ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-04 15:48:55    
ໂລກ​ດົນ​ຕີ​ທີ່​ອັດ​ສະ​ຈັນ

cri Author: li
​ດົນຕີ​ເປັນ​ການຈັດຕັ້ງຕ່າງໆສຽງ​ແລະ​ບໍ່​ມີ​ສຽງ​ທີ່​ມີ​ລັກສະນະ​ເວລາ​,ທັງ​ມີ​ຈັງຫວະ,​ທຳນອງ​ແລະ​​ສຽງ​ທີ່​ມີ​ລະດັບ​ສຽງ​ຕ່າງ​ກັນ. ​ວິທະ​ຍາສາດ​ສະ​ແດງ​ໃຫ້​ເຫັນ​ວ່າ,ດົນ​ຕີ​ທັງ​ສາມາດ​ປົວ​ພະຍາດ​ທັງ​ສາມາດ​ທຳລາຍ​ຄົນ..

​ການຄົ້ນຄວ້າ​ວິທະຍາສາດໃນ​ສະຕະວັດ​ແລ້ວ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ດົນຕີ​ສາມາດອາ​ໄສ​​ຄື້ນ​ແມ່​​​ເຫຼັກ​ໄຟຟ້າ​ເຮັດ​ໃຫ້​ທຸກ​ຈຸ​ລັງ​ໃນ​ຮ່າງກາຍ​ຄົນ​ເຮົາ​ສະ​ເທືອ​ນຂຶ້ນ,ພາຍ​ໃຕ້​ບົດບາດ​ຂອງ​ດົນຕີ,ຄວາມດັນ​ເລືອດ,ຈັງ​ຫວະ​ຫົວ​ໃຈ​ເຕັ້ນ,​ຈັງຫວະ​​ແລະ​ຄວາມ​ນ້ອຍໃຫຍ່​ຂອງ​ການຫາຍ​ໃຈຂອງ​ຄົນ​ລ້ວນ​ແຕ່​ຈະ​ມີ​ການປ່ຽນ​ແປງ​,ຈົນກະທັ້ງ​ເຊົາຫາຍ​ໃຈ​. ດົນຕີ​ທີ່​ໜ້າ​​ເບື່ອ​ເຮັດ​ໃຫ້​ຄົນປວກ​ຮາກ,ພາ​ໃຫ້​ກະ​ເພາະ​ອາຫານ​ປັ້ນ,​ຈົນກະທັ້ງ​ທຳລາຍ​ສາຍ​ຕາ​ແລະ​ຄວາມ​ຮູ້ສຶກ​ຕໍ່​ລົດ​ຊາດ. ຜົນງານ​ຈຳນວນ​ໜຶ່ງ​ຂອງ​ນັກ​ດົນຕີ​ສາມາດ​ເຮັດ​ໃຫ້​ຄົນ​ສະຫງົບ​ລົງ,ຈົນ​ກະທັ້ງ​ສະຫົຼບ​ໄປ​ແລະ​ເຂົ້າສູ່​ສະພາບ​ມຶນ​ຊາ. ​ແນ່ນອນ​ແລ້ວ​ກໍ​ມີ​ຜົນງານ​ຈຳນວນ​ໜຶ່ງ​ເຮັດ​ໃຫ້​ຄົນ​ສະທ້ານ​ຢ້ານ​ກົວ. ຈົນ​ຮອດ​ໝາ​ກໍ​ມີ​ປະຕິກິລິຍາ​ຕໍ່​ດົນຕີ,​ຕົວຢ່າງ​ຄື​ຄວາມ​ດັນ​ເລືອດຂອງ​ໝາ​ຈະ​ສູງຂຶ້ນ​ຫຼືຕ່ຳ​ລົງ​ 70 ຊັງ​ຕີ​ແມັດ​ບາຫຼອດ​ພາຍ​ໃຕ້​ບົດບາດ​ຂອງ​ດົນຕີ.

