ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-04 17:36:35    
ຂໍ​ໃຫ້​ທ່ານ​ຫ່າງ​​ໄກ​ຈາກ​ຜົນ​ຮ້າຍ​ຂອງ​ຄອມ​ພິວ​ເຕີ

cri Author: li

ຫວ່າງ​ມໍ່ໆ​ນີ້ ຊອຟ​ແວ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ມົວ​ເມົາ​ນຳ​ຄອມ​ພິວ​ເຕີ​ຊຸດ​ໜຶ່ງ​ພວມ​ທົດ​ລອງ​ໃຊ້​ຢູ່ຫລາຍ​ເວ​ບ​ໄຊ​ເກ​ມ,​ເພື່ອ​ບັງ​ຄັບ​ໃຫ້​ຜູ້ທີ່​ຫລິ້ນ​ເກ​ມຈົນບໍ່​ຫຼັບ​ບໍ່​ນອນ​ເຫລົ່ານັ້ນ​ພັກຜ່ອນ. ນອກ​ຈາກ​ຜູ້​ຫລິ້ນ​ເກ​ມ​ແລ້ວ,ທີ່​ຈິງ​ແລ້ວ,ພວກ​ເຮົາ​ສ່ວນຫລາຍ​ກໍ​​ໃຊ້​ຄອມ​ພິວ​ເຕີ​ມາ​ຊອກ​ຮູ້​ຂ່າວຄາວ,ຊອກ​ຫາ​ຂໍ້​ມູນ​ແລະ​ລົມ​ກັນ,ມັກ​ຈະ​ນັ່ງ​ຢູ່​ໜ້າ​ຄອມ​ພິວ​ເຕີ​ຫລາຍ​ຊົ່ວ​ໂມງບໍ່​ລຸກ. ​ແຕ່​ທ່ານ​ຮູ້​ບໍ່​ວ່າ,ການ​ໃຊ້​ຄອມ​ພິວ​ເຕີ​ຢ່າງ​ບໍ່​ຈຳກັດ​ເວລາ​ຈະ​ທຳລາຍ​ຮ່າງກາຍ​ຄົນ​ເຮົາຢ່າງ​ບໍ່​ຮູ້ສຶກ​ຕົວ,​ປະໝາດ​ບໍ່​ໄດ້​ເດັດຂາດ.

ປັດຈຸບັນ​,​ໃນ​ສາລະບານ​ພະຍາດ​ອາຊີບ​ອາດ​ຈະ​ຕ້ອງ​ເພີ່ມ​ພະຍາດ​ຢ່າງ​ໜຶ່ງ​ຄື"ພະຍາດ​ຄອມ​ພິວ​ເຕີ". ຫລັກ​ຖານ​ນັບ​ມື້​ນັບຫລາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ຄອມ​ພິວ​ເຕີ​ຈະ​ທຳລາຍ​ສຸຂະພາບ​ຂອງ​ຄົນ,ສັບ​ໃໝ່​ຕ່າງໆ​ເຊັ່ນ​ພະ​ຍາດ​ຄອມ​ພິວ​ເຕີ​,ພະຍາດ​ຂໍ້ມື​​ແລະ​ພະຍາດ​ບ້າ​ຄອມ​ພິວ​ເຕີ​ເປັນຕົ້ນ​ກໍ​ໄດ້​ເຂົ້າສູ່​ສາຍຕາ​ພວກ​ເຮົາ​ເລື້ອຍໆ. ​ເຈັບ​ຕາປວດ​ຕາ,ບ່າ​ໄຫລ່​ແຂງກະດ້າງ​ເປັນຕົ້ນ​ຍິ່ງ​ແມ່ນ​ອາການພົ້ນ​ເດັ່ນ​ກວ່າ​ໝູ່​ຂອງ​ພະຍາດ​ຄອມ​ພິວ​ເຕີ.

ຈະ​ຫລີກ​ເວັ້ນພະຍາດ​ຄອມ​ພິວ​ເຕີ​ແນວ​ໃດ? ຢູ່​ທີ່​ນີ້,ພວກ​ເຮົາ​ຂໍ​ສະ​ເໜີ​ວິທີ​ຫັດກາຍ 333. ໝາຍ​ຄວາມ​ວ່າ,​ໃນ​ເວລາ​ໃຊ້​ຄອມ​ພິວ​ເຕີນັ້ນ,​ແຕ່​ລະ​ສາມ​ສິບ​ນາທີ​​ໃດໃຫ້​ລຸກຫັດກາຍ​​ເທື່ອ​ໜຶ່ງ,​ແຕ່ລະ​ເທື່ອ​ 3 ນາທີ,ຢ່າງ​ໜ້ອຍ​ເໜັງ​ຕີງ​ຂໍ້ກະດູກ​ສາມ​ບ່ອນ. ການ​ນັ່ງ​ທ່າ​ດຽວບໍ່​ປ່ຽນ​ແປງ​ເປັນ​ເວລາ​ດົນ​ນານ​ຈະ​ເຮັດ​ໃຫ້​​ເລືອດ​ເດີນ​ບໍ່​ສະດວກ. ຕັ້ງໂມງ​​ໄວ້,​ເມື່ອ​ຮອດ​ເວລາ​ກໍ​ລຸກ​ຂຶ້ນ​ຫັດກາຍ​ບາດ​ໜຶ່ງ,ສາມາດ​ຜ່ອນຄາຍ​ຄວາມ​ອິດ​ເໝື່ອຍ​ຂອງ​ກ້າມ​ເນື້ອ​ຢ່າງ​ບັງ​ເກີດ​ຜົນ,​ແລະ​ຮັກສາ​ສະໝອງ​ປອດ​ໂປ່ງ.

