້ ໄອ ເຈັບຫົວ ຮ່າງກາຍບໍ່ສະບາຍເປັນຕົ້ນ, ໃນເວລາເຂົ້າເມືອງຄວນແຈ້ງໃຫ້ອົງການກວດກາພະຍາດຢູ່ດ່ານເຂົ້າອອກເມືອງຂອງຈີນຮູ້.
|