ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-03 20:48:36    
ການ​ພົບ​ປະ​ເປັນ​ປະ​ຈຳ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຣັດ​ເຊຍ​ຄັ້ງ​ທີ10​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວCRI,ວັນ​ທີ3ພະຈິກ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວິນ​ເຈຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ​​​ກັບ​ທ່ານ​ຟຼາດ​ຄົຟ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ທີ່​ມາ​ຢ້ຽມ​ຢາມ​​ໄດ້​ເຈ​ລະ​ຈາ​ກັນ.​ນີ້​ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຣັດ​ເຊຍ​ ​ພົບ​ປະ​ເປັນ​ປະຈຳ​ຄັ້ງ​ທີ10.

ທ່ານ​ເວິນ​ເຈ່ຍ​ປາວ​ກ່າວ​ວ່າ,ການ​ພົບ​ປະ​ເທື່ອ​ນີ້​ຕົ້ນຕໍ​ຈະສະຫຼຸບ​ສະພາບ​ແລະ​ບົດ​ຮຽນ​ພາຍ​ຫຼັງ​ຈີນ​ຈັດ​ເຊຍເຊັນ​ສົນທິສັນຍາ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ ​ແລ້ວ,​ພ້ອມ​ທັງ​ວາງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ທ່ານ​ຟຼາດຄົຟ ກ່າວ​ວ່າ,ຫວັງ​ໃຫ້​ສະຫຼຸບ​ສະພາບ​ວຽກ​ງານ​ຂອງ​ສອງ​ປະ​ເທດໃນ​ປີ​ທີ່​ຜ່ານ​ມາ​ໃນ​ກອງ​ປະຊຸມ​ເທື່ອ​ນີ້,​ແລະ​ກຳນົດ​ເປົ້າ​ໝາຍ​ຮ່ວມ​ມື​ຕື່ມ​ອີກ​ໃນ​ອະ​ນາ​ຄົດ,​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຂາ​ປະສານ​ງານຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​.