ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Tuesday    Apr 22th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-03 20:38:51    
ກອງ​ປະຊຸມ​ສຸດ​ຍອດ​ຍຸດ​ທະ​ສາດ​ຮ່ວມ​ມື​ເສດ​ຖະ​ກິດ​ແມ່​ນ້ຳ​ສາມ​ສາຍ​ຄັ້ງ​ທີ 2 ​ໄຂ​ຂຶ້ນ​ຢູ່​ບາງ​ກອກ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 3 ພະຈິກ ຢູ່​ບາງກອກ ນະຄອນ​ຫຼວງ​ຂອງ​ໄທ​ໄດ້​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ຮ່ວມ​ມື​ເສດຖະກິດ​ແມ່ນ້ຳ​ເຣຣາວາ​ດີ​ແມ່ນ້ຳ​ເຈົ້າພະຍາ​ແມ່ນ້ຳ​ຂອງ​ຄັ້ງທີ 2.

ວັນ​ທີ 3 ພະຈິກ ຜູ້ນຳ​ຂອງ 5 ປະ​ເທດ​ຄື​ມຽນມາ,ກຳປູ​ເຈຍ,​ຫວຽດນາມ,​ລາວ​ແລະ​ໄທ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ບາງກອກ,​ໄດ້ຫວນ​ຄືນ​ສະພາບ​ປະຕິບັດ​ສັນຍາ​ຕ່າງໆ​ໃຕ້​ກົນ​ໄກ​ຍຸດ​ທະ​ສາດ​ຮ່ວມ​ມື​ເສດຖະກິດ​ແມ່ນ້ຳສາມ​ສາຍ​ໃນ​ສອງ​ປີ​ທີ່​ຜ່ານ​ມາ,​ແລະ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ລະອຽດ​ຂອງ​ການ​ຮ່ວມ​ມື​ເສດຖະກິດ​ໃນ​ອະນຸ​ພາກ​ພື້ນ​ແລະ​ກາ​ນ​ເປີດ​ກວ້າງ​ການ​ຮ່ວມ​ມື.

ຫຼັງກອງ​ປະຊຸມ, ຜູ້ນຳ 5 ປະ​ເທດ​ໄດ້​ປະກາດ"ຄຳ​ຖະ​ແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 2"​ແລະ​"ຄຳ​ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ຜູ້​ນຳ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຮ່ວມ​ກັນ​ຕ້ານ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ແລະ​ພະຍາດ​ຕິດ​ແປດ​ອື່ນໆ",​ໄດ້​ບັນ​ລະ​ຍາຍ​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ຄູ່​ຂາ​ລະຫວ່າງ 5 ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ​ແລະ​ຮ່ວມ​ມື​ຕ້ານ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ເປັນຕົ້ນ.

ກອງ​ປະຊຸມ​ສຸດ​ຍອດ​ຍັງ​ຕົກລົງ​ວ່າ,ກອງ​ປະຊຸມ​ສຸດ​ຍອດ​ຄັ້ງໜ້າ​ຈະ​ຈັດ​ຂຶ້ນຢູ່​ຫວຽດນາມ​ໃນ​ທ້າຍ​ປີ 2007.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040