ນັກ​ຈິດຕະສາດຣັດ​ເຊຍ​ຄົ້ນຄວ້າເຫັນ​ວ່າ,ຜ່ານ​ຈາກ​ການ​ຕີ​ກອງ​ມາ​ກະ​ຕຸ້ນອົງ​ປະກອບ​ສ່ວນ​ເລິກ​ຂອງ​ສະໝອງ​ຈະສາມາດ​ປ່ຽນ​ແປງ​ສະພາບ​ຈິດ​ໃຈ​ຂອງ​ຄົນ​ເຈັບ. ຢູ່​​ໃນຄໍ​ຂອງ​ມະນຸດ​ມີ​ສິ່ງ​ສຳຜັດ​ຈຳນວນ​ໜຶ່ງ,ມີ​ປະຕິ​ກິລິຍາ​ຕໍ່​ອາກາດ​ສະ​ເທືອ​ນຍ້ອນ​ຄື້ນສຽງ​ຂອງ​ເຄື່ອງ​ດົນຕີ​,ຜົນ​ສຸດ​ທ້າຍ​ປະກົດ​ເຫັນ​ວ່າ,ອານ​ໂກນທີ່​ມີ​ປະລິມານ​ຊຶມ​ອອກ​ໜ້ອຍ​ໃນ​ຮ່າງກາຍ​ຈະ​ເພີ່ມ​ຂຶ້ນໜ້ອຍ​ໜຶ່ງ. ກໍ​ແມ່ນ​ຍ້ອນ​ອານ​ໂກນພາຍ​ໃນ​ຮ່າງກາຍ​ຊະນິດ​ນີ້​ສາມາດ​ເຮັດ​ໃຫ້​ຄົນ​ພົ້ນອອກ​ຈາກ​ສະພາວະ​ຕື່ນ​ເຕັ້ນ.

ຍີ່​ປຸ່ນ​ໄດ້​ທົດ​ລອງ​ຕໍ່​ແມ່ຍິງ​ທີ່​ຍັງ​ຢູ່​ໃນ​ໄລຍະ​ໃຫ້​ລູກ​ກິນນົມ 120 ຄົນ,​ໃຫ້​​ແມ່ຍິງ​ຈຳນວນ​ໜຶ່ງ​ຟັງ​ດົນຕີ​ກາ​ລາ​ຊິກ,ອີກ​ຈຳນວນ​ໜຶ່ງ​ຟັງ​ດົນຕີ​​ແຈັສ​ແລະ​ເພງ​ນິຍົມ. ປະລິມານ​ນ້ຳນົມ​ຂອງ​ແມ່​ຍິງຈຸ​ທີ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ 20%,​ແມ່ຍິງ​ຂອງ​ຈຸ​ທີ​ສອງ​ພັດ​ໜ້ອຍ​ລົງ​ເຄິ່ງໜຶ່ງ. ດົນຕີ​ແຈັ​ສມີ​ຄື້ນ​ເໜືອສຽງ​ແລະ​ຄື້ນສຽງ​ຕ່ຳ​ຊະນິດ​ໜຶ່ງ,​ຄື້ນສຽງ​ຊະນິດ​ນີ້​ຄົນ​ເຮົາ​ບໍ່​ໄດ້​ຍິນ,​ແຕ່​ອະ​ໄວ​ຍະ​ວະ​ທັງ​ໝົດໃນ​ຮ່າງກາຍ​ພັດ​ໄດ້​ຍິນ. ພາຍ​ໃຕ້ບົດບາດ​ຂອງ​ຄື້ນສຽງ​ເຫົ່ຼານີ້,​ສະໝອງ​ຂອງ​ຄົນ​ຈະ​ຖືກ​ທຳລາຍ.

