ການຮ່ວມມືດ້ານເສດຖະກິດຢູ່ລ້ອງແມ່ນ້ຳຂອງຈະເຂົ້າສູ່ໄລຍະທີ່ມີລັກສະນະທາດແທ້
cri
ຕາມຂ່າວຈາກກະຊວງການຄ້າຈີນ,ກອງປະຊຸມສຸດຍອດການຮ່ວມມືຍຸດທະສາດຂອບເສດຖະກິດລ້ອງແມ່ນ້ຳຂອງຄັ້ງທີສອງຈະຈັດຂຶ້ນຢູ່ໄທໃນໄວໆນີ້.ກອງປະຊຸມເທື່ອນີ້ແມ່ນລັດຖະບານໄທເປັນເຈົ້າພາບຈັດຂຶ້ນ,ມີ5ປະເທດເຂົ້າຮ່ວມຄືລາວ,ກຳປູເຈຍ,ມຽນມາ,ຫວຽດນາມ,ໄທ.ທ່ານກັນຕະທີສຸກມົງຄົນລັດຖະມົນຕີການຕ່າງປະເທດໄທກ່າວວ່າ,ພາຍຫຼັງກອງປະຊຸມສິ້ນສຸດລົງແລ້ວ,ການຮ່ວມມືດ້ານເສດຖະກິດຢູ່ລ້ອງແມ່ນ້ຳຂອງຈະເຂົ້າສູ່ໄລຍະທີ່ມີລັກສະນະທາດແທ້.ໃນດ້ານອຳນວຍຄວາມສະດວກດ້ານການຄ້າ,ໄທຈະອີງຕາມຄວາມຮຽກຮ້ອງຂອງຂອບເສດຖະກິດແມ່ນ້ຳຂອງ,ເລີ່ມບໍ່ເກັບພາສີຕໍ່ຜະລິດຕະພັນກະສິກຳໃນສັນຍາ,ພ້ອມທັງເປີດກວ້າງຂອບເຂດໃຫ້ສິດທິພິເສດແກ່ຜະລິດຕະພັນກະສິກຳ,ຄືຈາກ8ປະເທດເພີ່ມຂຶ້ນຮອບ10ປະເພດ.ນອກນີ້,ກອງປະຊຸມຍັງຈະປຶກສາຫາລືບັນດາປະເທດສະມາຊິກຄວນເຮັດແນວໃດ,ສ້າງຄວາມສະດວກແກ່ກັນໃນດ້ານເຮັດໃຫ້ລະບຽບການຜ່ານດ່ານກະທັດຮັດເຂົ້າ.
|
|