ທີ່​ຈິງ​ແລ້ວ,​ໃນ​ເວລາ​​ໃຊ້​ຄອມ​ພິວ​ເຕີນັ້ນ ຈະຕ້ອງ​ໃຊ້​​ເຖິງກ້າມ​ເນື້ອ​ທີ່​ກ່ຽວຂ້ອງ​ເຊັ່ນ​ກ້ານ​ຄໍ,ຫລັງ,ລຳຄີງ,​ແຂນ​ຈົນ​ຮອດ​ຂາ. ສະນັ້ນ,ຈຶ່ງ​ສະ​ເໜີ​ໃຫ້​ຫັດກາຍ​ໝົດ​ຄີງ​ຢ່າງ​ເໝາະ​ສົມ​ໃນ​ເວລາ​ທຳມະ​ດາ,​​ເຮັດ​ແນວ​ນີ້ ບໍ່​ພຽງ​ແຕ່​ສາມາດ​ຮັກສາ​ໃຫ້​ເລືອດ​ໝູນ​ວຽນ​ເປັນ​ຢ່າງ​ດີ​ທໍ່​ນັ້ນ,ຍັງ​ສາມາດ​ເພີ່ມ​ຄວາມ​ຫົດຍືດຂອງ​ກ້າມ​ເນື້ອ​ນຳ​ອີກ. ຕົວຢ່າງ​ຄື​ລົງ​ລົດ​ກ່ອນ​ຈະ​ຮອດ​ຫ້ອງການ​ແລ້ວ​ຍ່າງ​ປະມານ 5 ນາທີ​,ຖ້າ​ບ່ອນ​ຢູ່​ຫ່າງ​ຈາກ​ຫ້ອງການ​ບໍ່​ໄກ,ຍ່າງ​ໄປ​ເຂົ້າການ​ກໍ​​ເປັນ​ການຫັດ​ແຮງ​ຢ່າງ​ໜຶ່ງ. ​ການ​ຍ່າງ​ໄວ​​ໃນ​ເວລາ​ຕື່ນ​ເຊົ້າ,ຍ່າງ​ຊ້າ​ແບບ​ພັກຜ່ອນ​ຢ່ອນ​ອາລົມຫລັງ​ຈາກ​ເລີກ​ການ​,ຫລື​ຍ່າງ​ໄວ​ຫລື​ແລ່ນ​ຊ້າ​ໃນ​ເວລາ​ພັກຕອນ​ທ່ຽງ,ທັງ​ໝົດ​ເຫລົ່າ​ນີ້​ລ້ວນ​ແຕ່​ແມ່ນ​ວິທີ​ຫັດກາຍ​ທີ່​ດີ.

​ເມື່ອ​ເຮັດ​ວຽກ​ຫລື​ຫລິ້ນ​ເກ​ມຢູ່​ຕໍ່ໜ້າ​ຄອມ​ພິວ​ເຕີ,ຮ່າງກາຍ​ຄົນ​ເຮົາສ່ວນຫຼາຍຈະ​ຢູ່​ໃນ​ສະພາວະ​ຂົດ​ໂຕ​ຢູ່ເຄິ່ງໜຶ່ງ​​,ສະນັ້ນຈຶ່ງ​​ຕ້ອງ​ລຸກ​ຢືດ​ແຂ່ງ​ຢຽດຂາ,​ເພື່ອ​ຫລີກ​ເວັ້ນບໍ່​ໃຫ້​ກ້າມ​ເນື້ອ​ເຄັ່ງ​ຕຶງ​ຍ້ອນ​ນັ່ງ​ດົນ​​ແລະຍ້ອນ​ດີດ​ຄີບ​ອດຫຼາຍ.

ກ່ອນ​ອື່ນ,​​ເວລາ​ນັ່ງຫຼັງຕ້ອງ​ຊື່,ຕ້ອງ​ຮັກສາ​​ເສັ້ນຄົດ​ຂອງກະດູກ​​ແອວ. ສອງ​ມື​ຄ້ຳ​ແອບ,​ເດ່ແຂນ​ແລະມື​ໄປ​ທາງໜ້າ,ຮ່າງກາຍ​ເປັນ​ຮູບກົ່ງ,​ແລ້ວ​ຟື້ນ​ຟູ​ທ່າ​​​ເກົ່າ​ໃນ​ທັນທີ,​ເຮັດ​​ແບບ​ນີ້ 5 ​ເທື່ອ.