​ເມື່ອ​ເບິ່ງ​ຈາກ​ການ​ເຂົ້າ​ໃຈ​ຕໍ່​ດົນຕີ​ແລ້ວ​ເຫັນ​ວ່າ,ຄົນ​ເຮົາ​ແບ່ງ​ອອກເປັນ​ສອງ​ປະ​ເພດ​ຄື​ປະ​ເພດອາ​ໃສແລະປະ​ເພດ​​ແພ້. ​ເວົ້າສຳລັບ​ຄົນ​ປະ​ເພດ​ທີ​ໜຶ່ງ​ແລ້ວ,ດົນຕີ​ກໍ​ເໝືອນ​ດັ່ງ​ຢາ​ມືນ,ຈະ​ຊ່ອຍ​​ເພີ່ມ​ປະລິມານ​ຕ່ອມ​ນ້ຳໝາກ​ໄຂ່ຫຼັງ,ການ​ຟັງ​ດົນຕີ​ສາມາດ​ລະບາຍ​ຄວາມ​ຮູ້ສຶກ​ຕ່າງໆ​ເຊັ່ນ​ຫງ່ວມ​ເຫງົາ,​ໂດດດ່ຽວ,ຢ້ານ​ກົວ​ແລະ​ບໍ່​ເຊື່ອໝັ້ນ​ຕົນ​ເອງ​ນັ້ນ​ໃຫ້​ໝົດກ້ຽງ​. ​ເວົ້າ​ສຳລັບ​ຄົນ​ປະ​ເພດ​ທີ​ສອງ​ແລ້ວ,ສຽງ​ດົນຕີ​ໃນ​ໂຮງ​ອາບນ້ຳ​ແລະ​ລົດ​ໄຟ​ບໍ່​ສະ​ບາຍ​ທີ່​ສຸດ,ພວກ​ເຂົາ​ເຈົ້າ​ຕ້ອງການ​ຄວາມ​ມິດ​ງຽບ. ​ແຕ່​ເວົ້າ​ໃນ​ອີກດ້ານ​ໜຶ່ງ​ແລ້ວ,ຄົນ​ເຮົາຈະ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ສະຫງົບ​ມິດ​ງຽບ​ເດັດ​ຖານ​ເປັນ​ເວລາ​ດົນ​ນານ​ບໍ່​ໄດ້,​ເພາະວ່າ​ສຽງ​​ເປັນ​ສັນຍະລັກ​ຂອງ​ຊີວິດ​ການ​ເປັນ​ຢູ່.

​ໃນ​ໜ່ວຍ​ໂລກ​ທີ່​ມີມະນຸດ​ເຮົາ​ດຳລົງ​ຊີວິດຢູ່​ນັ້ນມີ​ສຽງ​ນັນ​ແຊວ​ຢູ່​ທຸກ​ເວລາ,ລາງ​ເທື່ອ​ຟ້າຮ້ອງ,​ລາງ​ເທື່ອ​ມີ​ສຽງ​ນ້ຳຕົກຕ​າດ​ແລະ​ຝົນຕົກ​ຮ່າ​ໃຫຍ່,ລາງ​ເທື່ອ​ແມ່ນ​ສຽງ​ຮ້ອງ​ຂອງ​ນົກ​ແລະ​ສຽງ​ນ້ຳ​ໄຫລ​ຜາດໆ. ຖ້າ​ໃຫ້​ຄົນຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ມິດ​ງຽບ​ເດັດ​ຖານ​,ຄົນ​ເຮົາ​ຈະ​ຢ່​ໄດ້​ບໍ່​ຮອດູ 40 ຊົ່ວ​ໂມງ​ຢ່າງ​ເດັດຂາດ. ຕາບ​ໃດຫາກ​ປາສະຈາກ​ສຽງ​ແລ້ວ,ຄົນ​ເຮົາຈະ​ເສຍ​ຄວາມ​ຮູ້​ສຶກ​ຕໍ່ສະພາບ​ຕົວຈິງ​ແລະ​ຄວາມ​ຮູ້ສຶກ​ຕໍ່​ຕົນ​ເອງ,ລະບົບ​ເສັ້ນ​ປະສາດ​ສູນກາງ​ຈະ​ເສື່ອມ​ລົງທັງ​ໝົດ,​ແລ້ວ​ປະກົດ​ມີ​ອາການ​ມົວ​ເມົາ,ຄວາມດັນ​ເລືອດ​ແດງ​ຕ່ຳລົງ​ແລະ​ຊີບພະຈອນ​ເຕັ້ນຊ້າ​ລົງ.

ສະນັ້ນ,ນັກວິທະຍາສາດ​ແລະ​ນາຍ​ໝໍ​ຈຶ່ງ​ຖື​ດົນຕີ​ເປັນ​ສິ່ງ​ປົວ​ພະຍາດ​ທີ່​ດີກ​ວ່າ​ໝູ່. ບັນດາ​ສາດ​ສະດາຈານ​ຈິດຕະສາດ​ໄດ້​ອັດ​ກະ​ແສັດຫລາຍ​ສິບ​ມ້ວນ,ພວກ​ເຂົາ​ເຈົ້າ​ເວົ້າວ່າ​ສາມາດ​ລົບ​ລ້າງ​​ໂມ​ໂຫ,​ກະຕຸກ​ຫົວຄິດ​ປະດິດ​ສ້າງ,​ເຮັດ​ໃຫ້​ຊີກ​ສະໝອງ​ທັງ​ຊ້າຍ​ທັງ​ຂວາສົມ​ດຸນກັນ​ຢ່າງ​ບັງ​ເກີດ​ຜົນ​ແລ້ວ​ບັນລຸ​ຫົວຄິດ​ປະດິດ​ສ້າງ​ສູງ​ສຸດ​ເທົ່າ​ທີ່​ຈະ​ສູງ​ໄດ້. ຍັງ​ມີ​ກະ​ແສັດ​ທີ່​ຊ່ອຍ​ຫລຸດ​ຄວາມ​ອ້ວນ,​ອອກຢາ​ແລະ​ອອກ​ເຫລົ້າ,ບາງ​ຄົນ​ຈົນກະທັ້ງ​ເຈຕະນາ​ໃຊ້​ດົນຕີ​ມາ​ປົວ​ຜົມ​ຫລົ່ນ.

