|
 |
(GMT+08:00)
2005-11-03 20:35:35
|
 |
ສື່ມວນຊົນຫວຽດນາມຍ້ອງຍໍທ່ານຫູຈິນທາວຢ້ຽມຢາມຫວຽດນາມໄດ້ຍົກການພົວພັນຫວຽດນາມຈີນໄປສູ່ລະດັບສູງເທື່ອໃໝ່
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 3 ພະຈິກ ສື່ມວນຊົນສຳຄັນຂອງຫວຽດນາມໄດ້ພາກັນຕີລາຄາໃນລະດັບສູງຕໍ່ທ່ານຫູຈິນທາວ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດຈີນຢ້ຽມຢາມສັນຖະວະໄມຕີຕໍ່ຫວຽດນາມຢ່າງເປັນທາງການ.
ບົດວິຈານຂອງໜັງສືພິມເຢີນເຢີນ ສຽງຂອງສູນກາງພັກກອມມູນິດຫວຽດນາມຂຽນວ່າ,ທ່ານຫູຈິນທາວຢ້ຽມຢາມຫວຽດນາມໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ,ໄດ້ຍົກການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງແລະການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດຫວຽດນາມຈີນໄປສູ່ຄວາມສູງເທື່ອໃໝ່,ແລະຈະມີຜົນສະທ້ອນຢ່າງຕັ້ງໜ້າຕໍ່ສັນຕິພາບ,ສະຖຽນລະພາບ,ການພັດທະນາແລະຮ່ວມມືກັນຂອງພາກພື້ນກໍຄືຂອງໂລກ.
ບົດວິຈານຂອງໜັງສືພິມດວນດອຍເຢີນເຢີນຂອງຫວຽດນາມຊີ້ອອກວ່າ,ທ່ານຫູຈິນທາວຢ້ຽມຢາມສັນຖະວະໄມຕີຕໍ່ຫວຽດນາມຢ່າງເປັນທາງການບໍ່ພຽງແຕ່ເປັນການສີບທອດມູນເຊື້ອຢ້ຽມຢາມກັນຂອງຜູ້ນຳຮຸ້ນອາວຸໂສຂອງສອງປະເທດທໍ່ນັ້ນ,ຫາກຍັງເປັນການບຸກທະລຸແຫ່ງການຂະຫຍາຍການພົວພັນລະຫວ່າງສອງປະເທດໃຫ້ລົງສູ່ລວງເລິກວ່າເກົ່າ,ມີຫຼາຍຮູບຫຼາຍແບບ,ອຸດົມສົມບູນແລະຕິດແທດຕົວຈິງ.
|
|
|