ສອງ,ຍົກ​ສອງ​ແຂນ​ຂຶ້ນ​​ໄປ​ທາງ​ໜ້າ​ສຸດ​ຢຽດ,​ແລ້ວ​ຄ່ອຍໆ​ຢ່ອນ​ສອງ​ມື​ລົງ​ເຖິງ​ຫົວ​ເຂົ່າ,ພ້ອມ​ທັງ​​ໂຍະ​ຍານ​ກ້າມ​ເນື້ອ​ກ້ານ​ຄໍ,​ເຮັດ​ແບບ​ນີ້ 5 ​ເທື່ອ.

​ສາມ,ເດ່​ແຂນ​ສອງ​ເບື້ອງ​ໄປ​ໜ້າ​ໃຫ້​ພຽງກັນ,ຂວ້ຳຝ່າມື​ລົງ,ຈ່າງນິ້ວມື​ທັງ​ຫ້າສຸດ​ຢຽດ 5 ​ເທື່ອ,​ແລ້ວ​​ຍານມື,​ເຮັດ 5 ​ເທື່ອ.

​ສີ່,ປ່ຽນ​ກັນ​ຫັກ​ນິ້ວມື​ໃຫ້​ແອນ​ຈັກຫຼາຍໆ​ເທື່ອ.


ຫ້າ,ນັ່ງ​ລົງ​ໃຫ້​ບ່າ​ໄຫລ່​ທ່ຽງ,​ຍົກ​ແຂນ​ທັງ​ສອງ​ເບື້ອງ​ໄປ​ທາງ​ໜ້າ​ໃຫ້​​ພຽງ​ກັບ​ໜ້າດິນ,​ແລ້ວ​​ແກວ່ງ​ແຂນ​​ເປັນ​ຮູບມົນ,​ປ່ຽນ​ແຂນ​ເຮັດ​ຄື​ກັນຫຼາຍ​ເທື່ອ.

​ເມື່ອ​ໃຊ້​ຄອມ​ພິວ​ເຕີ​ດົນ​ແລ້ວ,ຕາກໍ​ຈະ​ຮູ້ສຶກ​ເມື່ອຍ,​ແຫ້ງ​. ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ມັກ​ຫລິ້ນ​ເກ​ມ,ຕາບໍ່​ໜີ​ຈາກໜ້າ​ຈໍ​ຕະຫລອດ,​ສະນັ້ນ,ຕາກໍ​​ແຮ່ງ​ເມື່ອຍ. ຕໍ່​ໄປ​ຈະ​ສອນ​ວິທີ​ງ່າຍໆ​ຫລາຍ​ຢ່າງ​ເພື່ອ​ຮັກສາ​ຕາ,ບາ 30 ນາທີ​ກໍໃຫ້​ຕາພັກ​ຜ່ອນ​ຈັກ​ບາດ.

ໜຶ່ງ​ແມ່ນ​ວິທີ​ຫັດໜ່ວຍຕາ: ​ໃຫ້​ເບິ່ງ​ທາງ​ໜ້າ,​ຢ່າປິ່ນຫົວ,​ຄ່ອຍ​ໆໝູນ​ໜ່ວຍ​ຕາ​ໄປ​ຕາມ​ທິດ​ເຂັມ​ໂມງ​ຮອບ​ໜຶ່ງ​,​ແລ້ວ​ເຫຼືອດກັບ​ຄືນ​ຮອບ​ໜຶ່ງ,​ເຮັດ 5 ​ເທື່ອ.

ສອງ​ແມ່ນ​ວິທີ​ພັບ​ຕາ: ​ແງນຄໍ​ຂຶ້ນ​ແລະ​ພັບ​ຕາ​ເລື້ອຍໆ,​ເຮັດ​ໃຫ້​ເລືອດ​ໝູນວຽນ​ລຸ​ລ່ວງ. ຖ້າ​ຕາ​ຮູ້ສຶກ​ເມື່ອຍ​ໜ້ອຍ​ໜຶ່ງ​,​ໃຫ້​ພັບ​ຕາ​ສອງ​ສາມ​ເທື່ອ​ກໍ​​ໄດ້​ແລ້ວ.

ສາມ​ແມ່ນ​ວິທີ​ເບິ່ງ​​ໃກ້​ກັບ​ເບິ່ງ​ໄກ​ປ່ຽນ​ກັນ: ​ໃຫ້​ເບິ່ງທາງ​ໄກ 3 ນາທີ,​ແລ້ວ​​ເບິ່ງຝ່າມື 1 ຮອດ 2 ນາທີ,​ເຮັດ​ແນວ​ນີ້​​ຫລາຍ​ເທື່ອ​ສາມາດ​ບັ່ນ​ເທົາຄວາມ​ອິດ​ເມື່ອຍ​ຂອງ​ຕາ​ຢ່າງ​​ໄດ້​ຜົນ.