ນາຍ​ໝໍ​ຜູ້​ໜຶ່ງ​ຂອງຣັດ​ເຊຍ​ຍິ່ງໄປ​ໄກ. ທ່ານ​ໄດ້​ປະດິດສ້າງ​ສາຍ​ແອວສຳລັບ​ແມ່​ມານ​ທີ່​​​ໄດ້ໃສ່​ເສົາ​ກົມ​ນ້ອຍໆບໍ່​ໜ້ອຍ. ສາຍ​ແອວ​ນີ້​ຕິດ​ຕໍ່​ກັບ​ເຄື່ອງ​ຫຼິ້ນສຽງ,ລູກ​ໃນ​ທ້ອງ​ກໍ​ສາມາດ​ຟັງ​ດົນຕີ​ຈຳ​ເພາະ​ຊະນິດ​ໜຶ່ງ. ນັບ​ມາ​ຮອດ​ຊູ່​ມື້​ນີ້,​ໄດ້​ມີ​ລູກ​ໃນ​ທ້ອງ 1200 ກວ່າ​ຄົນ​ເຄີຍ​ໄດ້​ຟັງ​ດົນຕີ​ຊະນິດ​ນີ້,ຫລັງ​ຈາກ​ເກີດ​ແລ້ວ,​ໄດ້​ຜ່ານ​ການກວດ​ດ້ານ​ພາສາ,ການ​ຄົບ​ຄ້າ​ສະມາຄົມ​ແລະ​ຄວາມ​ສາມາດ​ດ້ານກິລາ​ເປັນຕົ້ນ,​ແລ້ວ​ປະກົດ​ເຫັນ​ວ່າ​,ສະ​ເລ່ຍ​ແລ້ວ,ພວກ​ເຂົາ​ເຈົ້າ​ເກັ່ງ​ກວ່າ​ຜູ້​ທີ່​ບໍ່​ໄດ້​ຟັງ​ດົນຕີ​ນັ້ນ 4 ​ເທົ່າ.

ຕຳລາ​ຢາດົນຕີ​ທີ່​ນັກວິທະຍາສາດ​ສັ່ງ​ໃຫ້​ນັ້ນມີການ​ສະດຸ​ດີ​ເຈົ້າ​ແມ່​ຂອງ​ທ່ານ​ຊູ​ເບີດ,​ດົນຕີ​ປະສານ​ສຽງ​ແສງ​ຈັນ​ຂອງ​ທ່ານ​ເບ​ໂທ​ເວັນ,ດົນຕີ​ຫ່ານ​ຟ້າ​ຂອງ​ທ່ານ​ແຊນ ຊັງ,ບວກ​ກັບ​ພາຫະນະ​ຕ່າງໆ​ເຊັ່ນ​ແຍ້​ມ​ໃຫ້​ຮູ້,ກ່ອມ​ນອນ​ແລະ​ປັກ​ເຂັມ​ເປັນຕົ້ນ,​ສາມາດ​ຊ່ອຍ​ອອກຢາ​ແລະອອກ​ເຫລົ້າ. ດົນຕີ​ທີ່​ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນຂອງ​ຈາຍ​ກົບ​ສະ​ກີ​ເປັນຕົ້ນ​ສາມາດ​ປົວ​ພະຍາດ​ສັບພະ​ຄຸນ​ເສັ້ນປະສາດ​ເສື່ອມລົງ​ແລະ​ພະຍາດ​ມັກ​ໂມ​​ໂຫ,ຟັງ​ດົນຕີ​ວາລສ໌​ຍັງ​ສາມາດ​ປົວ​ພະຍາດກະ​ເພາະ​ອາຫານ​ເປັນ​ແຜ.